ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊີເຣຍ ກ່າວຫາ ເທີກີວ່າ ສົ່ງ​ທະ​ຫານ ລ່ວງລ້ຳເຂົ້າໄປ ໃນດິນແດນ ຂອງຕົນ


ແຜນທີ່ຂອງປະເທດເທີກີ ທີ່ສະແດງໃຫ້ເຫັນ ເຂດ​ທີ່​ຊາວເຄີດ ອາ​ໄສ​ຢູ່.
ແຜນທີ່ຂອງປະເທດເທີກີ ທີ່ສະແດງໃຫ້ເຫັນ ເຂດ​ທີ່​ຊາວເຄີດ ອາ​ໄສ​ຢູ່.

ລັດຖະມົນຕີປ້ອງກັນປະເທດຂອງເທີກີ ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາ
ຂອງຊີເຣຍ ທີ່ວ່າ ທະຫານຂອງເທີກີ ໄດ້ເຂົ້າໄປໃນເຂດແດນຂອງ
ຊີເຣຍ ແລະ ໄດ້ກ່າວວ່າ ເທີກີ ບໍ່ມີແຜນການ ທີ່ຈະສົ່ງ ກອງກຳລັງ
ຂອງຕົນ ຂ້າມຊາຍແດນເຂົ້າໄປ.

ເທີກີ ໄດ້ເຂົ້າຮ່ວມໃນການໂຈມຕີທາງອາກາດ ທີ່ນຳພາໂດຍ
ສະຫະລັດ ຕໍ່ເປົ້າໝາຍຕ່າງໆ ຂອງກຸ່ມລັດອິສລາມ ຢູ່ໃນຊີເຣຍ ແຕ່ບໍ່ໄດ້ມອບໝາຍໃຫ້
ທະຫານລາບ ເຂົ້າຮ່ວມໃນບັນຫາຂັດແຍ້ງ ທີ່ມີຫຼາຍດ້ານ.

ຊີເຣຍ ໄດ້ຍື່ນການກ່າວຫາ ເມື່ອວັນອາທິດວານນີ້ ໃນໜັງສືສະບັບໜຶ່ງ ຕໍ່ ສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ ໂດຍກ່າວວ່າ ກອງກຳລັງຂອງເທີກີ ແມ່ນລວມຢູ່ໃນ
ກຸ່ມພວກມືປືນຈຳນວນ 100 ຄົນ ພວກທີ່ໄດ້ເຂົ້າໄປໃນ ເຂດແດນຂອງຊີເຣຍ ທາງພາກ
ເໜືອ ໃນວັນເສົາມື້ກ່ອນ.

ແຂວງ Aleppo ຂອງຊີເຣຍ ໄດ້ກາຍມາເປັນ ຈຸດສູນກາງຂອງການຂັດແຍ້ງໃນຊີເຣຍ
ໂດຍທີ່ເທີກີ ແນເປົ້າໝາຍໃສ່ ພວກນັກຕໍ່ສູ້ຊາວເຄີດ ທີ່ເປັນພັນທະມິດກັບສະຫະລັດ
ແລະ ພວກຊາວເຄີດສູ້ລົບກັບ ການບຸກໂຈມຕີຂອງທະຫານລັດຖະບານຊີເຣຍ ທີ່ໜູນ
ຫຼັງໂດຍຣັດເຊຍ ຜູ້ທີ່ພະຍາຍາມ ທີ່ຈະຍຶດເອົາພື້ນທີ່ຄືນ ຈາກກຸ່ມຕ່າງໆ ທີ່ຕໍ່ຕ້ານລັດ ຖະບານຊີເຣຍ.

Syria
please wait
Embed

No media source currently available

0:00 0:01:42 0:00

Turkey's defense minister has denied Syrian allegations that Turkish troops entered Syria, and said Turkey has no plans to send its forces across the border.

Turkey has been participating in U.S.-led airstrikes against Islamic State targets in Syria, but has not committed ground troops to the multi-faceted conflict.

Syria made the allegations Sunday in a letter to the U.N. Security Council, saying Turkish forces were among a group of 100 gunmen who entered northern Syria on Saturday.

Aleppo province has become a focal point in the Syrian conflict, with Turkey targeting U.S.-allied Kurdish fighters, and the Kurds battling a Russian-backed offensive by Syrian troops who are trying to recapture the area from several opposition groups.

XS
SM
MD
LG