ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ຈັບກຸມພວກທະຫານ ທີ່ພົວພັນກັບ ການກໍ່ລັດຖະປະຫານ ຂະນະທີ່ການປາບປາມ ທະວີຂຶ້ນ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, ຊ້າຍ, ກວດແຖວພວກເຈົ້າໜ້າທີ່ຕຳຫຼວດ ກອງກຳລັງພິເສດ ຢູ່ທີ່ກອງບັນຊາການໃຫຍ່ ໃນນະຄອນຫຼວງ Ankara ຂອງເທີກີ ເມື່ອວັນສຸກ ທີ 29 ກໍລະກົດ 2016.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, ຊ້າຍ, ກວດແຖວພວກເຈົ້າໜ້າທີ່ຕຳຫຼວດ ກອງກຳລັງພິເສດ ຢູ່ທີ່ກອງບັນຊາການໃຫຍ່ ໃນນະຄອນຫຼວງ Ankara ຂອງເທີກີ ເມື່ອວັນສຸກ ທີ 29 ກໍລະກົດ 2016.

ກອງກຳລັງຕ່າງໆຂອງ ເທີກີ ໄດ້ຄວບຄຸມຕົວທະຫານໄວ້ 11 ຄົນໃນ ວັນຈັນມື້ນີ້ ຜູ້ທີ່ ຖືກຕ້ອງສົງໄສ ກ່ຽວກັບ ການໂຈມຕີໂຮງແຮງບ່ອນ ທີ່ປະທານາທິບໍດີ Recep Tayyip Erdogan ໄດ້ໄປພັກຢູ່ ໃນລະ ຫວ່າງ ການພະຍາຍາມກໍ່ລັດຖະປະຫານ ໃນກາງເດືອນ ກໍລະກົດທີ່ ຜ່ານມາ.

ການຈັບກຸມໄດ້ເກີດຂຶ້ນຢູ່ໃກ້ໆກັບເມືອງຣີສອດ Marmaris ແລະຕິດຕາມດ້ວຍການ ກັກຂັງທະຫານຄົນອື່ນໆ ໃນສັບປະດາທີຜ່ານມາ ຜູ້ທີ່ ຖືກກ່າວຫາວ່າ ແນເປົ້າໝາຍ ໃສ່ທ່ານ Erdogan ນັ້ນ. ທ່ານ ປະທານາທິບໍດີໄດ້ໄປພັກຜ່ອນໃນເມືອງ Marmaris ໃນວັນທີ 15 ກໍລະກົດ ເມື່ອການພະຍາຍາມທີ່ຈະໂຄ່ນລົ້ມລັດຖະບານຂອງທ່ານ ໄດ້ ເລີ່ມຂຶ້ນ ແລະ ໄດ້ກ່າວວ່າ ທ່ານໄດ້ເດີນທາງອອກຈາກໂຮງແຮມ ບໍ່ດົນກ່ອນກຸ່ມຂອງ ທະຫານຈະບຸກເຂົ້າໂຈມຕີ.

ການຈັບກຸມໃນວັນຈັນມື້ນີ້ ແມ່ນການປາບປາມຄັ້ງຫຼ້າສຸດຕໍ່ພວກທີ່ ຕັ້ງໃຈຫຼິ້ນບົດບາດ ໃນການພະຍາຍາມກໍ່ລັດຖະປະຫານ.

ຜູ້ສອນສາສະໜາອິສລາມ ທ່ານ Fethullah Gulen ທີ່ອາໄສຢູ່ໃນສະຫະລັດ ທີ່ມີພວກຜູ້ຕິດຕາມ ທ່ານ ຢູ່ໃນເທີກີ ຊຶ່ງເທີກີຖິ້ມໂທດໃສ່ ສຳລັບການກໍ່ລັດຖະປະຫານທີ່ລົ້ມແຫຼວ, ວັນທີ 16 ກໍລະກົດ 2016.
ຜູ້ສອນສາສະໜາອິສລາມ ທ່ານ Fethullah Gulen ທີ່ອາໄສຢູ່ໃນສະຫະລັດ ທີ່ມີພວກຜູ້ຕິດຕາມ ທ່ານ ຢູ່ໃນເທີກີ ຊຶ່ງເທີກີຖິ້ມໂທດໃສ່ ສຳລັບການກໍ່ລັດຖະປະຫານທີ່ລົ້ມແຫຼວ, ວັນທີ 16 ກໍລະກົດ 2016.

ປະຊາຊົນຫຼາຍກວ່າ 50,000 ຄົນຕອນນີ້ໄດ້ສູນເສຍວຽກງານຂອງ ພວກເຂົາໃນທົ່ວ ປະເທດ ແລະ ຫຼາຍກວ່າ 18,000 ຄົນໄດ້ຖືກຄວບຄຸມຕົວ ໃນການເຊື່ອມຕໍ່ ກັບການ ພະຍາຍາມກໍ່ລັດຖະປະຫານ, ເຊິ່ງ ລັດຖະບານໄດ້ຖິ້ມໂທດໃສ່ຜູ້ສອນສາສະໜາອິສລາມ ທ່ານ Fethullah Gulen.

ທ່ານ Gulen ແມ່ນຄູ່ປໍລະປັກກັບທ່ານ Erdogan ຜູ້ທີ່ອາໄສຢູ່ໃນ ປະເທດ ສະຫະລັດ ເປັນເວລາເກືອບ 2 ທົດສະວັດມາແລ້ວ ແລະ ໄດ້ ປະຕິເສດການເຊື່ອມໂຍງໃດໆ ທຸກ ປະການ ກ່ຽວກັບ ການຍຶດອຳນາດນີ້. ເທີກີ ໄດ້ຮຽກຮ້ອງໃຫ້ ສະຫະລັດ ສົ່ງຕົວທ່ານ Gulen ທີ່ມີອາຍຸ 75 ປີ ແລະ ໄດ້ສົ່ງເອກະສານ ຕໍ່ບັນດາເຈົ້າໜ້າທີ່ ສະຫະລັດ ກ່ຽວກັບ ຄວາມຕັ້ງໃຈມີສ່ວນຮ່ວມໃນການ ກໍ່ລັດຖະປະຫານທີ່ໄດ້ຮັບຄວາມລົ້ມແຫຼວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Marmaris
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG