ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍສິບຄົນ ເສຍຊີວິດ ໃນເຫດວາງລະເບີດ ຢູ່ Turkey (ວີດິໂອ)


ພະນັກງານດັບໄຟ ຂະນະປະຕິບັດງານ ຢູ່ບ່ອນເກີດລະເບີດ ທີ່
ເມືອງ Reyhanli ຢູ່ປະເທດເທີກີ, ວັນທີ 11 ພຶດສະພາ 2013.
ພະນັກງານດັບໄຟ ຂະນະປະຕິບັດງານ ຢູ່ບ່ອນເກີດລະເບີດ ທີ່ ເມືອງ Reyhanli ຢູ່ປະເທດເທີກີ, ວັນທີ 11 ພຶດສະພາ 2013.
ຮອງ​ນາຍົກລັດຖະມົນຕີ​ເທີ​ກີ​ເວົ້າ​ວ່າ ມີ​ເກົ້າຄົນ​ຖືກ​ກັກ​ໂຕໄວ້​ ​ໃນ​ຖານ​ສົງ​ໄສວ່າ ​ເປັນຜູ້​ວາງ​ລະ​ເບີດ​ລົດ​ສອງ​ບັ້ນ​ຕິດ​ກັນ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ໄດ້​ສັງຫານ ຢ່າງ​ໜ້ອຍ 43 ຄົນນັ້ນ.

ຮອງ​ນາຍົກລັດຖະມົນຕີ Besir Atalay ບອກ​ພວກ​ນັກ​ຂ່າວ
​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທັງ​ເກົ້າ ຄົນ​ດັ່ງກ່າວ​ກໍາລັງ​ຖືກ​ສອບ
​ປາກ​ຄໍາ​ ກ່ຽວ​ກັບ​ເຫດການໂຈມ​ຕີດັ່ງກ່າວ ແລະ​ວ່າ​ບາງ​ຄົນ​ໄດ້ສາລະພາບ​. ອົງການ​ຂ່າວຣອຍ​ເຕີ​ເວົ້າ​ວ່າ ທັງ​ເກົ້າຄົນ​ທີ່​ວ່າ​ນັ້ນ​ເປັນ​ຊາວ​ເທີ​ກີ​ທັງ​ໝົດ.

​ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ລັດຖະມົນຕີ​ກະຊວງ​ຖະ​ແຫຼງ
ຂ່າວ​ຊີ​ເຣຍ​ ເ​ວົ້າວ່າ ດາ​ມັສກັສບໍ່​ໄດ້​ກໍ່​ເຫດ​ລະ​ເບີດໃນ​ວັນ​ເສົາ​ວານ​ນີ້ ທີ່​ໄດ້​ສັງຫານຫຼາຍ ສິບຄົນ ​ແລະເຮັດໃຫ້ບາດເຈັບ​ອີກຫຼາຍກວ່າ 100 ຄົນ​ ຢູ່​ເມືອງ Reyhani ຂອງ​ເທີ​ກີ ທີ່ ຢູ່​ໃກ້​ຊາຍ​ແດນ​ຕິດ​ກັບ​ຊີ​ເຣຍນັ້ນ.

ທ່ານ Omran al-Zoubi ກ່າວ​ໃນ​ການປະຊຸມຖະ​ແຫຼງ​ຂ່າວວ່າ ບໍ່​ມີ​ໃຜ​ທີ່ຈະ​ມີສິດ​ທໍາ​ການ​ກ່າວຫາ​ທີ່​ບໍ່​ເປັນຄວາມ​ຈິງ ​ແລະ​ທ່ານກ່າວ​ອອກ​ມາກົງໆ ວ່າ ​ການວາງລະ​ເບີດ​ດັ່ງກ່າວ ​ບໍ່​ແມ່ນ​ຝີ​ມື​ຂອງ​ລັດຖະບານ​ຊີ​ເຣຍ.

​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ Ahmet Davutoglu ລັດຖະມົນຕີ​ຕ່າງປະ​ເທດເທີ​ກີ ​ໄດ້​ຖິ້ມ​
ໂທດການ​ວາງລະ​ເບີດ​ຢູ່​ໃນ​ແຂວງ Hatay ນັ້ນ​ ໃສ່​ຊີ​ເຣຍ ​ແລະ​ເວົ້າ​ວ່າ ​ເທີ​ກີມີ​ສິດ​ທີ່​ຈະ​
ເອົາ​ມາດ​ຕະການ​ທຸກ​ຢ່າງເພື່ອ​ຕອບ​ໂຕ້​ຄືນ.

ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ຕໍ່​ເຫດການ​ວາງລະ​ເບີດ​ດັ່ງກ່າວ ​ແຕ່​ທ່ານ Bulent Arinsaid ຮອງ​ນາ​ຍົກ​ລັດຖະມົນຕີ​ເທີ​ກີ ​ກ່າວ​ວ່າ ​ລັດຖະບານ​ຂອງ​ປະທານາທິ
ບໍດີ​ຊີ​ເຣຍ ທ່ານ Bashar al-Assad ເປັນ​ຜູ້ຕ້ອງ​ສົງໄສ​ຕາມ​ເຄີຍ.

Turkey Blast
please wait
Embed

No media source currently available

0:00 0:01:53 0:00
XS
SM
MD
LG