ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫດລະເບີດແຕກ ຢູ່ບ່ອນໂຮມຊຸມນຸມ ນິຍົມຊາວເຄີດ ໃນ ນະຄອນຫຼວງເທີກີ


ສົບພວກເຄາະຮ້າຍ ຖືກປົກໄວ້ດ້ວຍທຸງ ແລະປ້າຍຄຳຂວັນ ຂະນະທີ່ຕຳຫຼວດປິດລ້ອມບໍລິເວນດັ່ງກ່າວ ຫຼັງຈາກເກີດ ເຫດລະເບີດ. (ວັນທີ 10 ຕຸລາ 2015)
ສົບພວກເຄາະຮ້າຍ ຖືກປົກໄວ້ດ້ວຍທຸງ ແລະປ້າຍຄຳຂວັນ ຂະນະທີ່ຕຳຫຼວດປິດລ້ອມບໍລິເວນດັ່ງກ່າວ ຫຼັງຈາກເກີດ ເຫດລະເບີດ. (ວັນທີ 10 ຕຸລາ 2015)

ເຫດລະເບີດສອງຄັ້ງ ໄດ້ສັ່ນສະເທືອນ ສະຖານີລົດໄຟໃຫຍ່ໃນ
ນະຄອນຫຼວງອັງກາຣາຂອງເທີກີໃນຕອນເຊົ້າຂອງວັນເສົາມື້ນີ້
ບໍ່ເທົ່າໃດຊົ່ວໂມງ ກ່ອນການໂຮມຊຸມນຸມ ເພື່ອສັນຕິພາບ ຂອງ
ພວກນິຍົມຊາວເຄີດຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 30 ຄົນ
ແລະໄດ້ຮັບບາດເຈັບອີກ 125 ຄົນ.

ເຫດລະເບີດໄດ້ເກີດຂຶ້ນໃກ້ໆກັບທາງອອກຂອງສະຖານີລົດໄຟ
ຢູ່ຄຸ້ມ Ulus ໃນນະຄອນຫຼວງຂອງເທີກີ ໂດຍຄາດວ່າ ຈະພາໃຫ້
ມີການບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ ໃນພວກທີ່ມີທ່າທາງວ່າ ຈະໄປຮ່ວມການໂຮມຊຸມນຸມ ຊຶ່ງໄດ້ຈັດຂຶ້ນ ໂດຍບັນດາກຸ່ມແຮງ
ງານແລະກຸ່ມສັງຄົມພົນລະເຮືອນ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເຫດລະເບີດດັ່ງ ກ່າວນີ້ ແມ່ນບີບຄະນວນ ໂດຍພວກໂຈມຕີສະຫລະຊີບຫຼືບໍ່. ລາຍງານຂອງອົງການຂ່າວ Anadolu ຂອງທາງການເທີກີແຈ້ງວ່າ ລັດຖະມົນຕີກະຊວງພາຍໃນແລະສາທາລະນະສຸກ ໄດ້ແຈ້ງໃຫ້ນາຍົກລັດຖະມົນຕີເທີກີທ່ານ Ahmet Davutoglu ຊາບເປັນທີ່ຮຽບຮ້ອຍແລ້ວ ແລະທ່ານກໍມີກຳນົດທີ່ຈະພົບປະກັບບັນດາຫົວໜ້າຮັກສາຄວາມສະຫງົບໃນມື້ນີ້.

ເຈົ້າໜ້າທີ່ເທີກີກ່າວວ່າ ເຫດລະເບີດດັ່ງກ່າວ ແມ່ນການໂຈມຕີກໍ່ການຮ້າຍ.

ເປົ້າໝາຍຂອງການໂຈມຕີເບິ່ງຄືວ່າຈະແມ່ນການໂຮມຊຸມນຸມເດີນຂະບວນທີ່ຮຽກຮ້ອງໃຫ້ ມີຂຶ້ນເພື່ອຍຸດຕິຄວາມຮຸນແຮງກັບກຸ່ມຊາວເຄີດແບ່ງແຍກດິນແດນນັ້ນກໍຄືພັກກຳມະກອນ ຊາວເຄີດຫຼື PKK. ຜູ້ນຳຂອງພັກປະຊາທິປະໄຕປະຊາຊົນ ທີ່ນິຍົມຊາວເຄີດ ທ່ານ Sela-
hattin Demirtas ກ່າວຕໍ່ພວກນັກຂ່າວວ່າ ຈຳນວນຜູ້ເສຍຊີວິດຄາດວ່າຈະເພີ້ມຂຶ້ນຢ່າງ ຫຼວງຫຼາຍ. ທ່ານໄດ້ປຽບທຽບການໂຈມຕີໃນຄັ້ງນີ້ໃສ່ການວາງລະເບີດສອງຄັ້ງໃນຕົ້ນປີນີ້ ທີ່ເກີດຂຶ້ນຢູ່ເມືອງ Diyabakir ແລະເມືອງ Suruc ທີ່ມີປະຊາຊົນສ່ວນໃຫຍ່ເປັນຊາວເຄີດ ອາໄສຢູ່ໃນພາກຕາເວັນອອກສຽງໃຕ້ຂອງປະເທດເທີກີນັ້ນ.

Turkey Blast
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG