ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ຊີເຣຍ ກັບ ກຳລັງຕໍ່ຕ້ານ ຣັດບານຊີເຣຍ ຕ່າງກໍຈະພາກັນຄືບໜ້າເຂົ້າສູ່ເມືອງ al-Bab


ພາບນີ້ ແມ່ນມາຈາກວີດີໂອ ທີ່ສະໜອງໂດຍຕາໜ່າງຂ່າວ Baladi, ອັນເປັນສື່ມວນຊົນຝ່າຍຄ້ານຂອງຊີເຣຍ ທີ່ໄດ້
ກ່າວວ່າ ສະແດງໃຫ້ເຫັນວ່າ ພວກນັກລົບ ຝ່າຍຕໍ່ຕ້ານລັດ
ຖະບານຊີເຣຍ ທີ່ໜູນຫຼັງໂດຍເທີກີ ຍິງອາວຸດຂອງພວກ
ເຂົາເຈົ້າ ໃນລະຫວ່າງ ການປະທະກັນ ຢຸ່ໃກ້ໆກັບເມືອງ al-Bab ທາງພາກເໜືອຂອງແຂວງ Aleppo ຂອງຊີເຣຍ, ວັນທີ 9 ກຸມພາ 2017.
ພາບນີ້ ແມ່ນມາຈາກວີດີໂອ ທີ່ສະໜອງໂດຍຕາໜ່າງຂ່າວ Baladi, ອັນເປັນສື່ມວນຊົນຝ່າຍຄ້ານຂອງຊີເຣຍ ທີ່ໄດ້ ກ່າວວ່າ ສະແດງໃຫ້ເຫັນວ່າ ພວກນັກລົບ ຝ່າຍຕໍ່ຕ້ານລັດ ຖະບານຊີເຣຍ ທີ່ໜູນຫຼັງໂດຍເທີກີ ຍິງອາວຸດຂອງພວກ ເຂົາເຈົ້າ ໃນລະຫວ່າງ ການປະທະກັນ ຢຸ່ໃກ້ໆກັບເມືອງ al-Bab ທາງພາກເໜືອຂອງແຂວງ Aleppo ຂອງຊີເຣຍ, ວັນທີ 9 ກຸມພາ 2017.

ໃນວັນເສົາວານນີ້ ພວກຕໍ່ຕ້ານຣັດຖະບານທີ່ ເທີກີ ໜູນຫຼັງ ໄດ້ບຸກເຂົ້າໄປໃນເມືອງ
al-Bab ທີ່ໝັ້ນຂອງພວກ ຣັດອິສລາມ ເວລາກຳລັງຂອງຣັດຖະບານ ຊີເຣຍ ທີ່ຣັດເຊຍ
ໜູນຫຼັງ ຢຸດຢັ້ງໄວ້ ຢູ່ເສັ້ນແບ່ງກັນເພື່ອບໍ່ໃຫ້ກຳລັງທີ່ເປັນປໍຣະປັກ ປະທະກັນ.

ພວກທີ່ຕິດຕາມສິ້ງຊອມກ່າວວ່າ ກຳລັງຂອງຝ່າຍຄ້ານຣັດຖະບານ ພ້ອມກັບພວກກອງ
ໜູນ Euphrates ທີ່ເປັນກຳລັງຂອງເທີກີ ຍຶດໄດ້ໂຮງພະຍາບານ ເວລາພວກເຂົາເຈົ້າ
ບຸກເຂົ້າໄປທາງພາກຕາເວັນຕົກຂອງເມືອງ ອັນເປັນພາກສ່ວນນຶ່ງ ຂອງກຳລັງປະສົມ
ທີ່ມຸ່ງຫວັງຈະທັບມ້າງພວກຫົວຮຸນແຮງລັດອິສລາມນັ້ນ.

ແຜນທີ່ ເຂດເມືອງ ທາແດຟ ຂອງຊີເຣຍ
ແຜນທີ່ ເຂດເມືອງ ທາແດຟ ຂອງຊີເຣຍ

ພວກເຫັນເຫດການທັງຫຼາຍ ລາຍງານວ່າ ໄດ້ມີການສູ້ລົບກັນຢ່າງໜັກຢູ່ໃນ al-Bab
ທີ່ຢູ່ຫ່າງຈາກຊາຍແດນ ເທີກີ ລົງມາທາງໃຕ້ 40 ກິໂລແມັດ ແຕ່ຍັງບໍ່ທັນມີລາຍງານເທື່ອ
ກ່ຽວກັບການເສຍຊີວິດແລະບາດເຈັບ.

ໃນອີກດ້ານນຶ່ງ ກຊ ຕ່າງປະເທດ ຣັດເຊຍ ກໍໄດ້ເວົ້າວ່າ ທະຫານຂອງຣັດຖະບານຊີເຣຍ
ທີ່ໜູນຫຼັງໂດຍການໂຈມຕີທາງອາກາດ ຂອງຣັດເຊຍ ໄດ້ “ປົດປ່ອຍ” ເມືອງTadef ທີ່
ຢູ່ໃກ້ຄຽງ ທີ່ລາຍງານໂດຍຄຳຖະແຫຼງຂອງກະຊວງ ວ່າ “ເມືອງ al-Bab ເປັນທີ່ໝັ້ນ
ແຂງແຮງທີ່ສຸດ ຂອງຣັດອິສລາມ ນັ້ນ.”

ອົງການຂ່າວສານ ຕາສ ຂອງຣັດເຊຍ ທີ່ອ້າງຄຳເວົ້າຂອງ ກຊ ດັ່ງກ່າວ ເວົ້າວ່າ ກອງ
ກຳລັງບຸກໂຈມຕີຂອງຣັດຖະບານ ທີ່Tadef ໄດ້ສັງຫານພວກຫົວຮຸນແຮງ 650 ຄົນ
ຣົດຖັງສອງຄັນ ອາວຸດຂະໜາດໜັກ ແລະພາຫະນະເກືອບເຖິງ 20 ຄັນ. ບໍ່ມີຜູ້ໃດ ບໍ່ວ່າ
ຈະແມ່ນ ຣັດຖະບານ ຊີເຣຍ ຫຼື ພວກຕິດຕາມເຫດການ ຈະຢືນຢັນກ່ຽວກັບ ຂໍ້ອ້າງ
ດັ່ງກ່າວ ຕົກມາເຖິງຕອນແລງວັນເສົາວານນີ້.

Syria al-Bab
please wait
Embed

No media source currently available

0:00 0:04:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG