ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນເທີກີ ຮ້ອງເຊຍ ປ. Erdogan ຫຼັງຈາກ ການກໍ່ລັດຖະປະຫານ ໄດ້ຫຼົ້ມແຫຼວ

ກຳລັງຮັກສາຄວາມປອດໄພ ທີ່ພັກດີ ຕໍ່ປະທານາທິບໍດີ ທ່ານ Recep Tayyip Erdogan ກຳລັງຍາມ ສຳນັກງານໃຫຍ່ ເສນາທິການ ໃນນະຄອນຫຼວງ Ankara, ວັນທີ 17 ກໍລະກົດ 2016.
ກຳລັງຮັກສາຄວາມປອດໄພ ທີ່ພັກດີ ຕໍ່ປະທານາທິບໍດີ ທ່ານ Recep Tayyip Erdogan ກຳລັງຍາມ ສຳນັກງານໃຫຍ່ ເສນາທິການ ໃນນະຄອນຫຼວງ Ankara, ວັນທີ 17 ກໍລະກົດ 2016.

ເຈົ້າໜ້າທີ່ເທີກີ ສືບຕໍ່ຈັບກຸມ ພວກຜູ້ພິພາກສາ ແລະ ພວກນາຍທະທະຫານ ທີ່ພົວພັນກັບ ການພະຍາຍາມ ກໍ່ລັດຖະປະຫານ ໂດຍຄວບຄຸມໂຕທະຫານໄວ້ໄດ້ ຢ່າງໜ້ອຍ 52 ຄົນ ໃນວັນອາທິດມື້ນີ້.

ທັງທະຫານ ແລະນາຍທະຫານ ເກືອບ 3,000 ຄົນ ຜູ້ທີ່ເຂົ້າຮ່ວມ ໃນການພະຍາຍາມ ກໍ່ ລັດຖະປະຫານ ເມື່ອຕອນກາງຄືນວັນສຸກມື້ກ່ອນນີ້ ໄດ້ຖືກຈັບກຸມ ດັ່ງທີ່ທາງການໄດ້ກ່າວ. ພວກຄົນທີ່ຢູ່ໃນການຄວບຄຸມໂຕເຫຼົ່ານັ້ນ ປະກອບດ້ວຍ ຜູ້ບັນຊາການກອງທັບບົກ ກອງ ທີ 3 ນາຍພົນ Erdal Ozturk ຜູ້ທີ່ອາດປະເຊີນກັບຂໍ້ຫາ ທໍລະຍົດຕໍ່ຊາດ.

ພົນລະເມືອງ ເທີກີ ຢືນຢູ່ເທິງລົດຖັງ ບັນທຸກທະຫານ ທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ ຂອງພວກປະທ້ວງ ຢູ່ໃນຖະໜົນສາຍໜຶ່່ງ ໃກ້ກັບກອງບັນຊາການທະຫານ ໃນນະຄອນຫຼວງ Ankara, ວັນທີ 16 ກໍລະກົດ 2016.
ພົນລະເມືອງ ເທີກີ ຢືນຢູ່ເທິງລົດຖັງ ບັນທຸກທະຫານ ທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ ຂອງພວກປະທ້ວງ ຢູ່ໃນຖະໜົນສາຍໜຶ່່ງ ໃກ້ກັບກອງບັນຊາການທະຫານ ໃນນະຄອນຫຼວງ Ankara, ວັນທີ 16 ກໍລະກົດ 2016.

ບັນດານາຍທະຫານຂັ້ນສູງຄົນອື່ນໆ ໄດ້ຫລົບໜີໄປຍັງປະເທດເພື່ອນບ້ານ ກຣິສ ໂດຍ ເຮືອບິນເຮລິຄອບເຕີ ແລະ ໄດ້ພາກັນຂໍລີ້ໄພທາງການເມືອງ. ສື່ມວນຊົນຂອງເທີກີ ລາຍງານວ່າ ບາງສ່ວນຂອງພວກນາຍທະຫານເຫຼົ່ານັ້ນ ຜູ້ທີ່ໄດ້ຫລົບໜີ ແມ່ນເຊື່ອກັນວ່າ ເປັນຜູ້ອອກແບບແຜນການກໍ່ລັດຖະປະຫານ.

ປະຊາຊົນເທີກີ ຫຼາຍພັນຄົນ ໄດ້ໄປໂຮມກັນຢູ່ໃນຈັດຕຸລັດ Kizilat ຂອງນະຄອນຫຼວງ Ankara ຢູ່ຕົວເມືອງ Istanbul ແລະ ຢູ່ເມືອງແຄມຝັ່ງທະເລ Izmir ໃນຕອນຄ່ຳວັນເສົາ ວານນີ້ ເພື່ອໂຮ່ຮ້ອງການສະໜັບສະໜູນ ປະທານາທິບໍດີ ທ່ານ Reccep Tayyip Erdogan ແລະ ລັດຖະບານຂອງທ່ານ ຫຼັງຈາກທີ່ການພະຍາຍາມກໍ່ລັດຖະປະຫານ ໂດຍພວກທະຫານບາງສ່ວນຂອງປະເທດ ໄດ້ຫລົ້ມແຫລວ.

ພວກຝູງຊົນ ເທີກີ ພາກັນໂບກທຸງຊາດ ຂອງພວກເຂົາເຈົ້າ ໃນຂະນະທີ່ພວກເຂົາ ປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານ ຢູ່ນອກສະພາແຫ່ງຊາດ ຂອງເທີກີ ໃກ້ກັບກອງບັນຊາການທະຫານ ໃນນະຄອນຫຼວງ Ankara ຂອງເທີກີ, ວັນເສົາ ທີ 16 ກໍລະກົດ 2016.

ພວກຝູງຊົນ ພາກັນໂບກທຸງຊາດ ຢູ່ບ່ອນໂຮມຊຸມນຸມ ເມື່ອຕອນເດິກ ແລະ ໄດ້ຮ້ອງໂຮຄຳ ຂວັນເດັດດ່ຽວ ຂອງພວກເຂົາເຈົ້າ ທີ່ຈະບໍ່ຍອມໃຫ້ອັນໃດກໍຕາມ ຫຼື ຜູ້ໃດຜູ້ໜຶ່ງ ມາແບ່ງ ແຍກປະເທດຊາດ.

ລາຍງານຕ່າງໆ ກ່ຽວກັບວ່າ ມີປະຊາຊົນຫຼາຍປານໃດ ທີ່ຖືກຂ້າຕາຍໃນການປະທະກັນ ລະຫວ່າງການພະຍາຍາມກໍ່ລັດຖະປະຫານ ນັ້ນ ແມ່ນວ່າ ແຕກຕ່າງກັນ ແຕ່ຈຳນວນ ຫຼ້າສຸດທີ່ມີຢູ່ ໃນຕອນແລງວັນເສົາວານນີ້ ແມ່ນ 265 ຄົນໄດ້ເສຍຊີວິດ ລວມທັງ ພົນລະ ເຮືອນຫຼາຍຄົນ. ສະຖານະການ ຍັງຄົງເຄັ່ງຕຶງຢູ່ ໃນເມືອງ Istanbul ໃນນະຄອນຫຼວງ Ankara ແລະ ໃນຕົວເມືອງ ບາງສ່ວນຂອງແຂວງຕ່າງໆ ແລະ ໄດ້ມີລາຍງານວ່າ ຍັງມີ ຄວາມຮຸນແຮງຢູ່ ເປັນບາງຄັ້ງບາງຄາວ. ສື່ມວນຊົນຂອງເທີກີ ໄດ້ລາຍງານວ່າ ມີການປະ ທະກັນຢ່າງໜັກ ຢູ່ທີ່ຫໍພັກໃຫຍ່ຂອງທະຫານ ໃນຄ້າຍແຫ່ງໜຶ່ງນອກນະຄອນຫຼວງ Ankara ທີ່ເຊື່ອກັນວ່າ ເປັນທີ່ໝັ້ນຂອງພວກວາງແຜນການເຮັດລັດຖະປະຫານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Assessing the Damage After Attempted Coup in Turkey
please wait

No media source currently available

0:00 0:01:04 0:00

XS
SM
MD
LG