ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

23 ຄົນເສຍຊີວິດ ໃນການໂຈມຕີ ທາງອາກາດ ຂອງກອງທັບເທີກີ


ພວກຊາວບ້ານພວມພາກັນຢືນຢູ່ຕໍ່ໜ້າສົບຂອງພວກທີ່ເສຍຊີວິດ ຍ້ອນການໂຈມຕີທາງອາກາດຂອງກອງທັບເທີກີ ທີ່ບ້ານ Ortasu ແຂວງ Sirnak (29 ທັນວາ 2011)
ພວກຊາວບ້ານພວມພາກັນຢືນຢູ່ຕໍ່ໜ້າສົບຂອງພວກທີ່ເສຍຊີວິດ ຍ້ອນການໂຈມຕີທາງອາກາດຂອງກອງທັບເທີກີ ທີ່ບ້ານ Ortasu ແຂວງ Sirnak (29 ທັນວາ 2011)

ກອງທັບ​ເທີ​ກີ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ພວກ​ທີ່​ສົງ​ໃສ່​ວ່າ​ເປັນກຸ່ມ​ກະບົດ
ຊາວ​ເຄີ​ດ​ໃກ້ໆ​ຊາຍ​ແດນ​ອີຣັກ​ແຕ່​ບໍ່​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ລາຍ​ງານ​ຂ່າວຂອງ​ພວກ​ເຈົ້າໜ້າ​ທີ່​
ທ້ອງ​ຖິ່ນ​ທີ່​ວ່າ ມີ​ພົນລະ​ເຮືອນ 23 ຄົນ​ໄດ້ຖືກ​ຂ້າ​ຕາຍ​ໃນການ​ໂຈມ​ຕີຄັ້ງນີ້.

ເຈົ້າໜ້າທີ່​ໆ​ແຂວງ Sirnak ກ່າວ​ວ່າ ມີ​ທ່າ​ທາງ​ວ່າພວກ​ທີ່​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີຄັ້ງນີ້
ແມ່ນ​ພວກ​ລັກລອບ​ນໍ້າມັນ​ແລະ​ນໍ້າຕານ​ ຈາກເທີ​ກີ​ເຂົ້າ​ໄປ​ໃນ​ອີຣັກ ແລະ​ບາງທີ​ອາດມີ​ການ
ເຂົ້າ​ໃຈ​ຜິດຄິດ​ວ່າເປັນພວກ​ກະບົດ​ຈາກ​ພັກ​ກຳມະກອນ​ຊາວ​ເຄີ​ດ.

ຖະ​ແຫຼງການ​ຂອງ​ກອງທັບ​ເທີ​ກີ​ກ່າວ​ວ່າ ພວກ​ກະບົດ​ພັກ​ກຳມະກອນ​ຊາວ​ເຄີ​ດກຸ່ມ​ນຶ່ງໄດ້​ຖືກ
ພົບ​ເຫັນ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ.

ພັກ​ກຳມະກອນ​ຊາວ​ເຄີ​ດ​ ໄດ້​ເຮັດ​ສົງຄາມ​ເກືອບ 20 ປີ ​ເພື່ອ​ໃຫ້​ຊາວ​ເຄີ​ດມີ​ສິດໃນ​ການ​ປົກ
ຄອງຕົນ​ເອງ​ຫຼາຍຂຶ້ນ​ຢູ່​ໃນ​ເທີ​ກີ. ການ​ສູ້​ລົບ​ກັນ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຫຼາຍສິບ​ພັນ
ຄົນ.

ເທີ​ກີ ສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ ຖື​ວ່າ​ພັກ​ກຳມະກອນ​ຊາວ​ເຄີ​ດ​ເປັນ​ກຸ່ມກໍ່​ການ​ຮ້າຍ.

XS
SM
MD
LG