ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕູ​ນີເຊຍ ​ຕຽມ​ຮັບ​ມື​ ກັບ​ການ​ປະ​ທ້ວງ ​ແລະ ການ​ນັດ​ຢຸດ​ງານ​ (ສະໄລດ໌/ວີດີໂອ)


ຊາວຕູ​ນິ​ເຊຍ ກໍາລັງ​​ປະ​ທ້ວງ ​ແລະການ​ນັດ​ຢຸດ​ງານ​ທົ່ວ​ໄປ ​ເພື່ອ​​ຕອບ​ໂຕ້​ ຕໍ່​ການລອບ​ສັງຫານຜູ້​ນໍາ​ຝ່າຍ​ຄ້ານຫົວ​ເສຣີ
ຊາວຕູ​ນິ​ເຊຍ ກໍາລັງ​​ປະ​ທ້ວງ ​ແລະການ​ນັດ​ຢຸດ​ງານ​ທົ່ວ​ໄປ ​ເພື່ອ​​ຕອບ​ໂຕ້​ ຕໍ່​ການລອບ​ສັງຫານຜູ້​ນໍາ​ຝ່າຍ​ຄ້ານຫົວ​ເສຣີ
ຕູ​ນິ​ເຊຍ ກໍາລັງ​ຕຽມ​ຮັບ​ມື​ ກັບ​ການ​ປະ​ທ້ວງ ​ແລະການ​ນັດ​ຢຸດ​ງານ​
ທົ່ວ​ໄປເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການລອບ​ສັງຫານຜູ້​ນໍາ​ຝ່າຍ​ຄ້ານ
ຫົວ​ເສຣີທີ່​ສຳຄັນ​ຄົນ​ນຶ່ງ.

ທ່ານ Mohammed Brahmi ຜູ້​ນໍາ​ຝ່າຍ​ຄ້ານ ທີ່​ກ້າ​ເວົ້າ​ກ້າ​ວ່າ
​ໄດ້​ຖືກ​ຍິງ​ຕາຍ​ໃນ​ວັນ​ພະຫັດ​ວານ​ນີ້ໂດຍ​ມື​ປືນ​ທີ່​ບໍ່​ຊາບຝ່າຍ ຢູ່​
ນອກ​ເຮືອນ​ຂອງ​ທ່ານທີ່​ນະຄອນ ​ຫລວງ Tunis.

ທ່ານ Brahmi ສັງກັດ​ຢູ່່​ໃນ​ພັກແນວ​ໂຮມ​ມະຫາຊົນ ທີ່ບໍ່​ຝັກໄຝ່
ທາງ​ສາສະໜາ. ທ່ານ​ເປັນຜູ້​ກ້າ​ຕິຕຽນ ຕໍ່ລັດຖະບານຕູ​ນິ​ເຊຍທີ່
ນໍາພາ​ໂດຍ​ພັກສາ​ສະໜາ​ອິສລາມ ​ແລະ​ໄດ້​ເປັນ​ຜູ້​ຊ່ວຍ​ໃນ​ການ
​ຮ່າງ​ລັດຖະທໍາ​ມະນູນ​ສະບັບໃໝ່.

ນີ້​ເປັນ​ການລອບ​ສັງຫານຄັ້ງ​ທີ​ສອງ ​ໃນ​ປີ​ນີ້. ການ​ສັງຫານນັກ​ການ​ເມືອງຫົວ​ເສຣີ ທ່ານ Chokri Belaid ໃນເດືອນກຸມພາຜ່ານ​ມາ ​ໄດ້​ເຮັດ​ໃຫ້ຕູ​ນິ​ເຊຍ ຕົກຢູ່​ໃນ​ຄວາມ​ຮຸນ​ແຮງ ​ເກືອ​ບຈະ​ເຮັດ​ໃຫ້ການ​ເມືອງ​ໃນ​ໄລຍະຂ້າມ​ຜ່ານຂອງ​ປະ​ເທດ ດັ່ງກ່າວທີ່​ບອບ​ບາງ​ຢູ່​ແລ້ວ​ນັ້ນ ພັງ​ທະລາຍລົງ.



​ໃນວັນ​ພະຫັດວານ​ນີ້ ຫລາຍ​ພັນ​ຄົນ​ໄດ້​ພາກັນ​ລົງ​ສູ່ຖະໜົນ​ຫົນ​ທາງໃນນະຄອນ Tunis
ແລະຢູ່​ເມືອງ Sidi Bouzid ​ເພື່ອ​ປະ​ທ້ວງ​ການ​ສັງຫານທ່າ​ນ Brahmi​. ຫລາຍ​ຄົນ​ພາ
ກັນ​ຕິຕຽນ ພັກໃຫຍ່ສາສະໜາອິສລາມ​ Ennahda ທີ່ຢູ່​ເບື້ອງ​ຫຼັງ​ ການລອບ​ສັງຫານ
ດັ່ງກ່າວ​ນີ້.

Tunisia
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG