ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕູນີເຊຍ ປ່ອນບັດ ເອົາປະທານາທິບໍດີ ຢ່າງເສລີ ຄັ້ງປະຫວັດສາດ


ແມ່ຍິງຕູນີເຊຍຄົນນຶ່ງ ໃຊ້ສິດປ່ອນບັດຂອງນາງ ໃນນະຄອນຫຼວງ Tunis, ວັນທີ 21 ທັນວາ 2014.
ແມ່ຍິງຕູນີເຊຍຄົນນຶ່ງ ໃຊ້ສິດປ່ອນບັດຂອງນາງ ໃນນະຄອນຫຼວງ Tunis, ວັນທີ 21 ທັນວາ 2014.

ບັນດາ​ຜູ້ມີ​ສິດ​ເລືອກ​ຕັ້ງ​ໃນ​ຕູ​ນີ​ເຊຍ ກຳລັງ​ພາກັນ​ອອກ​ໄປ​ປ່ອນ
​ບັດເອົາ​ປະທານາທິບໍດີ​ຂອງ​ຕົນ​ຢ່າງ​ເສລີ​ ​ເປັນ​ເທື່ອທຳ​ອິດ​ ໃນ
​ການ​ເລືອກ​ຕັ້ງ​ຮອບຕັດສິນ​ຊີ້​ຂາດ ທີ່​ຖື​ວ່າ​ເປັນ​ເຫດ​ການ​ສຳຄັນ
​ໃນ​ການ​ຫັນປ່ຽນ​ຂອງ​ປະ​ເທດ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ.

ການ​ປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ເປັນ​ໄລຍະສຸດ​ທ້າຍ ​ໃນ​
ການ​ຫັນປ່ຽນຂອງປະ​ເທດ ນັບ​ແຕ່​ການ​ປະຕິວັດ​ໃນ​ລະດູບານ
​ໃໝ່​ຂອງ​ອາຫຣັບ ທີ່​ເອີ້ນ​ວ່າ Arab Spring ທີ່​ໄດ້​ໂຄ່ນ​ລົ້ມ​ອະ
ດີດ​ປະທານາທິບໍດີ Zine El Abidine Ben Ali ທີ່​ປົກຄອງ​ປະ​
ເທດ​ມາ​ເປັນ​ເວລາ​ດົນ​ນານ ລົງຈາກ​ຕຳ​ແໜ່​ງໄປ ​ໃນ​ປີ 2011 ນັ້ນ.

ຕູ​ນີ​ເຊຍ ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໂຄ່ນ​ລົ້ມ​ຜູ້ນຳ​ຂອງ​ຕົນ​ໃນ​ການ​ປະຕິວັດ​ລະດູບານ​ໃໝ່ ທີ່
ຕ່າງໆໃນ​ພາກ​ພື້ນ.

ການເລືອກ​ຕັ້ງ​ໃນ​ມື້​ນີ້ ​ແມ່ນການ​ແຂ່ງຂັນ​ກັນ ລະຫວ່າງ​ທ່ານ Beji Caid Essebsi ​
ໄວ 88 ປີ​ຊຶ່ງ​ເຄີຍ​ເປັນ​ລັດຖະມົນຕີ ​ຢູ່​ໃນ​ລັດຖະບານຊຸດ​ກ່ອນໆ​ຂອງ​ຕູ​ນີ​ເຊຍ ​ ​ກັບ​ທ່ານ Moncef Marzouki ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ ຊຶ່ງ​ເປັນ​ປະທານາທິບໍດີ​ ປົກຄອງ​ປະ​ເທດ
ເປັນ​ການ​ຊົ່ວຄາວ​ໃນ​ປັດຈຸບັນ.

​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ Essebi ​ຈະ​ເປັນ​ຜູ້​ຊະນະ ຫຼັງ​ຈາກ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 39 ​ເປີ​ເຊັນ​ຂອງ​ການ​ປ່ອນ​ບັດຮອບ​ທຳ​ອິດ​ໃນ​ເດືອນ​ແລ້ວ​ນີ້ ຂະນະ​ທີ່​ທ່ານ Marzouki ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 33 ​ເປີ​ເຊັນ.

ປະຊາຊົນ​ຕູ​ນີ​ເຊຍ​ຈຳນວນ​ຫຼາຍ​ກວ່າ 5 ລ້ານ​ຄົນ ​ມີ​ສິດ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

tunisiaelection21december14
please wait

No media source currently available

0:00 0:00:44 0:00

XS
SM
MD
LG