ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານ ສະພາ Tunisia ຮ້ອງຂໍໃຫ້ມື້ນີ້ ເປັນວັນປຸ້ມລຸມ ສາມັກຄີກັນ ຫຼັງຈາກເກີດເຫດໂຈມຕີ


Tunisia
please wait
Embed

No media source currently available

0:00 0:02:18 0:00

ລັດຖະສະພາ Tunisia ໄດ້ຮ້ອງຂໍໃຫ້ມື້ນີ້ ເປັນມື້ທີ່ສະໝານ
ສາມັກຄີກັນ ເປັນນ້ຳນຶ່ງໃຈ ດຽວກັນ ຫຼັງຈາກທີ່ມືປືນໄດ້ເປີດ
ສາກລະດົມຍິງເຂົ້າໃສ່ຜູ້ຄົນ ຢູ່ສະຖານທີ່ພວກນັກທ່ອງທ່ຽວ
ມັກພາກັນໄປທ່ຽວກັນຫຼາຍທີ່ສຸດແຫ່ງນຶ່ງ ຊຶ່ງໄດ້ສັງຫານ
19 ຄົນ ແລະບາດເຈັບ ຫຼາຍກວ່າ 40 ຄົນນັ້ນ.

ປະທານລັດຖະສະພາທ່ານ Mohamed Enaceur ໄດ້ກ່າວ
ໃນລະຫວ່າງກອງປະຊຸມນັດພິເສດກັນໃນແລງວັນພຸດວານ
ນີ້ວ່າ “ເປົ້າໝາຍຂອງການໂຈມຕີແມ່ນແນ່ໃສ່ລັດຖະສະພາ
ແລະຫໍພິ​ພິດທະພັນຂອງປະເທດ ຊຶ່ງສະຖານທີ່ເຫຼົ່ານີ້ ເປັນສັນ
ຍາລັກຂອງປະເທດແລະການໂຈມຕີຄັ້ງນີ້​ແມ່ນການເຕືອນ
ທີ່ບອກໃຫ້ພວກເຮົາຮູ້ວ່າພວກກໍ່ການຮ້າຍໃນປະຈຸບັນນີ້ໄດ້ປ່ຽນແປງໄປ ຊຶ່ງມັນເກີດຂຶ້ນ
ໃນຕົວເມືອງຂອງພວກເຮົາແລະເພັ່ງເລັ່ງໃສ່ໃນອັນທີ່ເປັນສັນຍາລັກຂອງປະເທດຂອງ
ພວກເຮົາ.

Tunisia Attack
please wait
Embed

No media source currently available

0:00 0:01:58 0:00

ນາຍົກລັດຖະມົນຕີ Habib Essid ລະບຸໂຕພວກມືສັງຫານນັ້ນວ່າແມ່ນທ້າວ Yassine Laabidi ແລະທ້າວ Hatem Khachnaoui. ທ່ານໄດ້ກ່າວວ່າ ພວກເຂົາໄດ້ແຕ່ງຕົວ
ໃນຊຸດເຄື່ອງແບບທະຫານ ເວລາທີ່ພວກເຂົາຕາມລ່າແລະແລ່ນໄລ່ ພວກນັກທ່ອງທ່ຽວ
ໃນຫໍພິ​ພິດທະພັນ Bardo ທີ່ນະຄອນ Tunis ກ່ອນທີ່ຈະໄດ້ຈັບຕົວປະກັນກຸ່ມນ້ອຍໆກຸ່ມ
ນຶ່ງນັ້ນ.

ຕຳຫຼວດໄດ້ສັງຫານພວກໂຈມຕີທັງ 2 ໃນການປະຕິບັດງານປ່ອຍຕົວປະກັນ ແລະທາງເຈົ້າ
ໜ້າທີ່ໄດ້ກ່າວວ່າ ພວກເຂົາເຈົ້າກຳລັງຕາມຫາອີກ 3 ຄົນ ທີ່ສັນນິຖານວ່າອາດໃຫ້ການ
ຊ່ອຍເຫຼືອໃນການໂຈມຕີຄັ້ງນີ້.

ເຈົ້າໜ້າທີ່ຍີ່ປຸ່ນ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກເສຍຊີວິດໃນຄັ້ງນີ້ ແມ່ນຮວມທັງ
ຊາວຍີ່ປຸ່ນ 3 ຄົນ. ທ່ານ Essid ໄດ້ກ່າວວ່າ ຊາວ Tunisia 2 ຄົນ ແມ່ນຮວມຢູ່ໃນ
ພວກເຄາະຮ້າຍນັ້ນ ພ້ອມທັງຜູ້ຄົນຈາກ ເຢຍຣະມັນ ອີຕາລີ ໂປແລນ ແລະສະເປນ.

Tunis, Tunisia
Tunis, Tunisia

ໂທລະພາບຂອງ Tunisia ໄດ້ອອກຂ່າວ ກ່ຽວກັບພວກນັກທ່ອງ
ທ່ຽວທີ່ເປັນຜູ້ເຖົ້າແລະເດັກ ນ້ອຍພາກັນແລ່ນໜີອອກຈາກ
ສະຖານທີ່ເກີດເຫດ ພາຍໃຕ້ການຊ່ອຍເຫຼືອຂອງກອງກຳລັງ
ຮັກສາຄວາມປອດໄພ. ໂຄສົກກະຊວງພາຍໃນ ໄດ້ກ່າວວ່າ
ມີຢ່າງນ້ອຍ 100 ຄົນ ຢູ່ພາຍໃນຫໍພິ​ພິດທະພັນ ໃນເວລາ
ທີ່ໄດ້ທີເກີດການໂຈມຕີຂຶ້ນນັ້ນ.

ໃນຄຳປາໄສທາງໂທລະພາບຕໍ່ປະເທດຊາດໃນແລງວັນພຸດວານນີ້
ປະທານາທິບໍດີ Beji Caid Essebsi ໄດ້ກ່າວວ່າ “ຂ້າພະເຈົ້າ
ຕ້ອງການຢາກຈະໃຫ້ຊາວ Tunisia ເຂົ້າໃຈກ່ອນອື່ນໝົດ ແລະທ້າຍສຸດ ກໍຄືວ່າພວກເຮົາ
ກຳລັງເຮັດສົງຄາມກັບພວກກໍ່ການຮ້າຍ ແລະພວກປ່າເຖື່ອນຊຶ່ງເປັນຊົນກຸ່ມນ້ອຍນີ້ ຈະບໍ່
ເຮັດໃຫ້ພວກເຮົາຫວັ່ນໄຫວແລະຢ້ານກົວແຕ່ຢ່າງໃດເລີຍ”

XS
SM
MD
LG