ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຕູນິເຊຍ ທີ່ໄປສົ່ງສະການ ຜູ້ນໍາຝ່າຍຄ້ານ ປະທະ ກັບຕໍາຫຼວດ (ສະໄລດ໌)


ຊາວຕູນິເຊຍ ທີ່ໄວ້ທຸກພາກັນຖືປ້າຍຄຳຂວັນ ແລະຮູບພາບຂອງມຶ້ລາງ ຜູ້ນໍາຝ່າຍຄ້ານ ທ່ານ Chokri Belaid ຢູ່ໃນພິທີສົ່ງສະການ.
ຊາວຕູນິເຊຍ ທີ່ໄວ້ທຸກພາກັນຖືປ້າຍຄຳຂວັນ ແລະຮູບພາບຂອງມຶ້ລາງ ຜູ້ນໍາຝ່າຍຄ້ານ ທ່ານ Chokri Belaid ຢູ່ໃນພິທີສົ່ງສະການ.
ການ​ປະ​ທະ​ກັນ​ລະຫວ່າງຕໍາຫລວດ​ແລະ​ພວກ​ປະ​ທ້ວງ ​ໄດ້​ລະ
​ເບີດ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້ ທີ່ນະຄອນຫຼວງຂອງ​ຕູ​ນີ​ເຊຍ ​ໃນ​ລະ
ຫວ່າງພິທີ​ສົ່ງສະ ການ​ໃຫ້​ແກ່ຜູ້​ນໍາ​ຝ່າຍ​ຄ້ານທີ່​ບໍ່​ຝັກ​ໄຝ່ທາງ
​ດ້ານ​ສາສະໜາທີ່​ຖືກ​ສັງຫານ.

ພວກ​ໄວ້​ທຸກ​ຫຼາຍ​ສິບພັນ​ຄົນໄດ້​ໄປ​ເຕົ້າ​ໂຮມກັນ​ຢູ່​ສຸສານ​ໃຫຍ່ທີ່​ນະຄອນ ຫລວງຕູ​ນິ​ເຊຍ ​ເພື່ອ​ແຫ່​ສົບ​ຂອງທ່ານ Chokri Belaid ​ທີ່​ໄດ້​ຖືກ​ຍິງ​ຕາຍ​ຢູ່​ນອກເຮືອນ​ຂອງທ່ານ ​ໃນ​ຕົ້ນ​ອາທິດ​ນີ້.

ນັກ​ຂ່າວວີ​ໂອ​ເອ ໃນຕູ​ນິ​ເຊຍ ນາງ Lisa Bryant ​ກ່າວ​ວ່າ ຕໍາຫລວດ ​ໄດ້ໃຊ້​ລະ​ເບີດນໍ້າຕາ ຢູ່ທີ່​ສຸສານ​ເພື່ອແຜ້ວ​ທາງ ​ໃຫ້​ແກ່​ຂະ​ບວນ​ແຫ່ສົ່ງ ສະການ.

ພວກ​ໄວ້​ທຸກພາກັນ​ປີນ​ຂື້ນກຳ​ແພງ ​ແລະຫີນປ້າຍ​ຝັງ​ສົບ ທ່າມກາງ​ຟ້າ​ລົມ​ຝົນຕົກ ​ເພື່ອ​ສ່ອງ​ເບິ່ງລົດ​ທະ​ຫານເປີດ​ຫລັງ​ຄາ ທີ່ບັນທຸກ​ຫີບ​ສົບ ຂອງ​ທ່ານ Belaid. ບັນດາ​ຜູ້​ເຫັນ​ ເຫ​ດການ​ກ່າວ​ວ່າ ບາງ​ຄົນ​ພາກັນ​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່​ຕໍາຫລວດ.

ພວກໄວ້ທຸກ​ຫລາຍ​ຄົນ ພາກັນ​ຮ້ອງຄຳ​ຂວັນ​ຕໍ່​ຕ້ານອິສລາມ ​ແລະອີກ​ຈໍານວນ​ນຶ່ງ​ພາກັນ​ຖື​ປ້າຍ​ ປະນາມທ່ານ Rachid Ghannouchi ຜູ້​ນໍາພັກ​ນິຍົມ​ສາສະໜາອິສລາມ Ennahda ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວ ລານີ້ວ່າ ​ເປັນ “ມື​ສັງຫານ.”

ຄອບຄົວ​ຂອງ ທ່ານ Belaid ​ໄດ້​ກ່າວ​ຫາພັກ​ລັດຖະບານ​ວ່າ ​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ການ​ສັງຫານ ​ແຕ່​ພັກ​ດັ່ງກ່າວ​ໄດ້​ປະຕິ​ເສດກ່ຽວ​ກັບ ​ເລື່ອງ​ນີ້.

ລັດຖະມົນຕີ​ພາຍ​ໃນ​ຂອງຕູ​ນິ​ເຊ​ຍກ່າວ​ວ່າ ມີ 132 ຄົນ​ໄດ້​ຖືກ​ຈັບ​ໃນ​ວັນ​ສຸກ​ວານ​ນີ້.

XS
SM
MD
LG