ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕູນີເຊຍ ໄຂ ຫໍພິພິດທະພັນ ທີ່ຖືກໂຈມຕີນັ້ນ ຄືນ


Tunisia Museum Reopening
please wait

No media source currently available

0:00 0:01:55 0:00

ຫໍພິພິດທະພັນ Bardo ຂອງ​ຕູ​ນີ​ເຊຍ ​ໄດ້​ຈັດ​ພິທີ​ໄຂຄືນ ສຳລັບ​ພວກ​ເຈົ້າ​ໜ້າ​ທີ່​ເທົ່າ​ນັ້ນ​ ໃນ​ວັນ​ອັງຄານ​ວານ​ນີ້ ໜຶ່ງ​ອາທິດ​ຫຼັງ​ຈາກພວກ​ມື​ປືນ​ ​ທີ່​ອ້າງ​ວ່າ​ເປັນ​ພັນທະ​ມິດ​ກັບ​ກຸ່ມ​ລັດ​ອິສລາມ ສັງຫານ​ພວກນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ 20 ຄົນ​ໃນ​ການ​ໂຈມ​ຕີ​ທີ່ແນ​ເປົ້າ​ໝາຍເພື່ອ​ທຳລາຍ​ອຸດສາຫະກຳ​ທ່ອງ​ທ່ຽວ​ທີ່​ສຳຄັນຂອງ​ປະ​ເທດ​ນັ້ນ.

ພວກ​ຊາວ​ຕູ​ນີ​ເຊຍ ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ນາໆ​ຊາດ​ຫຼາຍ​ພັນ​ຄົນ ທີ່ ໄປ​ຮ່ວມ​ກອງ​ປະຊຸມ forum ລະຫວ່າງ​ຊາດ ພາກັນເດີນ​ຂະ​ບວນຢູ່​ໃນ​ນະຄອນຫຼວງ Tunis ​ເພື່ອ​ສະ​ແດງ​ອອກ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ກັນ ກັບ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ເສຍ​ຊີວິດ​ໄປຢູ່ຫໍພິພິດທະພັນ Bardo ທີ່​ຮວມທັງ​ຄົນ​ຍີ່ປຸ່ນ ສະ​ເປ​ນ ອີ​ຕາ​ລີ ​ແລະ​ໂຄ​ລອມ​ເບຍນັ້ນ.

ນາງ Rose Marie ຈາກການ​າດາ ກ່າວ​ວ່າ ນາງ​ໄປ​ທີ່​ນັ້ນ​ກັບ​ພວກ​ນັກ​ທ່ອງ​ທ່ຽວ​ຈຸ​ໜຶ່ງ​ຈາກ Quebec. ນາງກ່າວ​ວ່າ “ພວກ​ເຮົາ​ມາ​ຢູ່​ທີ່​ນີ້​ໄດ້​ສອງ​ສາມ​ມື້​ແລ້ວ. ພວກ​ເຮົາ
ໄດ້​ຕັດສິນ​ໃຈ ບໍ່​ລົບ​ລ້າງ​ແຜນການ​ທ່ອງ​ທ່ຽວ​ຂອງ​ພວກ​ເຮົາ ​ແລະ​ມື້​ນີ້ ພວກ​ເຮົາ​ໄດ້​ຕັດສິນ​ໃຈ ຫັນປ່ຽນ​ລາຍການທ່ອງ​ທ່ຽວ​ຂອງ​ພວກ​ເຮົາ​ມາ​ທ່ຽວ​ຊົມ​ຫໍພິພິດທະ
ພັນ ​ພຽງ​ແຕ່​ມາ​ເພື່ອ​ຖ່າຍຮູບ. ການ​ມາ​ເພື່ອ​ຖ່າຍຮູ​ບ ​ແລະ​ເພື່ອ​ສະແດງຄວາມ​
ເປັນ​ເອກະ​ພາບ​ກັນ​ກັບ​ຊາວ​ຕູ​ນີ​ເນຍ. ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ພວກ​ເຮົາ​ໄດ້​ຮັບ​ຄວາມ​ພະຍາຍາມ​ຄ້າຍຄື​ກັນ​ນີ້ ​ໂດ​ຍພວກ​ນັກ​ກໍ່​ການ​ຮ້າຍ​ໃນ​
ການ​າດາ. ອັນ​ນີ້ ມັນ​ບໍ່​ພາ​ໃຫ້​ພວກ​ເຮົາ​ຢຸດ​ດຳ​ເນີນການທ່ອງທ່ຽວຂອງ​ພວກ​
ເຮົາ.”

ທ່ານ Moncef Ben Moussa ຜູ້ອຳນວຍການ​ຫໍພິພິດທະພັນ Bardo ກ່າວ​ວ່າ “ອັນ
​ນີ້​ເປັນ​ການ​ເປີດ​ຄືນ​ດ້ານ​ສັນຍະ​ລັກ​ອັນ​ໜຶ່ງ ​ແລະ​ເປັນສານ​ສະບັບ​ໜຶ່ງ​ທີ່​ສຳຄັນ
ທີ່​ສົ່ງ​ໄປ​ຍັງ​ພວກ​ບຸກຄົນ​ທີ່​ທຳ​ການ​ເຄື່ອນ​ໄຫວ​ອັນ​ໜ້າ​ຢ້ານ​ກົວ. ການໄຂ​ຫໍພິພິດ
ທະພັນ​ຄືນ​ຢ່າງ​ເປັນ​ທາງ​ການ​ຈະ​ມີ​ຂຶ້ນ​ໃນ​ວັນ​ອາທິດ​ຈະ​ມາ​ນີ້.”

ຕູ​ນີ​ເຊຍ​ຢາກ​ສະ​ແດງ​ໃຫ້​ເຫັນ​ວ່າ ອຸດສາຫະກຳ​ທ່ອງ​ທ່ຽວ​ຂອງ​ປະ​ເທດ ຊຶ່ງ​ນຳ​ລາຍ​ຮັບ​ມາ​ໃຫ້​ປະ​ເທດ​ປີ​ໜຶ່ງ​ປະມານ 2 ຕື້​ດອນ​ລາ ສາມາດ​ຟື້ນ​ໂຕ​ຄືນ​ໄດ້​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ພຸດ​ສັບປະດາ​ແລ້ວ​ນີ້ ໂດຍ​ຜູ້​ຊາຍ​ຊາວ​ຕູ​ນີ​ເຊຍ​ຢ່າງ​ໜ້ອຍ 2 ຄົນ ​ເປີດ​ສາກ​ຍິງ​ປືນ​ໃສ່​ພວກ​ນັກ​ທ່ອງ​ທ່ຽວ ທີ່​ໄປຢ້ຽມ​ຫໍ​ພິດ​ທະ​ພັນ Bardo ນັ້ນ.

ຕູນີເຊຍ ປະຕິຍານ ຈະຜາບແພ້ ການກໍ່ການຮ້າຍ:

Tunisians Vow to Defeat Terrorism
please wait

No media source currently available

0:00 0:03:01 0:00



Tunisia's Bardo museum held a ceremonial reopening for officials only on Tuesday, a week after gunmen claiming alliance with Islamic State killed 20 foreign tourists in an attack aimed at wrecking the country's vital tourism industry.

Several thousand Tunisians and foreign visitors to an international forum marched in the capital Tunis to show solidarity with the Bardo victims who included Japanese, Spanish, Italians and Colombians.

Canadian Rose Marie says she was there with a group of tourists from Quebec.

"We have been here for a few days now. We decided not to cancel our trip and today. we have even decided to deviate from our itinerary to come to the museum just to take pictures. Just to take a picture and to express our solidarity with Tunisians. Just a few weeks ago we had similar attempts by terrorists in Canada. This mustn't stop us."

Director of the Bardo museum, Moncef Ben Moussa, said "This is a response, a challenge." and that everyone wants to carry the challenge with them.

"This is a symbolic reopening and it's a clear message addressed to those who committed the horrible act. The formal opening will be on Sunday."

Tunisia wants to demonstrate that the country's tourism industry, worth an estimated $2 billion a year, can recover from last Wednesday's attack in which at least two Tunisian men opened fire on tourists arriving at the Bardo.

Security forces later shot dead the two men, who had been recruited at mosques in Tunisia and subsequently trained at a jihadist camp in Libya.

XS
SM
MD
LG