ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຕູນີເຊຍແຕ່ງຕັ້ງຜູ້ນໍາຊົ່ວຄາວ


ການປະທ້ວງຂອງປະຊາຊົນ ທີ່ຕູນີເຊຍ
ການປະທ້ວງຂອງປະຊາຊົນ ທີ່ຕູນີເຊຍ

ສະພາລັດຖະທຳມະນູນຂອງຕູນີເຊຍ ກ່າວວ່າ ການອອກ
ຈາກປະເທດໄປຂອງປະທານາທິບໍດີ Zine El Abidine
Ben Ali ແມ່ນເປັນການຈາກໄປທີ່ຖາວອນແລະປະທານ
ສະພາແຫ່ງຊາດ ທ່ານ Foued Mebezza ຈະເຂົ້າຮັບ
ໜ້າທີ່ ເປັນຜູ້ນຳຊົ່ວຄາວຂອງຕູນີເຊຍ.

ສະພາລັດຖະທຳມະນູນ ຊຶ່ງເປັນສະຖາບັນທາງກົດໝາຍ
ສູງສຸດຂອງຕູນີເຊຍ ກ່ຽວກັບບັນຫາຕ່າງໆທາງດ້ານລັດຖະ
ທຳມະນູນນັ້ນກ່າວວ່າຜູ້ນຳຄົນໃໝ່ມີເວລາ 60 ມື້ສຳລັບ
ຈັດການເລືອກຕັ້ງປະທານາທິບໍດີ.

ສະພາລັດຖະທຳມະນູນໄດ້ທຳການປະກາດດັ່ງກ່າວນຶ່ງມື້
ຫຼັງຈາກທ່ານ Ben Ali ໄດ້ຫຼົບໜີໄປຍັງປະເທດຊາອຸດີ
ອາຣາເບຍໃນມື້ວັນສຸກວານນີ້ລຸນຫຼັງທີ່ໄດ້ມີການປະທ້ວງ
ຢ່າງຮຸນແຮງ ເປັນເວລາຫຼາຍໆມື້. ນາຍົກລັດຖະມົນຕີ
Mohammed Ghannouchi ກ່າວໃນຂັ້ນຕົ້ນວ່າ ທ່ານ
ຈະເຂົ້າກຳຕຳແໜ່ງ ເປັນປະທານາທິບໍດີຊົ່ວຄາວຂອງປະເທດ.

ທ່ານ Ben Ali ເປັນປະທານາທິບໍດີຕູນີເຊຍມາໄດ້ 23 ປີ. ທ່ານໄດ້ເດີນທາງອອກຈາກປະ
ເທດລຸນຫຼັງທີ່ໄດ້ມີການປະທ້ວງຂະໜາດໃຫຍ່ກ່ຽວກັບເລື່ອງຄົນຫວ່າງງານ ລາຄາອາຫານ
ທີ່ຖີບໂຕແພງຂຶ້ນ ແລະຄວາມວຸ້ນວາຍທີ່ເພີ່ມທະວີຂຶ້ນທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 23
ຄົນ. ຄວາມຮຸນແຮງທີ່ວ່ານີ້ ໄດ້ເລີ້ມຂຶ້ນໂດຍການຈູດໄຟເຜົາໂຕຕາຍຂອງນັກສຶກສາຂັ້ນປະ
ລິນຍາໂທຄົນນຶ່ງ ຫຼັງຈາກຕຳຫຼວດໄດ້ຢຶດຜະລິດຕະພັນ ທີ່ເຈົ້າໜ້າທີ່ເວົ້າວ່າ ນຳໄປຂາຍ
ໂດຍບໍ່ມີໃບອະນຸຍາດ.

ກ່ອນອອກເດີນທາງໄປຈາກນະຄອນຫຼວງຕູນິສນັ້ນ ທ່ານ Ben Ali ໄດ້ຍຸບຄະນະລັດຖະ
ບານຂອງທ່ານແລະປະກາດພາວະສຸກເສີນ. ໄດ້ມີການຫ້າມບໍ່ໃຫ້ປະຊາຊົນໂຮມຊຸມນຸມກັນ ແລະກຳລັງຮັກສາຄວາມສະຫງົບ ໄດ້ຮັບຄຳສັ່ງໃຫ້ຍິງພວກກໍ່ຈະລາຈົນໄດ້.

ໃນຄືນມາຜ່ານມານີ້ ພວກກໍ່ຈະລາຈົນໄດ້ຈູດເຜົາສະຖານີລົດໄຟໃຫຍ່ທີ່ນະຄອນຫຼວງຕູນິສ
ແລະພາກັນບຸກເຂົ້າໄປ ລັກເອົາເຄື່ອງເອົາຂອງ ຢູ່ຕາມຫ້າງຮ້ານຕ່າງໆ.

ພວກທະຫານ ໄດ້ປິດເຂດອາກາດຂອງຕູນີເຊຍ ໃນວັນສຸກວານນີ້ ແຕ່ໃນວັນເສົາມື້ນີ້ ໄດ້
ເປີດເຂດອາກາດຄືນໃໝ່.

XS
SM
MD
LG