ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຫ້າມ ອອກນອກເຮືອນ ຄືນທຳອິດ ທີ່ Sidi Bouzid ຜ່ານພົ້ນໄປ


ຜູ້ນຳພັກສາສະໜາອິສລາມ Ennahdha ທ່ານ Rachid Ghannouchi
ຜູ້ນຳພັກສາສະໜາອິສລາມ Ennahdha ທ່ານ Rachid Ghannouchi

ຊາວຕູນີເຊຍໃນຫົວເມືອງທີ່ເປັນບ່ອນກຳເນີດຂອງການລຸກຮືຂຶ້ນປະທ້ວງໃນລະດູບານໃໝ່
ຂອງຊາວອາຣັບຫຼື Arab Spring ນັ້ນໄດ້ຜ່ານພົ້ນໄປໃນວັນເສົາມື້ນີ້ຫຼັງຈາກຄໍ່າຄືນທຳອິດ
ຂອງການປະກາດຫ້າມ ອອກນອກເຮືອນຄັ້ງໃໝ່.

ເຈົ້າໜ້າທີ່ໄດ້ປະກາດຫ້າມບໍ່ໃຫ້ອອກນອກເຮືອນໃນຕອນກາງຄືນທີ່ເມືອງ Sidi Bouzid
ໃນມື້ວັນສຸກວານນີ້ ຫຼັງຈາກພວກປະທ້ວງໄດ້ພາກັນເດີນຂະບວນ ຢູ່ຕາມຖະໜົນຫົນທາງ
ສາຍຕ່າງໆເປັນມື້ທີສອງເພື່ອສະແດງຄວາມບໍ່ພໍໃຈກ່ຽວກັບຜົນການເລືອກເສລີຄັ້ງທຳອິດ
ຂອງປະເທດ.

ການປະທ້ວງເລີ່ມຂຶ້ນຫຼັງຈາກພວກເຈົ້າໜ້າທີ່ໄດ້ປະກາດໃຫ້ບ່ອນນັ່ງທີ່ຊະນະໂດຍພັກລາຍ ຊື່ມະຫາຊົນທີ່ເປັນຄູ່ແຂ່ງນັ້ນເປັນໂມຄະ ໂດຍອ້າງວ່າໄດ້ມີການລະເມີດລະບຽບການໂຄສະ
ນາຫາສຽງ.

ໃນມື້ວານນີ້ ພວກປະທ້ວງຈຳນວນຫຼາຍພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງທີ່ເມືອງ
Sidi Bouzid. ເຈົ້າໜ້າທີ່ເວົ້າວ່າ ຕຶກອາຄານຫຼາຍໆຫຼັງໄດ້ຮັບຄວາມເສຍຫາຍ ຮວມທັງ
ສຳນັກງານໃນເຂດທ້ອງຖິ່ນ ຂອງພັກສາສະໜາອິສລາມ En nahdha ຊຶ່ງເປັນພັກທີ່ໄດ້ ຮັບບ່ອນນັ່ງຫຼາຍກວ່າໝູ່ໃນການປ່ອນບັດໃນມື້ວັນອາທິດຜ່ານມານີ້.

ຜູ້ນຳຂອງພັກ Ennahdha ທ່ານ Rachid Ghannouchi ໄດ້ຮຽກຮ້ອງໃຫ້ຢູ່ໃນຄວາມ
ສະຫງົບແລະກ່າວວ່າ ພັກຂອງທ່ານຈະດຳເນີນງານເພື່ອສ້າງຕັ້ງລັດຖະບານຊຸດໃໝ່ແບບ ໄມຕີຈິດມິດຕະພາບແລະພະລາດອນພາບ.

ເຈົ້າໜ້າທີ່ເລືອກຕັ້ງປະກາດຜົນການນັບຄະແນນສຽງຂັ້ນສຸດທ້າຍໃນມື້ວັນພະຫັດຜ່ານມາ.
ພັກ Ennahdha ໄດ້ຮັບຄະແນນສຽງທັງໝົດ 41% ແລະຈະເປັນຜູ້ຄອບງຳໃນສະພາຮ່າງ ລັດຖະທຳມະນູນຂອງປະເທດ.

XS
SM
MD
LG