ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງ ຕໍ່ການສັງຫານ ຜູ້ນໍາພັກ ຝ່າຍຄ້ານ ຕູນິເຊຍ ຍັງມີສືບຕໍ່ມາ (ວີດິໂອ)


ພວຫໄວ້ອາໄລ ພາກັນຫາມໂຮງສົບຂອງທ່ານ Mohammed Brahmi ຜູ້ນໍາພັກການເມືອງຝ່າຍຄ້ານຊັ້ນນໍາຄົນນຶ່ງ ທີ່ຖືກສັງຫານໃນລະຫວ່າງສ່ວນນຶ່ງຂອງການການແຫ່ສົບໄປສົ່ງສະການ ໃນນະຄອນ Tunis ໃນວັນທີ 27 ກໍລະກົດ, 2013.
ພວຫໄວ້ອາໄລ ພາກັນຫາມໂຮງສົບຂອງທ່ານ Mohammed Brahmi ຜູ້ນໍາພັກການເມືອງຝ່າຍຄ້ານຊັ້ນນໍາຄົນນຶ່ງ ທີ່ຖືກສັງຫານໃນລະຫວ່າງສ່ວນນຶ່ງຂອງການການແຫ່ສົບໄປສົ່ງສະການ ໃນນະຄອນ Tunis ໃນວັນທີ 27 ກໍລະກົດ, 2013.
ຕໍາຫລວດຕູນິເຊຍໄດ້ຍິງລະເບີດນໍ້າຕາເຂົ້າໃສ່ຝຸງຊົນ ທີ່ໄປ
ເຕົ້າໂຮມກັນຢູ່ນອກຕຶກສະພາແຫ່ງຊາດ ໃນວັນເສົາວານນີ້ ໃນການປະທ້ວງທີ່ດໍາເນີນສືບຕໍ່ມີມາ ກ່ຽວກັບການສັງຫານ ຜູ້ນໍາພັກການເມືອງຝ່າຍຄ້ານຊັ້ນນໍາຄົນນຶ່ງ. ພວກປະທ້ວງ
ຮຽກຮ້ອງໃຫ້ຍຸບສະພາແຫ່ງ ຊາດ.

ຢູ່ແຫ່ງອື່ນອີກໃນນະຄອນຫລວງ Tunis ນັ້ນ ກຸ່ມທີ່ຕ້ານກັບ
ພວກປະທ້ວງດັ່ງກ່າວ ແຕ່ມີຈໍານວນໜ້ອຍກວ່າ ກໍໄດ້ຈັດ ຕັ້ງການໂຮມຊຸມນຸມກັນຂຶ້ນຕ່າງຫາກ ເພື່ອສະໜັບສະໜຸນ
ລັດຖະບານ.

ການເດີນຂະບວນປະທ້ວງໄດ້ເລີ້ມຂຶ້ນ ລຸນຫລັງພິທີສົ່ງສະການທ່ານ Mohammed
Brahmi ສະມາຊິກຂອງພັກແນວໂຮມມະຫາຊົນ ທີ່ບໍ່ຝັກໄຝ່ທາງສາສະໜາ ທີ່ຖືກຍິງ ຕາຍໃນວັນພະຫັດຜ່ານມາ ໂດຍຖືກລູກປືນ 14 ນັດ ຈາກປືນກະບອກດຽວກັນທີ່ໃຊ້
ສັງຫານຜູ້ນໍາຝ່າຍຄ້ານອີກຄົນນຶ່ງ ເມື່ອຫ້າເດືອນກ່ອນໜ້ານີ້.

ຜູ້ໄວ້ອາໄລບາງຄົນໄດ້ຮ້ອງຄໍາຂວັນຕໍ່ຕ້ານລັດຖະບານ ແລະໂບກຮູບຂອງທ່ານ Brahmi
ໃນຂະນະທີ່ລົດທະຫານຄັນນຶ່ງທີ່ບັນທຸກໂຮງສົບທີ່ປົກຄຸມດ້ວຍທຸງຊາດຂອງນັກການເມືອງ
ທີ່ຖືກຂ້າຕາຍຜູ້ນັ້ນ ແລ່ນຜ່ານນະຄອນຫລວງໄປ.

ເຈົ້າໜ້າທີ່ຕູນິເຊຍຖິ້ມໂທດໃສ່ພວກຫົວຮຸນແຮງຈັດ ທີ່ມີການພົວພັນກັບເຄືອຂ່າຍ al-Qaida ວ່າ ເປັນຜູ້ສັງຫານທ່ານ Brahmi.

Tunisia
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG