ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກກຣິສ ກ່າວວ່າ ຈະມີການແກ້ໄຂ ວິກິດການໜີ້ສິນ


ຜຸ້ສະໜັບສະໜູນສະຫະພາບຢູໂຣບ ຖືປ້າຍປະທ້ວງ ລະຫວ່າງການເດີນຂະບວນ ຢູ່ຕໍ່ໜ້າສະພາ ທີ່ນະຄອນ Athens.
ຜຸ້ສະໜັບສະໜູນສະຫະພາບຢູໂຣບ ຖືປ້າຍປະທ້ວງ ລະຫວ່າງການເດີນຂະບວນ ຢູ່ຕໍ່ໜ້າສະພາ ທີ່ນະຄອນ Athens.

ນາຍົກລັດຖະມົນຕີກຣິສກ່າວ​ວ່າ “ຈະມີການ​ແກ້້​ໄຂ​ຕໍ່​ວິ​ກິດ​ການ
​ໜີ້ີສິນ​ຂອງກຣິສ ໂດຍຈະອຳນວຍ​ໃຫ້​ປະ​ເທດປະເທດດັ່ງກ່າວ ​
ກັບ​ຄືນ​ສູ່​ການ​ເຕີບ​ໂຕ ​ໃນ​ຂະນະ​ທີ່​ຍັງ​ຢູ່​ໃນ​ເຂດ​ໃຊ້ເງິນຢູ​ໂຣ.”

ທ່ານ Alexis Tsipras ກ່າວ​ໃນຢູ່ໃນ​ຖະ​ແຫລ​ງການສະບັບນຶ່ງ
ໃນວັນ​ສຸກມື້​ນີ້​ວ່າ ການ​ແກ້​ໄຂ “ຈະອີງ​ຕາມ​ກົດ​ລະ​ບຽບຂອງ​ສະ
ຫະພາບຢູໂຣບ ​ແລະ​ປະຊາທິ ປະ​ໄຕ ທີ່​ຈະ​ອຳນວຍ​ໃຫ້​ກຣິສກັບ
​ຄືນ​ໄປສູ່ການ​ເຕີບ​ໂຕ​ໃນເຂດໃຊ້ເງິນ​ຢູ​ໂຣອີກ.” ທ່ານ​ກ່າ​ວວ່າ
“ບັນດາ​ຜູ້ທີ່ລົງພະນັນ​ທັງ​ໝົດ​ກ່ຽວກັບ​ວິ​ກິ​ດການ ​ແລະ​ສະພາບ
ທີ່ ​ຮ້າຍ​ແຮງ​ຕ່າງໆນັ້ນ ຈະ​ພິສູດ​ໃຫ້​ເຫັນ​ວ່າ​ຜິດ.”

ນອກນັ້ນ ນາ​ຍົກ​ລັດຖະມົນຕີກຣີສ ຍັງ​ກ່າວ​ວ່າ ທ່ານ​ຫວັງວ່າ ກອງ​ປະຊຸ​ມສຸດ​ຍອດ​ສຸກ
ສີນ ໃນ​ວັນ​ຈັນຈະມາ​ນີ້ ທີ່​ບັນດາ​ຜູ້ນຳ​ເຂດໃຊ້ເງິນຢູ​ໂຣ ຈັດ​ຂື້ນ ​ໃນ​ຄວາມ​ພະຍາຍາມ
ເພື່ອໃຫ້ບັນລຸການ​ຕົກລົງ​ກັບ​ກຣິສກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ.”

ທ່ານ Tsipras ກ່າວ​ວ່າ ກອງ​ປະຊຸມ​ສຸດ​ຍອດ “​ເປັນ​ການ​ເຄື່ອນໄຫວ​ໃນ​ທາງ​ບວກ​ໄປສູ່​
ເສັ້ນທາງ​ການ​ຕົກລົງກັນ.”

ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນ​ຕີ​ການ​ເງິນ​ຈາກ 19 ປະ​ເທດ​ເຂດໃຊ້ເງິນ​ຢູ​ໂຣ ຈະ​ມີ
ຄວາມສຳຄັນ​ໃນການຊັ່ງຊາເບິ່ງວ່າ ບັນດາ​ຜູ້​ໃຫ້​ເງິນ​ຢືມ​ນາໆຊາດຈະ​ປ່ອຍ ເງິນຊ່ອຍ
ເຫລືອອີກກ້ອນນຶ່ງມູນຄ່າ 8​ ພັນ 2 ຮ້ອຍ​ລ້າ​ນໂດ​ລາ ກ່ອນ​ເສັ້ນ​ຕາຍ​ໃນວັນ​ທີ 30 ​
ເດືອນມິຖຸນາ ທີ່​ກຣິສຕ້ອງໄດ້​ຈ່າຍໃຫ້ແກ່ອົງການກອງທຶນສາກົນ IMF 1 ພັນ 8 ຮ້ອຍ
ລ້ານ​ໂດລານັ້ນ.

ລັດຖະມົນຕີການ​ເງິນ​ຂອງ​ກຣິສ ທ່ານ Yanis Varoufakis ກ່າວວ່າ ກຣິສ​ໄດ້​ຍື່ນ “ຂໍ້​ສະ​
ເໜີ​ໃນຂອບເຂດທີ່ກວ້າງຂວາງ” ຢູ່​ທີ່​ກອງ​ປະຊຸມ​ໃນ​ວັນ​ພະຫັດ ທີ່​ປະ​ເທດ Luxembourg
ພ້ອມ​ກັບ​ຜູ້​ໃຫ້​ເງິນ​ກູ້​ຢືມຈາກນາໆຊາດ ທີ່​ອາດ​ຈະ​ “ແກ້​ໄຂວິ​ກິດ​ການຂອງກຣິສໃຫ້​ແລ້ວ
ໃຫ້ລອດ​ໄປ.” ທ່ານ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ແມ່ນ ເກືອບ​ຈະ​ຕົກລົງກັນໄດ້ແລ້ວ ​ແຕ່​ຍັງບໍ່
ສາມາດກະທຳໄດ້ ​ເພາະວ່າ​ບັນດາ​ຜູ້​ເຈ ລະຈາ​ຂອງອີກຝ່າຍ​ນຶ່ງ​ ຂາດສິດອຳນາດ​ໃນ​ການເຮັດຂໍ້​ຕົກລົງ.

Greece Bailout
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG