ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ “ຈະບໍ່ສະບາຍໃຈເລີຍ” ຖ້າເກົາຫຼີເໜືອ ທົດລອງນິວເຄລຍ ອີກເທື່ອນຶ່ງ


Trump Sunday
please wait
Embed

No media source currently available

0:00 0:01:45 0:00

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານ “ຈະບໍ່ສະບາຍໃຈເລີຍ”
ຖ້າຫາກເກົາຫຼີເໜືອ ທຳການທົດລອງນິວເຄລຍ ອີກເທື່ອນຶ່ງ ຊຶ່ງຈະເປັນຄັ້ງທີ່ຫົກ ຂອງ
ເກົາຫຼີເໜືອ.

ທ່ານທຣຳ ໄດ້ກ່າວເຖິງ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໃນການໃຫ້ສຳພາດ ທີ່ໄດ້
ອອກອາກາດ ເມື່ອວັນອາທິດວານນີ້ ໃນລາຍການ “Face the Nation” ຂອງເຄືອ
ຂ່າຍ ໂທລະພາບ CBS ວ່າ “ຂ້າພະເຈົ້າ ສາມາດບອກທ່ານຄືກັນ ຂ້າພະເຈົ້າບໍ່ເຊື່ອ
ວ່າ ປະທານປະເທດຂອງຈີນ ຜູ້ທີ່ ໜ້ານັບຖືຫຼາຍ ຜູ້ນຶ່ງ ຈະສະບາຍໃຈ ເຊັ່ນກັນ.”

ເມື່ອຖືກຖາມວ່າ ຖ້າ “ບໍ່ສະບາຍໃຈ” ກັບການທົດລອງນິວເຄລຍ ອີກຄັ້ງນຶ່ງ ຂອງ
ພຽງຢາງ ໝາຍຄວາມວ່າ ທ່ານຈະ​ເອົາ “ມາດຕະການທາງທະຫານ” ຕໍ່ ອຳນາດ​
ການ​ປົກຄອງ Kim Jong Un ຜູ້ນຳເກົາຫຼີເໜືອ ບໍ່, ທ່ານທຣຳ ໄດ້ກ່າວວ່າ “ຂ້າພະ
ເຈົ້າບໍ່ຮູ້. ຂ້າພະເຈົ້າໝາຍຄວາມວ່າ ພວກເຮົາຈະຄອຍເບິ່ງ. ມັນເປັນການຫລິ້ນ
ເກມໝາກຮຸກ. ຂ້າພະເຈົ້າພຽງບໍ່ຢາກໃຫ້ຜູ້ຄົນຮູ້ຈັກ ​ໃນອັນທີ່ຂ້າພະເຈົ້າ ກຳລັງ
ຄິດຢູ່.”

ເກົາຫຼີເໜືອ ຊຶ່ງພະຍາຍາມຈະພັດທະນາ ລູກສອນໄຟ​ໄລຍະໄກ ທີ່ສາມາດຍິງມາເຖິງ
ແຜ່ນດິນໃຫຍ່ ຂອງສະຫະລັດ ທີ່ຢູ່ຫ່າງໄກ 9,000 ກິໂລແມັດ ໄດ້ທຳການທົດລອງ
ລູກສອນໄຟລຸ້ນໃໝ່ ໃນວັນເສົາຜ່ານມານີ້ ແຕ່ເກົາຫຼີໃຕ້ ໄດ້ກ່າວວ່າ ມັນໄດ້ປະສົບກັບ
ຄວາມລົ້ມແລ້ວ ອີກຄັ້ງນຶ່ງ.

ທ່ານທຣຳ ໄດ້ຂຽນຄຳເຫັນລົງ​ໃນ Twitter ທີ່ກ່າວວ່າ ການທົດລອງ “ເປັນການບໍ່ນັບຖື
ຄວາມປະສົງຂອງຈີນ ແລະ ປະທານປະເທດຜູ້ທີ່ໜ້ານັບຖືເປັນຢ່າງສູງຂອງຈີນ.....
ບໍ່ດີເລີຍ!”
ແຕ່ໃນການໃຫ້ສຳພາດ ຕໍ່ໂທລະພາບ CBS ທ່ານທຣຳ ໄດ້ກ່າວວ່າ ເກົາຫຼີ
ເໜືອ ໃນທີ່ສຸດ “ຈະມີລະບົບນຳສົ່ງທີ່ດີຂຶ້ນກວ່າເກົ່າ.”

ຜູ້ນຳຂອງສະຫະລັດ ໄດ້ບັນຍາຍເຖິງ ຜູ້ນຳເກົາຫຼີເໜືອ Kim Jong Un ວ່າ “ແນ່ນອນ..
...ເປັນຜູ້ທີ່ສະຫຼາດຄົນນຶ່ງ”
ແຕ່ທ່ານໄດ້ກ່າວວ່າ ສະຫະລັດ ບໍ່ສາ ມາດອະນຸຍາດໃຫ້
ເກົາຫຼີເໜືອ ພັດທະນາອາວຸດນິວເລຄຍ ແລະ ໄດ້ຖິ້ມໂທດໃສ່ລັດຖະບານຂອງ ປະທາ
ນາທິບໍດີ ອະເມຣິກັນ ຄົນກ່ອນ ທີ່ບໍ່ຮັບມື ກັບຄວາມມັກ​ໃຫຍ່ໄຝ່ສູງ ທາງທະຫານຂອງ
ພຽງຢາງ.

ການທົດລອງ ລູກສອນໄຟຂອງເກົາຫຼີເໜືອໃນວັນເສົາຜ່ານມານີ້ ໄດ້ມີຂຶ້ນພຽງ 5 ຊົ່ວ
ໂມງ ຫຼັງຈາກທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້
ເຕືອນ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບ “ຄວາມຫາຍະນະ
ທີ່​ຈະ​ຕິດຕາມ​ມາ”
ຖ້າປະຊາຄົມນານາຊາດ ແລະ ໂດຍສະເພາະຈີນ ບໍ່ກົດດັນເກົາຫຼີ
ເໜືອ ໃຫ້ຍຸຕິໂຄງການພັດທະນາອາຍຸດນິວເຄລຍ.

ໃນວັນສຸກ ທີ 28 ເມສາ 2017 ພາບຖ່າຍທີ່ໄດ້ຖືກເປີດເຜີຍ ໂດຍກອງທັບເຮືອ ສະຫະລັດ, ກຳປັ່ນບັນທຸກເຮືອບິນ ລຸ້ນ Nimitz ທີ່ມີຊື່ວ່າ USS Carl Vinson (CVN 70) ນຳພາ ພວກກຳປັ່ນພິຄາດ ຂອງກອງກຳລັງປ້ອງກັນໂຕ ທາງທະເລ ຂອງຍີ່ປຸ່ນ ລຸ້ນ JS Ashigara (DDG 178), ດ້ານຊ້າຍເທິງ, ລຸ້ນ JS Samidare (DD 106), ທີສອງຈາກຊ້າຍ, ແລະ Arlei
ໃນວັນສຸກ ທີ 28 ເມສາ 2017 ພາບຖ່າຍທີ່ໄດ້ຖືກເປີດເຜີຍ ໂດຍກອງທັບເຮືອ ສະຫະລັດ, ກຳປັ່ນບັນທຸກເຮືອບິນ ລຸ້ນ Nimitz ທີ່ມີຊື່ວ່າ USS Carl Vinson (CVN 70) ນຳພາ ພວກກຳປັ່ນພິຄາດ ຂອງກອງກຳລັງປ້ອງກັນໂຕ ທາງທະເລ ຂອງຍີ່ປຸ່ນ ລຸ້ນ JS Ashigara (DDG 178), ດ້ານຊ້າຍເທິງ, ລຸ້ນ JS Samidare (DD 106), ທີສອງຈາກຊ້າຍ, ແລະ Arlei

ສະຫະລັດ ແລະ ເກົາຫຼີໃຕ້ ໃນວັນອາທິດວານນີ້ ໄດ້ສຳເລັດການຊ້ອມລົບຮ່ວມຂະໜາດ
ໃຫຍ່ປະຈຳປີ ຊຶ່ງມີທະຫານເກົາຫຼີໃຕ້ 20,000 ຄົນເຂົ້າຮ່ວມນຳ ແລະ ກຳລັງສະຫະລັດ
10,000 ຄົນ. ແຕ່ທັງສອງປະເທດ ຍັງສືບຕໍ່ ການຊ້ອມລົບຂອງກອງທັບເຮືອຮ່ວມກັນ
ໃນທະເລຂອງຍີ່ີປຸ່ນ ທີີ່ພຽງຢາງໄດ້ປະນາມວ່າ ເປັນການທ້າ​ທາຍເກາະຜິດ ເພື່ອກະກຽມ
ທີ່ຈະໂຈມຕີເກົາຫຼີເໜືອ.

ການຊ້ອມລົບຂອງກອງທັບເຮືອດັ່ງກ່າວ ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນ
ສະຫະລັດ USS Carl Vinson ຊຶ່ງທ່ານທຣຳ ໄດ້ສົ່ງໃຫ້ໄປປະຈຳການຢູ່ໃນຂົງເຂດ ອັນເປັນການເຕືອນຕໍ່ເກົາຫຼີເໜືອ. ໂດຍຜ່ານສື່ມວນຊົນຂອງທາງການ ເກົາຫຼີເໜືອ
ໄດ້ຂົ່ມຂູ່ ຈະໂຈມຕີກຳປັ່ນລົບດັ່ງກ່າວນີ້.

Trump Defends China Policies as Necessary to Contain North Korea
please wait

No media source currently available

0:00 0:02:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG