ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັນລະຍາ ຂອງທ່ານ Trump ກ່າວຖະແຫລງ ຕໍ່ກອງປະຊຸມໃຫຍ່ແຫ່ງຊາດ ພັກຣີພັບບລີກັນ


Trump, Wife Speak at Convention, Which Saw Chaos Inside and Out
please wait

No media source currently available

0:00 0:03:13 0:00

ພັກຣີພັບບລີກັນ ໄດ້ເປີດກອງປະຊຸມໃຫຍ່ແຫ່ງຊາດຂອງຕົນໃນວັນຈັນຜ່ານ​ມານີ້ ໃນຮູບ ແບບທີ່ວຸ້ນວາຍ ໂດຍມີພວກປະທ້ວງຈຳນວນໜຶ່ງ ຢູ່ດ້ານນອກຫໍປະຊຸມ ແລະ ຢູ່ພາຍໃນ ກໍມີການສະ​ແດງຄວາມ​ບໍ່ພໍ​ໃຈຂອງຜູ້ແທນ ສ່ວນໃຫຍ່ແລ້ວແມ່ນແນໃສ່ ທ່ານ Donald Trump ທີ່ຄອຍຖ້າການສະເໜີຊື່ຢູ່ນັ້ນ. ທ່ານ Donald Trump ນັກພັດທະນາຈາກ ນະຄອນ New York ແລະທ່ານນາງ Melania ພັນລະຍາຂອງທ່ານ ທັງສອງໄດ້ກ່າວ ຖະແຫລງ ໃນຄ່ຳຄືນ ມື້ເປີດກອງປະຊຸມ ໂດຍຫວັງ ທີ່ຈະສ້າງ​ຄວາມປຸ້ມລຸມ​ໃຫ້ພັກ ໃນ ການ​ໂຄສະນາ​ຫາ​ສຽງແຂ່ງກັບທ່ານນາງ Hillary Clinton ທີ່ສັງກັດພັກເດໂມແຄຣັດ ນັກຂ່າວແຫ່ງຊາດຂອງວີໂອເອ Jim Malone ມີລາຍລະອຽດ​ເພີ້ມຕື່ມ ຈາກນະຄອນ Cleveland ລັດ Ohio ຊຶ່ງໄຊຈະເລີນສຸກ ຈະນຳມາ ສະເໜີທ່ານ.

ທ່ານດອນໂນລ ທຣ້ຳ ໄດ້ກ່າວຖະແຫລງ ໂດຍບໍ່ໄປຕາມແບບແຜນ ທີ່​ເຄີຍ​ປະຕິບັດ​ກັນ​ມາ ໃນຄ່ຳຄືນເປີດກອງປະຊຸມພັກຣີພັບບຣີກັນ ທີ່ມີຜູ້ຄົນປະສົງຢາກຟັງ ຈາກຜູ້ທີ່ຈະຖືກສະ ເໜີຊື່.

ທ່ານ ທຣ້ຳ ກ່າວວ່າ “ພວກເຮົາຈະຊະນະຢ່າງໃຫຍ່. ຂອບໃຈຫຼາຍໆ ທ່ານສຸພາບສະຕີ ແລະ ທ່ານສຸພາບບຸລຸດ. ພວກເຮົາຈະຊະນະຢ່າງໃຫຍ່ເລີຍ.”

ທ່ານ ທຣ້ຳ ໄດ້ຂຶ້ນເວທີ ແລ້ວແນະນຳພັນລະຍາຂອງທ່ານ ທ່ານນາງ Melania.

ທ່ານ Donald Trump ແລະ ພັນລະຍາ ທ່ານນາງ Melania Trump ຢູ່ທີ່ກອງປະຊຸມໃຫຍ່ ພັກຣີພັບບລີກັນໃນນະຄອນ Cleveland ລັດ Ohio ເມື່ອວັນຈັນ ທີ 18 ກໍລະກົດ 2016.
ທ່ານ Donald Trump ແລະ ພັນລະຍາ ທ່ານນາງ Melania Trump ຢູ່ທີ່ກອງປະຊຸມໃຫຍ່ ພັກຣີພັບບລີກັນໃນນະຄອນ Cleveland ລັດ Ohio ເມື່ອວັນຈັນ ທີ 18 ກໍລະກົດ 2016.

ທ່ານ ທຣ້ຳ ເວົ້າວ່າ “ມັນເປັນກຽດທີ່ສຸດ ຂອງຂ້າພະເຈົ້າ ທີ່ຈະນຳສະເໜີ ສະຕີໝາຍ ເລກໜຶ່ງ ຂອງສະຫະລັດ ຄົນຕໍ່ໄປ ພັນລະຍາຂອງຂ້າພະເຈົ້າ ຜູ້ທີ່ເປັນແມ່ຍິງ ທີ່ ມະຫັດສະຈັນ ແລະ ເປັນສະຕີທີ່ດີຫຼາຍແທ້ໆ ທ່ານນາງ Melania Trump.”

ທ່ານນາງ Melania Trump ໄດ້ກ່າວວ່າ “ຖ້າທ່ານຢາກໃຫ້ຜູ້ໃດຜູ້ໜຶ່ງ ຕໍ່ສູ້​ເພື່ອທ່ານ ແລະ ​ເພື່ອປະເທດຂອງທ່ານ​ແລ້ວ ຂ້າພະເຈົ້າ ໃຫ້ຄວາມໝັ້ນໃຈແກ່ທ່ານໄດ້ວ່າ ທ່ານທຣ້ຳ ແມ່ນຜູ້ຊາຍຄົນນັ້ນ. ລາວຈະບໍ່ຍິນຍອມເລີກລາເລີຍ ແລະ ສິ່ງທີ່ສຳຄັນທີ່ສຸດ ລາວ ຈະບໍ່ຍອມເຮັດໃຫ້ທ່ານຜິດຫວັງເລີຍ.”

ເມື່ອຕອນເຊົ້າວັນຈັນ ກອງປະຊຸມ ໄດ້ເປີດຂຶ້ນ ໃນລັກສະນະຄືກັນກັບ ການດຳເນີນ ທຸລະກິດ.

ທ່ານນາງ Melania Trump, ພັນລະຍາຂອງຜູ້ຄາດທີ່ຈະຖືກສະເໜີຊື່ ລົງແຂ່ງຂັນເປັນປະທານາ ທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ກຳລັງກ່າວຖະແຫລງ ຕໍ່ກອງປະຊຸມໃຫຍ່ ພັກຣີພັບບລີກັນ ໃນນະຄອນ Cleveland, ວັນທີ 18 ກໍລະກົດ 2016.
ທ່ານນາງ Melania Trump, ພັນລະຍາຂອງຜູ້ຄາດທີ່ຈະຖືກສະເໜີຊື່ ລົງແຂ່ງຂັນເປັນປະທານາ ທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ກຳລັງກ່າວຖະແຫລງ ຕໍ່ກອງປະຊຸມໃຫຍ່ ພັກຣີພັບບລີກັນ ໃນນະຄອນ Cleveland, ວັນທີ 18 ກໍລະກົດ 2016.

ທ່ານ Reince Priebus ປະທານແຫ່ງຊາດ ພັກຣີພັບບລີກັນ ຫຼື RNC ໄດ້ປະກາດວ່າ “ກອງປະຊຸມນີ້ ຈະເປີດຂຶ້ນຢ່າງເປັນທາງການ.”

ແຕ່​ໃນ​ເວລາ​ຕໍ່ມາ ກອງປະຊຸມໄດ້ກ້າວເຂົ້າສູ່ ຄວາມສົນລະວົນ ເວລາ ບັນດາຜູ້ນຳພັກ ຣີພັບບຣີກັນ ໄດ້ກີດກັນຄວາມພະຍາຍາມຄັ້ງສຸດທ້າຍ ຂອງພວກຕໍ່ຕ້ານທ່ານທຣ້ຳ ຈະ ຂັດ​ຂວາງການສະເໜີຊື່ຂອງທ່ານທຣ້ຳ. ມັນເປັນການຕໍ່ສູ້ ດ້ານຄວາມຮູ້ສຶກ ທີ່ໄດ້ຖືກ ສະແດງອອກ ຢູ່ໃນກອງປະຊຸມ.

ທ່ານ Steve Womack ສະມາຊິກສະພາ ສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ “ພວກທີ່ ເຫັນດີນຳກົດລະບຽບ ໃຫ້ເວົ້າວ່າ ອ້າຍ ສ່ວນພວກທີ່ບໍ່ເຫັນດີ ໃຫ້ເວົ້າວ່າ ບໍ່ ໃນຄຳເຫັນ ຂອງປະທານ​ແລ້ວ ສຽງອ້າຍ ​ແມ່ນ​ເປັນ​ຜູ້​ຊະນະ.”

ຢູ່ນອກຫໍປະຊຸມ ພວກປະທ້ວງ ໄດ້ພາກັນເດີນຂະບວນ ຢູ່ຕາມທ້ອງຖະໜົນ ຂອງນະຄອນ Cleveland ໃນຫຼາຍໆບັນຫາ ແຕ່ສວນໃຫຍ່ ແມ່ນແນເປົ້າໝາຍໃສ່ທ່ານ ທຣ້ຳ ແລະ ສຳນວນ​ຄຳ​ເວົ້າ ທີ່​ເປັນບັນຫາຖົກຖຽງກັນ ຂອງທ່ານນັ້ນ.

ພວກປະທ້ວງ ໄດ້ປະສົບກັບການມີໜ້າຢ່າງຫຼວງຫຼາຍ ຂອງເຈົ້າໜ້າທີ່ຮັກສາຄວາມປອດ ໄພ ທັງ​ທາງພາກພື້ນດິນ ທາງນ້ຳ ແລະທາງອາກາດ.

ກອງປະຊຸມ​ເປັນ 4 ມື້ ຈະສິ້ນສຸດລົງ ດ້ວຍການກ່າວຄຳປາໄສຮັບເອົາການສະເໜີຊື່ ໃນ ວັນພະຫັດມື້ອື່ນນີ້. ແມ່ນກະທັງ ພວກຄົນ ທີ່ສະໜັບສະໜູນທ່ານທຣ້ຳ ກໍໄດ້ກ່າວວ່າ ພວກເຂົາເຈົ້າ ແມ່ນມີຄວາມເປັນຫ່ວງຫຼາຍ ກ່ຽວກັບການຢຸດຢັ້ງຄູ່ແຂ່ງຂອງທ່ານ ຈາກ ພັກເດໂມແຄຣັດ ທ່ານ ນາງ Hillary Clinton.

ທ່ານ John Hawley ຜູ້ແທນຈາກລັດ Texas ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ຈັກ ລາວດີພໍ ທີ່ຈະກ່າວໄດ້ວ່າ ຂ້າພະເຈົ້າຈະສະໜັບສະໜູນລາວ ຢ່າງບໍ່ມີຄຳຖາມຫຍັງເລີຍ. ແຕ່ ມັນບໍ່ມີທາງເລືອກອື່ນເລີຍ ແລະ ສະນັ້ນ ຂ້າພະເຈົ້າ ຈຶ່ງຍິນດີ ທີ່ຈະສະໜັບສະໜູນ ລາວ.”

ສຳລັບພາກສ່ວນຂອງທ່ານນາງ ຄລິນຕັ້ນ ທ່ານນາງ ໄດ້ກ່າວຄຳປາໄສ ຂອງທ່ານນາງ ຢູ່ທີ່ລັດ Ohio ຕໍ່ ກອງປະຊຸມ ສະມາ​ຄົມ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ຄົນ​ຜີວ​ດຳ ແຫ່ງຊາດ ຫຼື NAACP ໃນນະຄອນ Cincinnati.

ທ່ານນາງ ຄລິນຕັນ ໄດ້ກ່າວວ່າ “ພວກເຮົາໝົດທຸກຄົນ ຮູ້ກ່ຽວກັບ ວ່າ ກອງປະຊຸມອື່ນ ແມ່ນມີຂຶ້ນ ຢູ່ທີ່ນະຄອນ Cleveland ໃນມື້ວັນຈັນນີ້. ຄູ່ແຂ່ງຂັນຂອງຂ້າພະເຈົ້າ ອາດ ມີທັດສະນະທີ່ແຕກຕ່າງ ແຕ່ ບໍ່ມີບ່ອນໃດເລີຍ ທີ່ຂ້າພະເຈົ້າຢາກຢູ່ ຫຼາຍກວ່ານະທີ່ນີ້ ກັບພວກທ່ານໝົດທຸກຄົນ.”

ຢູ່ໃນນະຄອນ Cleveland ຄາດກັນວ່າ ຈະມີການກ່າວຄຳປາໄສ ຈາກຫຼາຍຄົນ ແລະ ການປະທ້ວງ ຫຼາຍຂຶ້ນ ໃນວັນອັງຄານ.

XS
SM
MD
LG