ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງ Clinton 'ຟື້ນຕົວຄືນ​ແລ້ວ' ຈາກ ໂຣກປອດບວມ ອິງຕາມທ່ານໝໍ ຂອງທ່ານ


ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຄຳປາໄສ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ speaks at a Charlotte ຂອງລັດ North Carolina, ວັນທີ 8 ກັນຍາ 2016.
ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຄຳປາໄສ ຢູ່ທີ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ speaks at a Charlotte ຂອງລັດ North Carolina, ວັນທີ 8 ກັນຍາ 2016.

ທ່ານໝໍຂອງທ່ານນາງ Hillary Clinton ກ່າວວ່າ ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ແມ່ນກຳລັງ “ຟື້ນຕົວຄືນ​ແລ້ວ” ຈາກໂຣກປອດບວມ ແລະ ຍັງຄົງ “ແຂງແຮງພໍ ທີ່ຈະຮັບໜ້າທີ່ ເປັນປະທານາທິບໍດີຂອງສະຫະລັດ.”

ຢູ່ໃນໜັງສືສະບັບໜຶ່ງ ທີ່ໄດ້ຖືກເປີດເຜີຍ ໃນວັນພຸດວານນີ້ ໂດຍຄະນະໂຄສະນາ ຂອງ ທ່ານນາງ Clinton ທີ່ທ່ານໝໍຂອງທ່ານນາງ ຄື ທ່ານໝໍ Lisa Bardack ໄດ້ກ່າວວ່າ ຜູ້ສະໝັກແຂ່ງຂັນຈາກພັກເດໂມແຄຣັດ ໄດ້ຮັບການສະແກນໜ້າເອິກ ທີ່ໄດ້ເປີດເຜີຍວ່າ ທ່ານນາງ ມີ “ອາການບໍ່ຮຸນແຮງ ຍ້ອນເຊື້ອພະຍາດຂອງໂຣກປອດບວມທີ່ ບໍ່ຕິດແປດ.” ທ່ານໝໍ Bardack ໄດ້ກ່າວຕື່ມອີກວ່າ “ທ່ານນາງ ຟື້ນຕົວໄດ້ດີ ດ້ວຍການກິນຢາຕ້ານ ເຊື້ອ ແລະ ການພັກຜ່ອນ.”

ທ່ານນາງ Clinton ວາງແຜນທີ່ຈະສືບຕໍ່ລົງໂຄສະນາຫາສຽງ ໃນວັນພະຫັດມື້ນີ້. ການ ເຈັບປ່ວຍຂອງທ່ານນາງ ໄດ້ຖືກເປີດເຜີຍຕໍ່ສາທາລະນະ ຫຼັງຈາກທີ່ທ່ານນາງໄດ້ອອກ ໄປຈາກພິທີໄວ້ອາໄລ ລະນຶກເຖິງຜູ້ເຄາະຮ້າຍ ໃນວັນ ທີ 11 ກັນຍາ ຢູ່ໃນນະຄອນ New York ແລະ ໄດ້ເຫັນກັນຢູ່ໃນວີດີໂອ ທີ່ທ່ານນາງຍ່າງໂຊເຊໃນຂະນະທີ່ກຳລັງ ຂຶ້ນລົດຕູ້.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ທ່ານ Donald Trump ປັບເສື້ອໃຫຍ່ຂອງທ່ານ ໃນຂະທີ່ກ່າວຖະແຫລງ ຢູ່ທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນ ໃນນະຄອນ Cleveland ຂອງລັດ Ohio, ວັນທີ 21 ກໍລະກົດ 2016.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ທ່ານ Donald Trump ປັບເສື້ອໃຫຍ່ຂອງທ່ານ ໃນຂະທີ່ກ່າວຖະແຫລງ ຢູ່ທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນ ໃນນະຄອນ Cleveland ຂອງລັດ Ohio, ວັນທີ 21 ກໍລະກົດ 2016.

ພາບເຫດການດັ່ງກ່າວ ໄດ້ກາຍເປັນເຊື້ອໄຟຕື່ມອີກ ຕໍ່ຄຳຖາມຕ່າງໆ ກ່ຽວກັບ ສຸຂະພາບ ຂອງທ່ານນາງ Clinton ແລະ ໄດ້ສະໜອງເລື່ອງສົດໃໝ່ ສຳລັບການໂຈມຕີ ໃຫ້ແກ່ຄູ່ແຂ່ງ ຂອງທ່ານນາງ ຈາກພັກຣີພັບບລີກັນ ທ່ານ Donald Trump ຜູ້ທີ່ໄດ້ຕັ້ງຄຳຖາມຢູ່ເລື້ອຍໆ ວ່າ ທ່ານນາງ Clinton ມີສຸຂະພາບ​ແຂງແຮງ ພໍທີ່ຈະຮັບໃຊ້ເປັນຜູ້ບັນຊາການສູງສຸດ ໄດ້ ຫຼືບໍ່.

ໜັງສື ຂອງທ່ານໝໍ Bardack ກ່າວວ່າ ການເຈັບປ່ວຍຂອງທ່ານນາງ Clinton ໄດ້ເປັນ ຜົນມາຈາກ ການເປັນໂຣກພູມແພ້ ຕາມລະດູການ ທີ່ໄດ້ກາຍໄປເປັນການຕິດເຊື້ອ ຢູ່ໃນ ເບື້ອງເທິງຂອງລະບົບການຫາຍໃຈ.

ໃນຂະນະດຽວກັນ ທ່ານ Trump ກ່າວວ່າ ທ່ານພຽງແຕ່ເປັນຄືກັນກັບຊາວອາເມຣິກັນ ອື່ນໆ ຫຼາຍຄົນ - ທ່ານຢາກຈະຫລຸດນ້ຳໜັກ.

ທ່ານ ໄດ້ບອກ ທ່ານໝໍ Mehmet Oz ຢູ່ທີ່ການບັນທຶກພາບ ລາຍການໂທລະພາບ ຂອງ ທ່ານໝໍ ທີ່ນິຍົມຊົມຊອບ ໃນວັນພຸດວານນີ້ ວ່າ ທ່ານຢາກຈະຫລຸດ 7 ຫາ 9 ກິໂລກຣາມ. ທ່ານ Trump ຜູ້ທີ່ມີຄວາມສູງ 1.9 ແມັດ ໄດ້ກ່າວວ່າ ທ່ານມີນ້ຳໜັກ 107 ກິໂລກຣາມ ຊຶ່ງຖືວ່າ ນ້ຳໜັກຫຼາຍເກີນໄປ ອິງຕາມມາດຕະຖານ ຮັກສາສຸຂະພາບ ຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Presidential Politicics
please wait

No media source currently available

0:00 0:01:29 0:00

XS
SM
MD
LG