ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຄົນໃໝ່ ຈະມີອຳນາດ ຄວບຄຸມ ສະພາຄວາມໝັ້ນຄົງ


ປະທານາທິບໍດີ ດໍໂນລ ທຣຳ ກຳລັງສຳພາດ ຜູ້ສະໝັກ ຢ່າງນ້ອຍ 4 ທ່ານ ທີ່ອາດເຫັນໄດ້ວ່າ ຈະຮັບໃຊ້ເປັນທີ່ປຶກສາ ດ້ານຄວາມໝັ້ນຄົງ ຄົນໃໝ່ຂອງທ່ານ ໂດຍປະກອບມີ ຈາກເທິງຊ້າຍຫາລຸ່ມຊ້າຍ ທ່ານ Keith Kellogg ນາຍພົນ
ບຳນານກອງທັບບົກ; ທ່ານ John Bolton ອະດີດເອກ
ອັກຄະລັດຖະທູດ ສະຫະລັດປະຈຳອົງການສະຫະປະຊາ
ຊາດ; ນາຍພົນກອງທັບບົກ H.R. McMaster ແລະ ອະທິ
ການບໍດີ ຂອງວິທະຍາຄານທະຫານ ສະຫະລັດ West Point
ນາຍພົນ Robert Caslen.
ປະທານາທິບໍດີ ດໍໂນລ ທຣຳ ກຳລັງສຳພາດ ຜູ້ສະໝັກ ຢ່າງນ້ອຍ 4 ທ່ານ ທີ່ອາດເຫັນໄດ້ວ່າ ຈະຮັບໃຊ້ເປັນທີ່ປຶກສາ ດ້ານຄວາມໝັ້ນຄົງ ຄົນໃໝ່ຂອງທ່ານ ໂດຍປະກອບມີ ຈາກເທິງຊ້າຍຫາລຸ່ມຊ້າຍ ທ່ານ Keith Kellogg ນາຍພົນ ບຳນານກອງທັບບົກ; ທ່ານ John Bolton ອະດີດເອກ ອັກຄະລັດຖະທູດ ສະຫະລັດປະຈຳອົງການສະຫະປະຊາ ຊາດ; ນາຍພົນກອງທັບບົກ H.R. McMaster ແລະ ອະທິ ການບໍດີ ຂອງວິທະຍາຄານທະຫານ ສະຫະລັດ West Point ນາຍພົນ Robert Caslen.

ບຸກຄົນ ທີ່ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເລືອກໃຫ້ເປັນທີ່ປຶກສາດ້ານ
ຄວາມໝັ້ນຄົງ ແຫ່ງຊາດ ຄົນຕໍ່ໄປ ຈະມີອຳນາດເຕັມສ່ວນ ໃນການຕັດສິນໃຈ ກ່ຽວກັບ
ການບັນຈຸບັນດາພະນັກງານ ໃນສະພາຄວາມໝັ້ນຄົງແຫ່ງຊາດ ຫຼື NSC ດັ່ງທີ່ຫົວໜ້າ
ເສນາທິການໃຫຍ່ ຂອງທ່ານທຣຳ ໄດ້ກ່າວໄປ ໃນວັນອາທິດວານນີ້.

ບັນຫາດັ່ງກ່າວ ກ່ຽວກັບການຄວບຄຸມ ຕາມການລາຍງານນັ້ນ ເຫດຜົນອັນນຶ່ງກໍແມ່ນ
ວ່າ ອະດີດນາຍພົນທະຫານເຮືອ Robert Harward ໄດ້ປະຕິເສດບໍ່ຮັບເອົາ ຕຳແໜ່ງ
ດັ່ງກ່າວ ເມື່ອສັບປະດາແລ້ວນີ້.

ອະດີດພົນເຮືອໂທ Robert S. Harward.
ອະດີດພົນເຮືອໂທ Robert S. Harward.

ຫົວໜ້າພະນັກງານ ໃນທຳນຽບຂາວ ທ່ານ Reince Priebus ໄດ້ກ່າວໃນ ລາຍການ
ຂ່າວ FOX News Sunday ວ່າ “ປະທານາທິບໍດີ ໄດ້ກ່າວຢ່າງຈະແຈ້ງທີ່ສຸດ ວ່າ
ຜູ້ອຳນວຍການຄົນໃໝ່ ຈະມີສິດຕັດສິນທັງໝົດ ແລະ ຄົບຖ້ວນ ກ່ຽວກັບການແຕ່ງ
ຕັ້ງ NSC ແລະ ອົງປະກອບທັງໝົດຂອງ NSC.”

ທ່ານ Harward ເປັນຜູ້ທຳອິດທີ່ທ່ານທຣຳ ເລືອກໃຫ້ໄປແທນ ທ່ານ Michael Flynn
ຜູ້ທີ່ໄດ້ຖືກກົດດັນໃຫ້ລາອອກ ຫຼັງຈາກທີ່ໄດ້ເຂົ້າປະຕິບັດໜ້າທີ່ພຽງ 24 ມື້ເທົ່ານັ້ນ.

ທ່ານທຣຳ ໄດ້ຂໍໃຫ້ທ່ານ Flynn ອະດີດນາຍພົນ ກອງທັບບົກ ລາອອກ ຍ້ອນວ່າ
ທ່ານ Flynn ໄດ້ເຮັດໃຫ້ ຮອງປະທານາທິບໍດີ ທ່ານ Mike Pence ເຂົ້າໃຈຜິດ
ກ່ຽວກັບ ການສົນທະນາທາງໂທລະສັບ ທີ່ທ່ານໄດ້ລົມກັບ ເອກອັກຄະລັດຖະທູດ
ຣັດເຊຍ ປະຈຳວໍຊິງຕັນ ກ່ອນໜ້າຄະນະລັດຖະບານຊຸດໃໝ່ ຈະເຂົ້າກຳອຳນາດ
ອີງຕາມການກ່າວ ຂອງທຳນຽບຂາວ.

ພາບຂອງທ່ານ Leon Panetta ອະດີດຫົວໜ້າອຳນວຍການ ອົງການສືບລັບ CIA
ພາບຂອງທ່ານ Leon Panetta ອະດີດຫົວໜ້າອຳນວຍການ ອົງການສືບລັບ CIA

ທ່ານທຣຳ ໄດ້ມີແຜນການທີ່ຈະສຳພາດ ຜູ້ສະໝັກສີ່ທ່ານ ສຳລັບຕຳແໜ່ງດັ່ງກ່າວ
ໃນວັນອາທິດວານນີ້ ໃນຂະນະທີ່ທ່ານ ໄດ້ໄປພັກເຊົາໃນວັນທ້າຍສັບປະດາ ຢູ່ທີ່
ສະໂມສອນແຄມຫາດທະເລ Mar-a-Lago ອັນຫລູຫລາຂອງທ່ານ ໃນລັດ Florida.
ອີງຕາມລາຍງານ ທ່ານທຣຳ ໄດ້ປຶກສາຫາລືເລື່ອງຕຳແໜ່ງ ເປັນການສ່ວນຕົວ ຫຼື
ຜ່ານທາງໂທລະສັບ ກັບ ຜູ້ຮັກສາການທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ
Keith Kellogg ນາຍພົນກອງທັບບົກ ຜູ້ທີ່ໄດ້ກະສຽນແລ້ວ ກັບທ່ານ John Bolton
ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ກັບນາຍ
ພົນກອງທັບບົກ H.R. McMaster ແລະ ກັບຜູ້ອະທິການບໍດີ ຂອງວິທະຍາຄານ
ທະຫານ ສະຫະລັດ West Point ນາຍພົນ Robert Caslen.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG