ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ເລີ້ມຊອກຫາ ຜູ້ສະໝັກ ເປັນຮອງ ປະທານາທິບໍດີ ຮ່ວມກັບທ່ານ


ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Donald Trump ພ້ອມດ້ວຍພັນລະຍາ ທ່ານນາງ Melania, ຂວາ, ລູກສາວ ນາງ Ivanka, ຊ້າຍ.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ທ່ານ Donald Trump ພ້ອມດ້ວຍພັນລະຍາ ທ່ານນາງ Melania, ຂວາ, ລູກສາວ ນາງ Ivanka, ຊ້າຍ.

ໃນ​ຂະນະ​ທີ່​ການສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກ​ເກືອບ​ວ່າ ​ເປັນ​ທີ່​ແນ່ນອນ​ ແລ້ວ ນອກຈາກ​ວ່າ​ຍັງ​ບໍ່​ທັນ​ໄດ້​ມີ​ການ​ປະກາດຢ່າງ​ເປັນ​ທາງ​ການ​ເທື່ອ ທ່ານ Donald Trump ກໍ​ເລີ້ມທຳ​ການ​ຊອກ​ຫາ​ຜູ້​ທີ່​ຈະ​ມາສະ​ໝັກ​ເປັນ​ຮອງ ປະທານາທິບໍດີ​ຮ່ວມ​ກັບ​ ທ່ານ ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ.

ທ່ານ Trump ຊຶ່ງ​ບໍ່​ເຄີຍ​ກຳ​ຕຳ​ແໜ່​ງທີ່​ມາ​ຈາກ​ການ​ເລືອກ​ຕັ້ງຈັກ​ເທື່ອ​ນັ້ນ ກ່າວໃນ​ວັນ​ພຸດ​ ວານ​ນີ້ວ່າ ທ່ານ​ພວມ​ຊອກ​ຫາ​ບຸກຄົນ​ທີ່​ມີ​ປະສົບ​ພະກາ​ນ​ໃນ​ດ້ານ​ການ​ເມືອງ ມາ​ເປັນ​ຮອງ ​ປະທານາທິບໍດີ​ຂອງ​ທ່ານ.

ນັກ​ການ​ເມືອງ​ຜູ້​ນຶ່ງ​ທີ່​ຈະ​ບໍ່ຮ່ວມ​ສະໝັກ​ເປັນ​ຮອງ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ​ກໍ​ ແມ່ນ​ຜູ້​ປົກຄອງ​ລັດ South Carolina ທ່ານ​ນາງ Nikki Haley. ທ່ານ​ນາງ​ໄດ້​ອອກ​ຖະ​ ແຫຼງການ​ສະບັບ​ນຶ່ງ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ໃຫ້ການ​ສະ ໜັບສະ​ໜຸນ​ຕໍ່​ການ​ສະໝັກ​ເປັນ ​ປະທານາທິບໍດີ​ຂອງ​ທ່ານ Trump ​ແຕ່​ທ່ານ​ນາງ​ຈະ​ເພັ່ງ​ເລັງ​ໃສ່​ວຽກ​ງານ​ຂອງ​ທ່ານ​ນາງ ​ໃນ​ປັດຈຸບັນ​ນີ້.

ທ່ານ​ນາງ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້​ຖືກ​ຍົກຍໍ​ໃນ​ການ​ກ່າວ​ເຖິງ​ ແລະ​ສິ່ງສຳຄັນ​ ຕ່າງໆທີ່​ໄດ້​ເວົ້າມາ​ຢູ່​ໃນ​ລັດ South Carolina ​ແຕ່​ຈານ​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ລົ້ນຢູ່​ແລ້ວ ​ແລະ​ກໍ​ບໍ່​ສົນ​ໃຈ​ໃນ​ການ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານາທິບໍດີ.

ທ່ານ Trump ກຳລັງ​ຕັ້ງຄະນະ​ກຳມະການ​ເພື່ອ​ຊ່ວຍ​ເຫລືອ​ທ່ານ ​ໃນ​ການ​ຄັດເລືອກ. ​ເມື່ອ​ ມີ​ການ​ຖາມ​ກ່ຽວ​ກັບ​ ການ​ພິຈາ​ນາ​ເພື່ອ​ເລືອກ​ເອົາ​ນຶ່ງ​ໃນ​ບັນດາ​ອະດີດ​ຄູ່​ແຂ່ງຂອງ​ທ່ານ ຄື ​ທ່ານ John Kasich ທ່ານ Trump ກ່າວ​ວ່າ ທ່ານ​ຈະ​ພິຈາລະນາ​ເບິ່ງ​ຜູ້​ປົກຄອງ​ລັດ Ohio.

ຜູ້ສະໝັກປະທານາທິບໍດີ ທ່ານ John Kasich ກ່າວທີ່ກອງປະຊຸມພັກຣີພັບບລິກກັນ ທີ່ລັດ California.
ຜູ້ສະໝັກປະທານາທິບໍດີ ທ່ານ John Kasich ກ່າວທີ່ກອງປະຊຸມພັກຣີພັບບລິກກັນ ທີ່ລັດ California.

​ທ່ານ John Kasich ​ໄດ້​ຖອນ​ໂຕ​ຈາກ​ການ​ແຂ່ງຂັນເປັນປະທານາທິບໍດີ​ໃນ​ວັນ​ພຸດ​ວານ ​ນີ້ ​ໂດຍ​ປະຖິ້ມຄວາມ​ພະຍາຍາມ​ໃນ​ການ​ທີ່​ຈະ​ບັງຄັບ​ເພື່ອ​ໃຫ້​ມີ​ການ​ລົງ ຄະ​ແນນ​ສຽງ​ ແບບ​ເປີດ​ກວ້າງໃນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ເດືອນ​ກໍລະກົດ​ຖ້າ Trump ຫາກ​ບໍ່​ໄດ້ ​ຮັບ​ພວກ​ຜູ້ຕາງໜ້າ​ພຽງພໍ. ​ຈາກ​ການ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຈະແຈ້ງ​ໃນ​ການ​ເລືອກ​ຕັ້ງຂັ້ນ ຕົ້ນຢູ່​ລັດ Indiana ​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ສະ ພາບ​ການ​ດັ່ງກ່າວ​ແມ່ນ​ຍາກ​ທີ່​ຈະ​ເກີດ ​ຂຶ້ນ.

ທ່ານ Kasich ​ໄດ້​ຊະນະ​ແຕ່​ລັດ Ohio ພຽງ​ລັດ​ດຽວ ​ໂດຍ​ມີ​ຜູ້​ຕາງໜ້າ​ທັງ​ໝົດ 153​ ຄົນ​ ຂອງ​ຈຳນວນ​ທີ່​ຕ້ອງການ​ທັງ​ໝົດ 1,237​ ຄົນເພື່ອ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່ແຕ່ງຕັ້ງ​ໃຫ້​ ເປັນ​ຜູ້​ສະໝັກ​ຂອງ​ພັກ. ສະມາຊິກ​ສະພາ​ສູງຈາກລັດ Texas ທ່ານ Ted Cruz ​ແມ່ນ​ມີ​ ຜູ້ຕາງໜ້າ​ຫລາຍ​ກວ່າ​ທ່ານ Kasich ຄື​ມີ​ທັງ​ໝົດ​ໃນຈຳນວນ 566​ ຄົນແລະ​ໄດ້​ຮັບ​ໄຊຊະ ນະ​ຢູ່​ໃນ​ຫລາຍໆ​ລັດ ​ແຕ່​ທ່ານ​ໄດ້​ຖອນ​ໂຕ ອອກຈາກ​ການ​ແຂ່ງຂັນ​ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ຫລັງ​ໄດ້​ເສຍ​ໃນການເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ໃຫຍ່​ຫລວງ​ຢູ່ທີ່​ລັດ Indiana.

ທ່ານ Trump ມີ​ທ່າ​ທາງ​ວ່າຈະ​ປະ​ເຊີນ​ໜ້າກັບ ອະດີດ​ລັດຖະມົນຕີ​ຕ່າງປະ​ເທດທ່ານ​ນາງ Hillary Clinton ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ໃນ​ເດືອນ​ພະຈິກ ທ້າຍ​ປີນີ້ ​ແຕ່​ທ່ານ​ນາງ Clinton ຍັງ​ບໍ່​ທັນ​ໄດ້​ຖືກ​ແຕ່ງຕັ້ງຢ່າງ​ເປັນ​ທາງ​ການ ຈາກ​ພັກ​ເດ​ໂມ​ແຄຣັດ​ເທື່ອ ແລະ​ ເວລາ​ນີ້ກໍ​ຍັງ​ປະ​ເຊີນ​ໜ້າ​ກັບ​ຜູຸ້ທ້າ​ທາຍ​ຢູ່​ຄົນ​ນຶ່ງ.

ການນັບບັນດາຜູ້ຕາງໜ້າພັກ ນັຍແຕ່ ວັນທີ 4 ເດືອນພຶດສະພາ, 2016
ການນັບບັນດາຜູ້ຕາງໜ້າພັກ ນັຍແຕ່ ວັນທີ 4 ເດືອນພຶດສະພາ, 2016

ຜູ້ສະໝັກປະທານາທິບໍດີ ທ່ານນາງ Hillary Clinton ແລະສະມາຊິກສະພາສູງ ທ່ານ Bernie Sanders ຈາກລັດ Vermont.
ຜູ້ສະໝັກປະທານາທິບໍດີ ທ່ານນາງ Hillary Clinton ແລະສະມາຊິກສະພາສູງ ທ່ານ Bernie Sanders ຈາກລັດ Vermont.

ທ່ານ Trump ມີ​ທ່າ​ທາງ​ວ່າ ຈະ​ປະ​ເຊີນ​ໜ້າ ​ກັບອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ ນາງ Hillary Clinton ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ໃນ​ເດືອນ​ພະຈິກ ທ້າຍ​ປີນີ້ ​ແຕ່​ທ່ານ​ນາງ Clinton ຍັງ​ບໍ່​ທັນ​ໄດ້​ຖືກ​ແຕ່ງຕັ້ງຢ່າງ​ເປັນ​ທາງ​ການ ຈາກ​ພັກ​ເດ​ໂມ​ແຄຣັດ​ເທື່ອ ແລະ​ ເວລາ​ນີ້ກໍ​ຍັງ​ປະ​ເຊີນ​ໜ້າ​ກັບ​ຜູຸ້ທ້າ​ທາຍ​ຢູ່​ຄົນ​ນຶ່ງ.

US Politics Kasich Quits
please wait

No media source currently available

0:00 0:01:07 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG