ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Trump ປະຕິຍານວ່າ ຈະກຳຈັດພວກ ຄາດຕະກອນ ທີ່ເປັນຊາວຕ່າງດ້າວຜິດ ກົດໝາຍ


ຜູ້ຖືກສະເໜີຊື່ໃຫ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວໃນງານ
ໂຄສະນາຫາສຽງຂອງໂຄງການຄວາມຊົງຈຳ, ເຊິ່ງເປັນກຸ່ມທີ່
ຖືກຕັ້ງຂຶ້ນມາເພື່ອເຄົາລົບ ແລະ ລະນຶກເຖິງຊາວອາເມຣິກັນ
ຜູ້ທີ່ຖືກຂ້າຕາຍໂດຍພວກຕ່າງດ້າວຜິດກົດໝາຍ ໃນເມືອງ Houston, ລັດ Texas, 17 ກັນຍາ, 2016.
ຜູ້ຖືກສະເໜີຊື່ໃຫ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວໃນງານ ໂຄສະນາຫາສຽງຂອງໂຄງການຄວາມຊົງຈຳ, ເຊິ່ງເປັນກຸ່ມທີ່ ຖືກຕັ້ງຂຶ້ນມາເພື່ອເຄົາລົບ ແລະ ລະນຶກເຖິງຊາວອາເມຣິກັນ ຜູ້ທີ່ຖືກຂ້າຕາຍໂດຍພວກຕ່າງດ້າວຜິດກົດໝາຍ ໃນເມືອງ Houston, ລັດ Texas, 17 ກັນຍາ, 2016.

ຜູ້ຖືກສະເໜີຊື່ໃຫ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ໃຫ້ຄຳປະຕິຍານໃນວັນເສົາວານນີ້ໃນເມືອງ Houston ລັດ Texas ທີ່ຕັ້ງຢູ່ພາກໃຕ້ຂອງ ສະຫະລັດ ວ່າຈະກຳຈັດ ພວກຊາວຕ່າງດ້າວຜິດກົດໝາຍ ທີ່ເປັນ ຄາດຕະກອນ.

ທ່ານ Trump ໄດ້ກ່າວໃນລະຫວ່າງງານທີໄດ້ຖືກຖ່າຍທອດສົດທາງ ອິນເຕີແນັດອອນ ໄລນ໌, ແຕ່ໄດ້ຖືກປິດຕໍ່ບັນດານັກຂ່າວວ່າ “ເລື່ອງນີ້ ມັນຕ້ອງຈົບລົງເວລາຂ້າພະເຈົ້າເປັນ ປະທານາທິບໍດີ. ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາກັບພວກທ່ານ.”

ທ່ານ Trump ໄດ້ກ່າວໃນຂະນະທີ່ທ່ານໄດ້ຍົກຕົວຢ່າງຂອງຊາວຕ່າງ ດ້າວຜິດກົດໝາຍ ຄົນໜຶ່ງໃນບໍລິເວນນະຄອນ Austin ລັດ Texas ຜູ້ທີ່ທ່ານໄດ້ກ່າວວ່າ ເມື່ອບໍ່ດົນມານີ້ ລາວໄດ້ຖືກຈັບກຸມຍ້ອນການ ທຳຮ້າຍທາງເພດປະຊາຊົນຫຼາຍກວ່າສິບຄົນ ຫຼັງຈາກໄດ້ ຖືກເນລະເທດອອກໄປ 5 ຄັ້ງໃນໄລຍະເວລາ 3 ປີ.

ທ່ານ Trump ໄດ້ກ່າວວ່າ ທ່ານນາງ Clinton ໄດ້ມີການລົ້ມແຫຼວໃນການບັງຄັບໃຊ້ກົດ ໝາຍຄົນເຂົ້າເມືອງ ໃນເວລາທີ່ທ່ານນາງເປັນລັດຖະມົນຕີການຕ່າງປະເທດ ທ່ານນາງ ໄດ້ລົ້ມແຫຼວທີ່ຈະຢຸດການອອກວີຊາໃຫ້ ປະເທດຕ່າງໆທີ່ບໍ່ຮັບເອົາຄົນຂອງພວກເຂົາເຈົ້າ ກັບຄືນໄປ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຫອມແກ້ມ ແມ່ທັງຫຼາຍຈາກໂຄງການລະນຶກເຖິງ, ຜູ້ທີ່ໄດ້ສູນເສຍລູກຊາຍໃຫ້ກັບຄວາມຮຸນແຮງໂດຍພວກຕ່າງ ດ້າວຜິດກົດໝາຍ, ໃນຂະນະທີ່ທ່ານ ກ່າວໃນການຊຸມນຸມໂຄສະນາຫາສຽງໃນນະຄອນ Austin ລັດ Texas. 23 ສິງຫາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຫອມແກ້ມ ແມ່ທັງຫຼາຍຈາກໂຄງການລະນຶກເຖິງ, ຜູ້ທີ່ໄດ້ສູນເສຍລູກຊາຍໃຫ້ກັບຄວາມຮຸນແຮງໂດຍພວກຕ່າງ ດ້າວຜິດກົດໝາຍ, ໃນຂະນະທີ່ທ່ານ ກ່າວໃນການຊຸມນຸມໂຄສະນາຫາສຽງໃນນະຄອນ Austin ລັດ Texas. 23 ສິງຫາ 2016.

ການກ່າວຄຳປາໄສຂອງທ່ານ Trump ໄດ້ເກີດຂຶ້ນໃນກອງປະຊຸມຄັ້ງ ທຳອິດທີ່ບໍ່ເຄີຍມີມາ ກ່ອນໂດຍໂຄງການລະນຶກເຖິງ, ຊຶ່ງເປັນກຸ່ມ ທີ່ໃຫ້ການສະໜັບສະໜູນແກ່ຄອບຄົວຕ່າງໆ ຜູ້ທີ່ຍາດຕິພີ່ນ້ອງ ຂອງພວກເຂົາເຈົ້າໄດ້ຖືກຂ້າຕາຍໂດຍພວກຕ່າງດ້າວຜິດກົດໝາຍ.

ທ່ານ Trump ໄດ້ຊ່ວຍເຫຼືອໃຫ້ກຸ່ມດັ່ງກ່າວເປັນຈຸດສົນໃຈຂອງປະເທດ ທີ່ກອງປະຊຸມ ຫຼວງແຫ່ງຊາດຂອງພັກຣີພັບບລີກັນ ໃນເດືອນກໍລະກົດ ທີ່ຜ່ານມາ, ເມື່ອທ່ານໄດ້ໃຫ້ໂອ ກາດແກ່ສະມາຊິກຄອບຄົວຂອງຜູ້ທີ່ ໄດ້ຮັບເຄາະຮ້າຍສົນທະນາກັນ ກ່ຽວກັບ ປະສົບ ການຂອງພວກເຂົາເຈົ້າ. ນັບຕັ້ງແຕ່ນັ້ນມາທ່ານ Trump ໄດ້ພົບປະຫຼາຍຄັ້ງ ກັບກຸ່ມດັ່ງ ກ່າວ ແລະ ບັນດາສະມາຊິກຂອງກຸ່ມຫຼາຍຄົນ ກໍໄດ້ປະກົດຕົວຢູ່ໃນ ການຊຸມນຸມໂຄສະ ນາຫາ ສຽງຂອງທ່ານເປັນປະຈຳ.

ແຕ່ອົງການບໍ່ປະສົງຜົນກຳໄລ ໄດ້ກ່າວວິຈານຜູ້ທີ່ອອກມາໂຕ້ແຍ້ງ ທີ່ໃຊ້ຄອບຄົວຂອງຜູ້ ເຄາະຮ້າຍ ເພື່ອສະໜັບສະໜູນ ນະໂຍບາຍການເມືອງທີ່ມີຄວາມຄຽດຊັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG