ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ເຮັດໃຫ້ການເມືອງ ມີການປ່ຽນແປງ ຫຼັງຈາກຊະນະການເລືອກຕັ້ງ ປະທານາທິບໍດີ


Trump Turned Politics on its Head with Presidential Triumph
please wait

No media source currently available

0:00 0:03:23 0:00

ເມື່ອວາລະສານ Time ເລືອກເອົາປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ມາເປັນ “ບຸກຄົນດີເດັ່ນປະຈຳປີ” ຂອງພວກເຂົາເຈົ້າສຳລັບປີ 2016 ນັ້ນ, ມັນບໍ່ໄດ້ປາກົດວ່າເປັນເລື່ອງແປກຫຍັງ ຫຼັງຈາກການໂຄສະນາຫາສຽງເລືອກຕັ້ງທີ່ບາງເທື່ອກໍໄດ້ເຮັດໃຫ້ ປະຊາຊົນ ອາເມຣິກັນ ແລະ ຫຼາຍລ້ານຄົນໃນທົ່ວໂລກຕົກຕະລຶງກັນ. ນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone ໄດ້ເບິ່ງຢ້ອນກັບຄືນ ໄປຫາໜຶ່ງໃນເລື່ອງທີ່ສຳຄັນຂອງປີນີ້ທີ່ກໍາລັງຈະຜ່ານໄປ, ແລະ ສິ່ງທ້າ ທາຍບາງຢ່າງຂອງທ່ານ ທຣຳ ໃນຖານະທີ່ໃກ້ຈະໄດ້ເປັນປະທານາ ທິບໍດີຄົນທີ 45 ໄວໆນີ້. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

please wait

No media source currently available

0:00 0:05:09 0:00
ລິງໂດຍກົງ

ເສັ້ນທາງສູ່ທຳນຽບຂາວຂອງທ່ານ Donald Trump ໄດ້ເລີ່ມຂຶ້ນໃນ ເດືອນມິຖຸນາປີ 2015 ທີ່ຜ່ານມາ, ດ້ວຍການປະກາດໂຄສະນາຫາສຽງ ທີ່ເໝາະສົມກັບພາບພົດຂອງທ່ານ ທີ່ເປັນນັກສະແດງຄົນໜຶ່ງ ດ້ວຍການສົ່ງສານແບບງ່າຍໄປກັບຄຳເວົ້າ ທີ່ເຮັດໃຫ້ພວກສະໜັບສະ ໜູນຂອງທ່ານມີຄວາມຕື່ນເຕັ້ນ.

ທ່ານ Donald Trump ສັງກັດພັກຣິພັບລິກັນກ່າວວ່າ “ຂ້າພະເຈົ້າຈະລົງແຂ່ງຂັນເປັນປະ ທານາທິບໍດີ ສະຫະລັດ ຢ່າງເປັນທາງການ ແລະ ພວກເຮົາຈະເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງ.”

ທ່ານ ທຣຳ ໄດ້ກໍ່ໃຫ້ເກີດການໂຕ້ແຍ້ງຂຶ້ນມາຕັ້ງແຕ່ຕົ້ນຂອງການໂຄສະນາຫາສຽງ, ດ້ວຍການສັນຍາວ່າຈະປາບປາມຄົນເຂົ້າເມືອງຜິດກົດໝາຍ ແລະ ໃນເບື້ອງຕົ້ນໄດ້ສະເໜີຫ້າມພວກມຸສລິມຜູ້ທີ່ຢາກເດີນທາງ ເຂົ້າມາ ສະຫະລັດ.

ດ້ວຍການຖືກປະເມີນຄ່າຕ່ຳຈາກຄູ່ແຂ່ງຈາກ ພັກຣິພັບບລີກັນຂອງທ່ານເອງນັ້ນ, ທ່ານ ທຣຳ ໄດ້ສ້າງເຄື່ອງໝາຍຂຶ້ນດັ່ງກັບວ່າຕົນເອງເປັນຄົນນອກວົງການເມືອງ ແລະ ໄດ້ຮັບໄຊຊະນະໃນການແຂ່ງຂັນເລືອກຕັ້ງຂັ້ນຕົ້ນ ຈາກຜູ້ລົງແຂ່ງຂັນທີ່ມີປະສົບການຫຼາຍທ່ານ ທີ່ລວມມີ ການປະທະກັນໃນການໂຕ້ວາທີ ທີ່ດຸເດືອດກັບອະດີດຜູ້ປົກຄອງລັດ ຟລໍຣິກາ ທ່ານ Jeb Bush ຊຶ່ງການໂຕ້ຖຽງກັນມີຕົວຢ່າງດັ່ງນີ້.

ທ່ານ Jeb Bush ກ່າວວ່າ “ນີ້ແມ່ນວຽກງານທີ່ຍາກລຳບາກ”

ທ່ານ Donald Trump ໂຕ້ຕອບວ່າ “ແມ່ນແລ້ວເຈຟ ເຈົ້າເປັນເປັນຄົນເກັ່ງ.”

ທ່ານ Jeb Bush ຕອບຄືນວ່າ “ແລະ ພວກເຮົາຕ້ອງການຜູ້ນຳຄົນໜຶ່ງ, ແລະ ເຈົ້າຈະບໍ່ມີວັນໄດ້ເປັນປະທານາທິບໍດີຂອງ ສະຫະລັດ ໂດຍການດ່າວ່າເວົ້າສຽດສີຜູ້ຄົນໄປຕະຫຼອດເຊັ່ນນີ້.”

ທ່ານ Donald Trump ເວົ້າເຢີ້ຍຂຶ້ນວ່າ “ເອີ ລອງຖ້າເບິ່ງ, ຕອນນີ້ຂ້ອຍມີ ຄະແນນຢັ່ງຫາງສຽງຢູ່ 42 ເປີເຊັນ ແລະ ເຈົ້າມີແຕ່ພຽງ 3 ເປີເຊັນ. ຕົກມາເຖິງດຽວນີ້ ຄະແນນຂ້ອຍກໍດີກວ່າເຈົ້າຕັ້ງຫຼາຍຢູ່ແລ້ວເດ້.”

ທ່ານ Jeb Bush ຕອບວ່າ “ບໍ່ເປັນຫຍັງ ມັນບໍ່ກ່ຽວ.”

ໃນການແຂ່ງຂັນສຳລັບການຖືກສະເໜີຊື່ຜູ້ຕາງໜ້າພັກເດໂມແຄຣັດນັ້ນ, ທ່ານນາງ Hillary Clinton ໄດ້ຊະນະທ່ານ Bernie Sanders ສະມາຊິກສະພາສູງລັດເວີມັອນ ຜູ້ທີ່ມີຄວາມແຂງແກ່ນກວ່າທີ່ໄດ້ຄາດ ໄວ້ໃນການແຂ່ງຂັນຂັ້ນຕົ້ນ.

ຫຼັງຈາກທ່ານນາງໄດ້ເປັນຜູ້ຖືກສະເໜີຊື່ແລ້ວ, ທ່ານນາງ Clinton ກໍໄດ້ ຫາທາງເວົ້າໃຫ້ທ່ານ ທຣຳ ວ່າບໍ່ເໝາະສົມທີ່ຈະເປັນປະທານາທິບໍດີ.

ທ່ານນາງ Hillary Clinton ຈາກພັກເດໂມແຄຣັດເວົ້າວ່າ “ຜູ້ໃດກໍຕາມທີ່ເຮົາສາມາດອ່ອຍມາດ້ວຍເຫຍື່ອຂອງຄຳເວົ້າໃນ Twitter ຈະບໍ່ເປັນຄົນທີ່ພວກເຮົາຈະໄວ້ໃຈໄດ້ ໃນເລື່ອງອາວຸດນິວເຄລຍ.”

ແຕ່ໃນຄໍ່າຄືນວັນເລືອກຕັ້ງນັ້ນ, ທ່ານ ທຣຳ ໄດ້ເຮັດໃຫ້ໂລກຕົກຕະລຶງ ດ້ວຍໄຊຊະນະທີ່ບໍ່ເທົ່າໃດຄົນໄດ້ຄາດຄິດໄວ້ ວ່າຈະຊະນະທ່ານນາງ Clinton ຜູ້ທີ່ໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ.

ໃນການກ່າວຄຳໄປໄສ ຮັບເອົາໄຊຊະນະຂອງທ່ານນັ້ນ, ທ່ານ ທຣຳ ໄດ້ມີນໍ້າສຽງທີ່ເປັນມິດ ຫຼັງຈາກການໂຄສະນາຫາສຽງທີ່ກໍ່ໃຫ້ເກີດຄວາມແຕກແຍກກັນມາແລ້ວ.

ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວວ່າ “ເຖິງສະມາຊິກພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ຕະຫຼອດພວກທີ່ບໍ່ສັງກັດພັກໃດໝົດທຸກຄົນໃນ ທົ່ວປະເທດ, ຂ້າພະເຈົ້າຂໍກ່າວວ່າ ມັນຮອດເວລາແລ້ວ ສຳລັບພວກເຮົາທີ່ຈະມາລວມຕົວເປັນປະຊາຊົນອັນດຽວກັນ.”

ນອກນັ້ນ ທ່ານນາງ Clinton ກໍໄດ້ຮຽກຮ້ອງໃຫ້ພວກຜູ້ສະໜັບສະໜູນຂອງທ່ານນາງ ໃຫ້ເຄົາລົບນັບຖືຜົນທີ່ອອກມາ.

ທ່ານນາງ Hillary Clinton ກ່າວວ່າ “ທ່ານ Donald Trump ຈະ ເປັນປະທານາທິບໍດີຂອງພວກເຮົາ. ພວກເຮົາພາກັນເປັນໜີ້ເພິ່ນໃນການເປີດກວ້າງ ແລະ ການໃຫ້ໂອກາດເພິ່ນໃນການເປັນຜູ້ນຳຂອງພວກເຮົາ.”

ນັກວິເຄາະ ທ່ານ Tom DeFrank ກ່າວວ່າ ໜຶ່ງໃນກຸນແຈທີ່ສຳຄັນສຳລັບການໄດ້ຮັບໄຊຊະ ນະຂອງທ່ານ ທຣຳ ແມ່ນຄວາມປາຖະນາຢາກໃຫ້ມີການປ່ຽນແປງ.

ທ່ານ Tom DeFrank ຈາກໜັງສືພິມແຫ່ງຊາດກ່າວວ່າ “ຂ້າພະເຈົ້າ ຄິດວ່າພວກເຮົາທຸກຄົນລວມທັງສື່ມວນຊົນ, ທຸກຄົນໄດ້້ຄາດຄະເນ ຕ່ຳແລະຜິດ, ດັ່ງທີ່ອະດີດປະທານາທິບໍດີ ທ່ານ George W. Bush ໄດ້ເວົ້າໄປນັ້ນກໍແມ່ນວ່າ ຄວາມປາຖະໜາຢາກປ່ຽນແປງຢ່າງເລິກເຊິ່ງ, ແລະ ທ່ານ ທຣຳ ດ້ວຍຄວາມບໍ່ສົມບູນແບບຂອງທ່ານໝົດທຸກຢ່າງ, ດ້ວຍຄວາມບົກຜ່ອງຂອງທ່ານໝົດທຸກຢ່າງນັ້ນ, ໃນທີ່ສຸດ ກໍແມ່ນເປັນພຽງສິ່ງດຽວທີ່ຖືກແລເຫັນວ່າເປັນຕົວແທນຂອງການປ່ຽນແປງ.”

ທ່ານ John Frontier ກ່າວວ່າ ທ່ານ ທຣຳ ຈະເຂົ້າດຳລົງຕຳແໜ່ງ ດ້ວຍຄວາມໄດ້ປຽບຂອງພັກຣີພັບບລີກັນ ໃນການຄວບຄຸມທັງສະພາ ສູງ ແລະ ສະພາຕ່ຳ.

ທ່ານ John Frontier ກ່າວວ່າ “ຂ້າພະເຈົ້າຄິດວ່າມັນຈະອຳນວຍ ຄວາມສະດວກໃຫ້ທ່ານ ມີຄວາມກ້າວໜ້າໃນລາຍການດຳເນີນງານ ໃນນະໂຍບາຍພາຍໃນປະເທດ ເຊິ່ງທ່ານນາງ Hillary Clinton ຈະປະສົບຄວາມຫຍຸ້ງຍາກກວ່າ ໃນການເຮັດສິ່ງດັ່ງກ່າວດ້ວຍລັດຖະ ບານທີ່ແບ່ງແຍກກັນ.

ຕອນນີ້ທ່ານ ທຣຳ ຕ້ອງຮັກສາຄວາມປາຖະໜາເອົາໄວ້ ເພື່ອປະຕິບັດ ຕາມຄຳສັນຍາຕໍ່ບັນດາຜູ້ສະໜັບສະໜູນຫຼັກການຂອງທ່ານ, ແລະ ໃນເວລາ ດຽວກັນ ກໍຕ້ອງໄດ້ພະຍາຍາມທີ່ຈະລວບລວມປະເທດເຂົ້າກັນ ຫຼັງຈາກການ ເລືອກຕັ້ງທີ່ມີຄວາມແບ່ງແຍກທີ່ສຸດໃນປະຫວັດສາດ ສະຫະລັດເທື່ອນີ້.

((INTRO))
[[When Time Magazine chose President-elect Donald Trump as its "Person of the Year" for 2016, it came as no surprise after an election campaign that at times transfixed Americans and millions around the world.VOA National Correspondent Jim Malone looks back on one of the major stories of the year just past, and some of Trump's challenges as the incoming 45th president.]]

((NARRATOR))
Donald Trump's journey to the White House began in June 2015, with a campaign announcement befitting his reputation as a master showman with a simple message that excited his supporters.

((DONALD TRUMP, REPUBLICAN CANDIDATE))
"I am officially running for president of the United States and we are going to make our country great again!"

((NARRATOR))
Trump was controversial from the start, promising a crackdown on illegal immigration and initially proposing a ban on Muslims wanting to come to the United States.

Underestimated by his Republican rivals, Trump built his brand as a political outsider and swept through an experienced primary field that included feisty debate clashes like this one with former Florida governor Jeb Bush.

((JEB BUSH, REPUBLICAN CANDIDATE))
"This is a tough business ..."

((DONALD TRUMP, REPUBLICAN CANDIDATE))
"Yeah, you are a tough guy, Jeb…"

((JEB BUSH, REPUBLICAN CANDIDATE))
"And we need to have a leader, and you are never going to be president of the United States by insulting your way to the presidency."

((DONALD TRUMP, REPUBLICAN CANDIDATE))
"Well, let us see, I am at 42 (percent in the polls) and you are at three, so, so far I'm doing better."

((JEB BUSH, REPUBLICAN CANDIDATE))
"Does not matter.Does not matter."

((NARRATOR))
In the race for the Democratic Party nomination, Hillary Clinton prevailed after a much tougher than expected primary challenge from Vermont Senator Bernie Sanders.

((NARRATOR))
Once she secured the nomination, Clinton sought to cast Trump as unfit to be president.

((HILLARY CLINTON, DEMOCRATIC CANDIDATE))
"A man you can bait with a tweet is not a man we can trust with nuclear weapons!"

((NARRATOR))
But on election night, Trump stunned the world with a victory few had predicted over the heavily favored Clinton.

In his victory speech, Trump sounded a conciliatory tone after a divisive campaign.

((PRESIDENT-ELECT DONALD TRUMP))
"To all Republicans and Democrats and independents across this nation, I say it is time for us to come together as one united people."

((NARRATOR))
Clinton also urged her supporters to respect the outcome.

((HILLARY CLINTON, DEMOCRATIC CANDIDATE))
"Donald Trump is going to be our president.We owe him an open mind and the chance to lead."

((NARRATOR))
One of the keys to Trump's victory was a desire for change, says analyst Tom DeFrank.

((TOM DEFRANK, NATIONAL JOURNAL))
"I think we all, including the media, but everybody mis-underestimated', as (former President) George W. Bush might say, the profound desire for change, and in the end, Trump, with all his imperfections, with all his blemishes, was the only perceived agent of change."

((NARRATOR))
Trump will take office with the advantage of Republican control of Congress, says John Fortier.

((JOHN FORTIER, BIPARTISAN POLICY CENTER))
"I think that does allow him to have an agenda that goes forward on domestic policy legislation where Hillary Clinton would have had a harder time with divided government doing those things."

((NARRATOR))
Trump must now balance a desire to deliver on promises to his core supporters, while at the same time trying to bring the country together after one of the most divisive elections in U.S. history.

XS
SM
MD
LG