ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ທຣຳ ເລັ່ງລັດໃຫ້ກຽມພ້ອມເພື່ອຍົກເລີກ ປະກັນໄພສຸຸຂະພາບ ລຸນຫຼັງສັບປະດາທຳອິດ


ຮອງປະທານາທິບໍດີ ທ່ານ Mike Pence, ຊ້າຍ, ແລະ ຫົວໜ້າເສນາທິການ ຂອງທຳນຽບຂາວ ທ່ານ Reince Priebus ຢືນເບິ່ງ ໃນຫ້ອງການ ຮູບໄຂ່ ຫຼື Oval Office ໃນຂະນະທີ່ ປະທານາທິບໍດີ ທ່ານ Donald Trump ຍົກໃຫ້ເບິ່ງ ດຳລັດ ດ້ານບໍລິຫານ ວ່າດ້ວຍການຖອນໂຕ
ອອກຈາກ Trans-Pacific Partnership ຫຼື TPP, ວັນ
ທີ 23 ມັງກອນ 2017 ຜ່ານມາ.
ຮອງປະທານາທິບໍດີ ທ່ານ Mike Pence, ຊ້າຍ, ແລະ ຫົວໜ້າເສນາທິການ ຂອງທຳນຽບຂາວ ທ່ານ Reince Priebus ຢືນເບິ່ງ ໃນຫ້ອງການ ຮູບໄຂ່ ຫຼື Oval Office ໃນຂະນະທີ່ ປະທານາທິບໍດີ ທ່ານ Donald Trump ຍົກໃຫ້ເບິ່ງ ດຳລັດ ດ້ານບໍລິຫານ ວ່າດ້ວຍການຖອນໂຕ ອອກຈາກ Trans-Pacific Partnership ຫຼື TPP, ວັນ ທີ 23 ມັງກອນ 2017 ຜ່ານມາ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວຄຳປາໄສ ປະຈຳສັບປະດາ ຄັ້ງທຳອິດ ຕໍ່ປະຊາຊົນ ຊາວອາເມຣິກັນ ນັບຕັ້ງແຕ່ໄດ້ເຂົ້າຮັບຕຳແໜ່ງ ເມື່ອສັບປະດາ ແລ້ວນີ້ ເປັນຕົ້ນມາ.

ໃນການກ່າວຄຳປາໄສ ໄລຍະສອງນາທີເຄິ່ງ ທີ່ເປັນວີດີໂອ ໄດ້ນຳອອກເຜີຍແຜ່ ທາງ YouTube ເມື່ອວັນເສົາວານນີ້ ທ່ານທຣຳ ໄດ້ລຽບລຽງລາຍການ ຄວາມສຳເລັດ ຂອງ ຄະນະລັດຖະບານທ່ານ ຫຼັງຈາກໜຶ່ງສັບປະດາ ທີ່ໄດ້ປະຕິບັດໜ້າທີ່ ໂດຍກ່າວວ່າ “ຄະນະລັດຖະບານ ນີ້ ໄດ້ລົງມືເຮັດວຽກໃນຈັງວະທີ່ໄວເປັນປະຫວັດການ. ໝົດ
ທຸກຄົນໄດ້ກ່າວເຖິງເລື່ອງນີ້. ພວກເຮົາເຮັດວຽກດ້ວຍຄວາມວ່ອງໄວ ແລະ ພວກ ເຮົາເຮັດວຽກ ດ້ວຍຄວາມສະຫລຽວສະຫລາດ ແລະ ພວກເຮົາຈະບໍ່ຢຸດການຕໍ່ສູ້ ເພື່ອປະຊາຊົນຊາວອາເມຣິກັນ ເລີຍ.”

ທ່ານທຣຳ ໄດ້ເນັ້ນຢ້ຳວ່າ ພາຍໃນຄວາມສຳເລັດຂອງຄະນະລັດທະບານທ່ານ ໃນ ຕະຫຼອດນຶ່ງສັບປະດາທີ່ຜ່ານມາ ທ່ານໄດ້ອອກຄຳສັ່ງ “ເພື່ອກະກຽມ ການຍົກເລີກ
ແລະ ສັບປ່ຽນການປະກັນໄພສຸຂະພາບ ທີ່ຮູ້ຈັກກັນວ່າ Obamacare”
ອັນເປັນ ການປະຕິຮູບ ໂຄງການຮັກສາສຸຂະພາບທີ່ກວ້າງຂວາງ ທີ່ໄດ້ຖືກຈັດຕັ້ງປະຕິບັດ ໂດຍລັດຖະບານຊຸດກ່ອນ ນັ້ນ. ທ່ານທຣຳ ໄດ້ກ່າວຕື່ມວ່າ “ມັນເຖິງເວລາແລ້ວ.”

ທ່ານທຣຳ ຍັງໄດ້ເນັ້ນຢ້ຳອີກວ່າ ການຖອນໂຕອອກຈາກ ຂໍ້ຕົກລົງການຄ້າ ພາຄີ
ຂ້າມ ມະຫາສະໝຸດ ປາຊີຟິກ ຫຼື TPP ທີ່ພົວພັນກັບ ບັນດາປະເທດ ໃນເອເຊຍ ຕາເວັນອອກ ຈຳນວນນຶ່ງ ພ້ອມດ້ວຍ ປະເທດ Chile Peru Canada ແລະ
Mexico ນຳດ້ວຍ. ຊຶ່ງທ່ານທຣຳໄດ້ກ່າວວ່າ “ອັນນັ້ນ ເປັນຂໍ້ຕົກລົງທີ່ສົ່ງຜົນ
ເສຍຫາຍຮ້າຍແຮງ ແກ່ພວກຄົນງານຂອງພວກເຮົາ.” ທ່ານໄດ້ກ່າວຕໍ່ໄປວ່າ “ການຖອນໂຕນັ້ນ ໝາຍຄວາມວ່າ ສະຫະລັດ ອາດເຈລະຈາ “ນຶ່ງຕໍ່ນຶ່ງ ໃນຂໍ້
ຕົກລົງ ທີ່ປົກປ້ອງພວກຄົນງານອາເມຣິກັນທັງຫຼາຍ.”

ທ່ານທຣຳຍັງໄດ້ກ່າວອີກວ່າ ທ່ານໄດ້ອອກຄຳສັ່ງສະບັບນຶ່ງ ເພື່ອເລີ້ມຕົ້ນ ການກໍ່
ສ້າງທໍ່ລຳລຽງນ້ຳມັນ Keystone ແລະ ທໍ່ລຳລຽງນ້ຳມັນ Dakota Access ຫຼັງຈາກ ທີ່ໄດ້ເຈລະຈາຄືນໃໝ່ ເງື່ອນໄຂຕ່າງໆແລ້ວ ໂດຍມີຂໍ້ກຳນົດທີ່ຈະໃຫ້ການຕິດຕັ້ງທໍ່
ລຳລຽງ ໃນອາເມຣິກາ ນັ້ນ ຈະຕ້ອງກໍ່ສ້າງດ້ວຍເຫລັກ ແລະ ການຜະລິດຢູ່ໃນປະເທດ.

ທ່ານໄດ້ເນັ້ນຢ້ຳຕື່ມວ່າ ທ່ານໄດ້ອອກຄຳຊີ້ນຳ ໃຫ້ອອກໃບອະນຸຍາດຢ່າງຮີບດ່ວນ ສຳລັບພວກໂຮງງານຜະລິດ ແລະ ໂຄງການພື້ນຖານໂຄງລ່າງໃໝ່ ເປັນຕົ້ນ.

ທ່ານທຣຳຍັງໄດ້ເນັ້ນໃຫ້ເຫັນ ເຖິງການຊີ້ນຳຂອງທ່ານ ທີ່ຈະ “ເລີ້ມຕົ້ນກໍ່ສ້າງກຳແພງ ໃນທັນທີທັນໃດ” ຢູ່ທີ່ຊາຍແດນໃນພາກໃຕ້ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ
ບ່ອນທີ່ ມີເຄື່ອງກີດກັ້ນຢູ່ແລ້ວ ຫຼາຍຮ້ອຍກິໂລແມັດ ຈາກກິດຈະກຳຂອງລັດຖະບານ ຊຸດກ່ອນ ແລະ “ຈະປາບປາມແຫລ່ງຫລົບລີ້ຂອງເມືອງຕ່າງໆ” ບ່ອນທີ່ພວກຄົນ ເຂົ້າເມືອງ ທີ່ບໍ່ມີເອກະສານຖືກຕ້ອງ ຕາມກົດໝາຍ ແລະບໍ່ໄດ້ຖືກລົງໂທດ ສຳລັບ ການລະເມີດກົດໝາຍ ຄົນເມືອງຂອງລັດຖະບານກາງ. ທ່ານທຣຳ ໄດ້ກ່າວວ່າ “ພວກເຂົາເຈົ້າຈະບໍ່ປອດໄພ” ທ່ານໝາຍເຖິງ ບ່ອນຫລົບລີ້ ຂອງເມືອງຕ່າງໆນັ້ນ ແລະກ່າວອີກວ່າ “ພວກເຮົາຈັດການກັບສະຖານະການທີ່ບໍ່ດີນັ້ນແລ້ວ.”

Trump Executive Actions
please wait

No media source currently available

0:00 0:02:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG