ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ພົບປະກັບ ຜູ້ນຳ ຂອງອີຈິບ ເພື່ອ ປຶກສາຫາລື ເລື່ອງກຸ່ມລັດອິສລາມ


ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi ເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອງສັນນິບາດອາຣັບ ຢູ່ທີ່ Dead Sea ຂອງຈໍແດນ, ວັນທີ 29 ມີນາ 2017.
ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi ເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອງສັນນິບາດອາຣັບ ຢູ່ທີ່ Dead Sea ຂອງຈໍແດນ, ວັນທີ 29 ມີນາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະພົບປະກັບ ປະທານາທິບໍດີ ຂອງອີຈິບ
ທ່ານ Abdel Fattah el-Sissi ໃນວັນຈັນມື້ນີ້ ຢູ່ທີ່ທຳນຽບຂາວ ຊຶ່ງເປັນການຢ້ຽມຢາມ
ທຳນຽບຂາວ ຄັ້ງທຳອິດຂອງຜູ້ນຳອີຈີບ ຢ່າງເປັນທາງການ.

ອະດີດປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຍຸຕິການໃຫ້ການຊ່ອຍເຫຼືອ
ແກ່ Cairo ຫຼັງຈາກທີ່ກອງທັບຂອງອີຈິບ ນຳພາໂດຍ ນາຍພົນ Sissi ໃນເວລານັ້ນ ໄດ້
ໂຄ່ນລົ້ມ ທ່ານ Mohammed Morsi ປະທານາທິບໍດີ ອີຈິບ ຄົນທຳອິດທີ່ໄດ້ຮັບການ
ເລືອກຕັ້ງ ຢ່າງເປັນປະຊາທິປະໄຕ ໃນປີ 2013.ນາຍພົນ Sissi ໄດ້ຖືກເລືອກໃຫ້ເປັນ
ປະທານາທິບໍດີ ໃນປີຕໍ່ມາ.

ທ່ານໂອບາມາ ບໍ່ໄດ້ເຊື້ອເຊີນ ທ່ານ Sissi ມາທຳນຽບຂາວ ແລະ ໄດ້ຕຳນິການປາບ
ປາມ ພັກພະລາດອນພາບມຸສລິມ ຫຼື Muslim Brotherhood ຂອງລະບອບການ
ປົກຄອງຂອງທະຫານ ຊຶ່ງທ່ານ Morsi ໃນຖານະເປັນປະທານາທິບໍດີ ຢູ່ນັ້ນ.

ການພົບປະກັນ ຢູ່ທີ່ຫ້ອງການຮູບຊົງໄຂ່ ໃນວັນຈັນມື້ນີ້ ແມ່ນຈະຖືກຈັບຕາເບິ່ງ ດ້ວຍ
ຄວາມສົນໃຈທີ່ສຸດ ຢູ່ໃນນະຄອນຫຼວງ Cairo ບ່ອນທີ່ມີຄວາມຢາກຮູ້ຢາກເຫັນຢ່າງຍິ່ງ
ກ່ຽວກັບຈຸດປະສົງຕ່າງໆ ຂອງທ່ານທຣຳ ຕໍ່ອີຈິບ ແລະ ຊາວມຸສລິມ ສ່ວນຫຼາຍໃນໂລກ
ຫຼັງຈາກທີ່ ທ່ານທຣຳໄດ້ຫ້າມປະຊາຊົນ ຈາກ 6 ປະເທດທີ່ນັບຖືສາສະໜາອິສລາມ
ເຂົ້າມາໃນສະຫະລັດ.

ເຖິງຢ່າງໃດກໍດີ ການພົບປະກັນນີ້ ກໍບໍ່ແມ່ນຄັ້ງທຳອິດ ທີ່ຜູ້ນຳທັງສອງທ່ານ ໄດ້ພົບກັນ.
ມີລາຍງານວ່າ ພວກເພິ່ນທັງສອງ ໄດ້ພົບປະກັນດ້ວຍສຳພັນທະໄມຕີທີ່ດີ ໃນເວລາ
ທ່ານທຣຳຍັງເປັນຜູ້ສະໝັກຢູ່ນັ້ນ ທ່ານໄດ້ພົບປະກັບ ຜູ້ນຳຂອງອີຈິບ ໃນເດືອນກັນຍາ
ປີກາຍນີ້ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ.

ທ່ານ Sissi ເປັນຜູ້ທຳອິດ ໃນຈຳນວນຜູ້ນຳປະເທດ 3 ທ່ານ ຜູ້ທີ່ຈະເດີນທາງມາຢ້ຽມ
ຢາມ ທ່ານທຣຳ ໃນສັບປະດານີ້. ແລະໃນວັນພຸດທີ່ຈະມາເຖິງນີ້ ກະສັດ Abdullah
ຂອງຈໍແດນ ກໍຈະເປັນແຂກຊົງກຽດ ໃນຫ້ອງການ ຮູບຊົງໄຂ່ຂອງທຳນຽບຂາວ. ມື້ຕໍ່ໄປ ທ່ານທຣຳ ກໍຈະບິນໄປຍັງ ບ້ານພັກຣີສອດ Mar-a-Lago ຂອງທ່ານ ໃນລັດຟລໍຣີດາ
ສຳລັບ ການເຈລະຈາ ໄລຍະສອງມື້ ກັບ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG