ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານທຣຳ ສືບຕໍ່ການເດີນທາງ ເພື່ອກ່າວ ‘ຂອບໃຈ’ ແລະຕຳນິ ໂຄສົກ ທ່ານ ໂອບາມາ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງການໂຮມຊຸມນຸມ ຢູ່ທີ່ ສູນກາງ Giant, ວັນທີ 15 ທັນວາ 2016, ໃນເມືອງ Hershey ຂອງລັດ Pennsylvania.
ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງການໂຮມຊຸມນຸມ ຢູ່ທີ່ ສູນກາງ Giant, ວັນທີ 15 ທັນວາ 2016, ໃນເມືອງ Hershey ຂອງລັດ Pennsylvania.

ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ໄດ້ກ່າວຄຳປາໄສ ອີກຊຸດໜຶ່ງ ໃນ ການເດີນທາງ ເພື່ອກ່າວຄຳ “ຂອບໃຈ” ຂອງທ່ານ ໃນວັນພະຫັດວານນີ້ ຕໍ່ບັນດາລັດ ຕ່າງໆ ທີ່ໄດ້ຊ່ອຍໃຫ້ທ່ານ ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ແລະ ໄດ້ໃຊ້ວາລະ ໂອກາດນີ້ ກ່າວທັບຖົມ ໂຄສົກຂັ້ນສູງ ຂອງປະທານາທິບໍດີ ບາຣັກ ໂອບາມາ.

ຢູ່ທີ່ການໂຮມຊຸມນຸມ ໃນເມືອງ Hershey ຂອງລັດ Pennsylvania ທ່ານທຣຳ ໄດ້
ຕຳນິ ໂຄສົກ ຂອງປະທານາທິບໍດີ ໂອບາມາ ທ່ານ Josh Earnest ຜູ້ທີ່ໄດ້ຕັ້ງຂໍ້ສົງໄສ ກ່ຽວກັບຈຸດຍືນ ບາງສ່ວນຂອງທ່ານທຣຳ ໃນກການແຈ້ງ​ໃຫ້​ຊາບ​ໂດຍ​ສັງ​ເຂ​ບ ລາຍວັນ ຂອງທ່ານ ນັ້ນ.

ໂຄສົກທຳນຽບຂາວ ທ່ານ Josh Earnest ປຶກສາຫາລື ກ່ຽວກັບ ໄວຣັຊ Zika ໃນລະຫວ່າງກອງປະຊຸມ ສະຫລຸບແບບສັງເຂບ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.
ໂຄສົກທຳນຽບຂາວ ທ່ານ Josh Earnest ປຶກສາຫາລື ກ່ຽວກັບ ໄວຣັຊ Zika ໃນລະຫວ່າງກອງປະຊຸມ ສະຫລຸບແບບສັງເຂບ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ.

ທ່ານທຣຳ ໄດ້ກ່າວວ່າ “ທ້າວ Josh Earnest ທີ່ໂງ່ຈ້າ ຄົນນີ້ ຂ້າພະເຈົ້າບໍ່ຮູ້ວ່າ ຖ້າ
ລາວ ໄດ້ລົມກັບປະທານາທິບໍດີ ໂອບາມາ ຫຼືບໍ່. ທ່ານຮູ້ດີ ໂດຍການມີໂຄສົກ ທີ່ ເໝາະສົມ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າ ລາວຂີ້ຮ້າຍຫຼາຍ ໃນການທີ່ລາວ ກ່າວຂໍ້ຄວາມ ລາວສາມາດກ່າວ ຂໍ້ຄວາມທີ່ສ້າງສັນ ແລະ ມັນຟັງແລ້ວບໍ່ດີເລີຍ. ລາວອາດຈະກ່າວວ່າ ບັນດາທ່ານສຸພາບສະຕີ ແລະ ສຸພາບບູລຸດ ມື້ນີ້ ພວກເຮົາ ໄດ້ຜາບແຜ້ກຸ່ມ ISIS
ຢ່າງສິິ້ນເຊີງ ແລະ ມັນອາດຈະບໍ່ຟັງດີປານໃດ.”

ທ່ານທຣຳ ແມ່ນຄາດກັນວ່າ ຈະປະກາດການເລືອກເອົາໂຄສົກຂອງທ່ານເອງ ໃນ ສອງສາມມື້ຂ້າງໜ້ານີ້.

ໃນຂະນະດຽວກັນ ທ່ານຈະສືບຕໍ່ ການເດີນທາງ ເພື່ອກ່າວ “ຂອບໃຈ” ໃນວັນສຸກ
ມື້ນີ້ ຢູ່ທີ່ເມືອງ Orlando ຂອງລັດ Florida ແລະ ວັນເສົາມື້ອື່ນ ໃນເມືອງ Mobile ຂອງລັດ Alabama.

ໃນການສືບຕໍ່ ແຕ່ງຕັ້ງໃຫ້ເຕັມ ໃນຄະນະລັດຖະບານ ຂອງທ່ານ ແລະ ຕຳແໜ່ງ ຂັ້ນນຳຕ່າງໆ ທ່ານທຣຳ ໄດ້ຄັດເລືອກເອົາທະນາຍຄວາມ ດ້ານການລົ້ມລະລາຍ
ທ່ານ David Friedman ຢ່າງເປັນທາງການ ໃຫ້ເປັນເອກອັກຄະລັດຖະທູດ ປະຈຳ ປະເທດອິສຣາແອລ. ທ່ານ Friedman ໄດ້ສະແດງການຄັດຄ້ານຕໍ່ທິດສະດີ ທີ່ສຳຄັນ ຂອງນະໂຍບາຍ ໃນຂົງເຂດນັ້ນ ກໍຄື ການມີສອງປະເທດ ອັນເປັນຂໍ້ແກ້ໄຂ ຂອງການ
ຢູ່ຮ່ວມກັນຢ່າງສັນຕິ ຄຽງຂ້າງກັນ ລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌.

ທ່ານທຣຳ ຍັງໄດ້ຄັດເລືອກເອົາ ສະມາຊິກສະພາ ທ່ານ Ryan Zinke ຈາກລັດ Montana ໃຫ້ເປັນ ລັດຖະມົນຕີ ກະຊວງພາຍໃນ ໃນວັນພະຫັດວານນີ້.

ທ່ານ Zinke ເຄີຍເປັນທະຫານເຮືອ ໜ່ວຍ SEAL ເປັນຜູ້ສະເໜີ ໃຫ້ຮັກສາທີ່ດິນ ສາທາລະນະ ໃຫ້ຢູ່ພາຍໃຕ້ການເບິ່ງແຍງ ຂອງລັດຖະບານກາງ.

ຈຸດຢືນອັນນັ້ນ ຈະເຮັດໃຫ້ທ່ານບໍ່ລົງລອຍກັນກັບພວກສະມຊິກຂອງພັກຣີພັບບລີກັນ ຜູ້ທີ່ເຫັນພ້ອມໃນການຫັນປ່ຽນທີ່ດິນໃຫ້ເປັນສ່ວນຕົວ ຫຼື ໃຫ້ທີ່ດິນຂອງລັດຖະບານການ ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະລັດ. ແຕ່ເປັນຈຸດຢືນອັນດຽວກັນກັບທ່ານທຣຳ ຜູ້ທີ່ຍັງໄດ້ກ່າວວ່າ ທ່ານບໍ່ຄິດວ່າ ດິນສາທາລະນະ ຄວນໃຫ້ຢູ່ພາຍໃຕ້ການຄຸ້ມຄອງ ຂອງລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Trump Israel
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG