ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຫວັດ ການແຈ້ງພາສີລາຍໄດ້ ຂອງທ່ານ Trump ໄດ້ຖືກຍົກ ຂຶ້ນມາ ອີກເທື່ອໜຶ່ງ


Trump Tax History in Spotlight Once Again
please wait

No media source currently available

0:00 0:01:49 0:00

ເອກກະສານ ປະຫວັດ ການແຈ້ງພາສີລາຍໄດ້ ຂອງທ່ານ Trump ຈຳນວນໜຶ່ງ

ຄະນະໂຄສະນາຫາສຽງຂອງທ່ານນາງ Clinton ແລະ ທ່ານ Donald Trump ຕ່າງກໍ່ ໄດ້ແລກປ່ຽນການກ່າວຫາຊຶ່ງກັນແລະກັນ ຢ່າງດຸເດືອດ ຫຼັງຈາກທີ່ ໜັງສືພິມ New York Times ໄດ້ພິມລົງ ອັນທີ່ປະກົດວ່າ ເປັນສ່ວນໜຶ່ງຂອງການແຈ້ງພາສີລາຍໄດ້ປີ 1995 ຂອງຜູ້ທີ່ໄດ້ຖືກສະເໜີຊື່ ຈາກພັກຣີພັບບລີກັນ.

ການແຈ້ງພາສີລາຍໄດ້ປີ 1995 ນັ້ນ ໄດ້ຖືກສົ່ງໄປໃຫ້ໜັງສືພິມ ດັ່ງກ່າວ ຢ່າງລັບໆ ໂດຍບໍ່ບອກຊື່ ເອກກະສານທັງຫຼາຍ ສະແດງໃຫ້ເຫັນວ່າ ທ່ານ Trump ໄດ້ປະກາດ ແຈ້ງວ່າ ທ່ານໄດ້ສູນເສຍເງິນໄປ 916 ລ້ານໂດລາ ໃນປີ 1995 ຈຶ່ງໄດ້ເຮັດໃຫ້ ເຈົ້າພໍ່ ອະສັງຫາລິມະຊັບ ບໍ່ຕ້ອງໄດ້ຈ່າຍພາສີລາຍໄດ້ ໃນຈຳນວນລວມທັງໝົດ ເທົ່າກັນກັບ ມູນຄ່າເສຍຫາຍ ສັບລຳຫຼາຍໆປີຕໍ່ມາ.

ຜູ້ສະໝັກ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຢູ່ທີ່ເມືອງ Charlotte, ລັດ North Carolina, ວັນອາທິດ ທີ 2 ຕຸລາ 2016.
ຜູ້ສະໝັກ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຢູ່ທີ່ເມືອງ Charlotte, ລັດ North Carolina, ວັນອາທິດ ທີ 2 ຕຸລາ 2016.

ການເຜີຍແບດັ່ງກ່າວ ມີຂຶ້ນ ບໍ່ເທົ່າໃດມື້ ຫຼັງຈາກທີ່ທ່ານນາງ Clinton ສັງກັດພັກ ເດໂມແຄຣັດ ໄດ້ກ່າວໂຈມຕີເລື່ອງການເງິນຂອງທ່ານ Trump ຊ້ຳແລ້ວຊ້ຳອີກ ແລະ ການທີ່ທ່ານ Trump ປະຕິເສດທີ່ຈະເປີດເຜີຍ ການແຈ້ງພາສີລາຍໄດ້ຕ່າງໆ ຢູ່ທີ່ ການໂຕ້ວາທີ ປະທານາທິບໍດີ ໃນວັນຈັນ ສັບປະດາແລ້ວນີ້.

ຄະນະໂຄສະນາຫາສຽງຂອງທ່ານນາງ Clinton ກ່າວໃນຖະແຫລງການສະບັບໜຶ່ງ ເມື່ອຕອນແລງວັນເສົາຜ່ານມາ ວ່າ “ໃນປີໜຶ່ງ ທ່ານ Donald Trumpໄດ້ສູນເສຍເງິນ ໄປເກືອບໜຶ່ງຕື້ໂດລາ, ໜຶ່ງຕື້! ປະກົດວ່າ ເພິ່ນສາມາດຫລີກລ່ຽງ ການຈ່າຍພາສີ ເກືອບສອງທົດສະວັດ ໃນຂະນະທີ່ ບັນດາຄອບຄົວກຳມະກອນ ຫຼາຍສິບລ້ານຄົນ ໄດ້ຈ່າຍພາສີລາຍໄດ້ ຂອງພວກເຂົາເຈົ້າ.”

ສ່ວນຄະນະໂຄສະນາຫາສຽງຂອງທ່ານ Trump ໄດ້ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ຂ່າວໃນທີ່ນີ້ ກໍແມ່ນວ່າ ເອກກະສານພາສີເກົ່າ ຫຼາຍກວ່າ 20 ປີຜ່ານມາ ນັ້ນ ໄດ້ມາຢ່າງຜິດກົດໝາຍ ຊຶ່ງໄດ້ສະແດງໃຫ້ເຫັນຕື່ມອີກວ່າ ໜັງສືພິມNew York Times, ກໍຄືກັນກັບອົງການຈັດຕັ້ງ ສື່ມວນຊົນທົ່ວໄປ ແມ່ນເປັນພາກສ່ວນໜຶ່ງ ຂອງຄະນະໂຄສະນາຫາສຽງຂອງທ່ານນາງ Clinton.”

ຖະແຫລງການນັ້ນ ກ່າວຕື່ມວ່າ “ທ່ານ Trump ເປັນນັກທຸລະກິດຜູ້ມີທັກສະສູງ, ຜູ້ທີ່ ມີຄວາມຮັບຜິດຊອບ ທີ່ໄວ້ວາງໃຈໄດ້ ຕໍ່ທຸລະກິດຂອງທ່ານ ຕໍ່ຄອບຄົວຂອງທ່ານ ແລະ ຕໍ່ພະນັກງານຂອງທ່ານ, ທ່ານຈະບໍ່ຈ່າຍພາສີ ເກີນກວ່າ ທີ່ກົດໝາຍກຳນົດໄວ້. ດັ່ງໄດ້ ກ່າວໄປນັ້ນ ທ່ານ Trump ໄດ້ຈ່າຍຫຼາຍຮ້ອຍລ້ານໂດລາໄປແລ້ວ ສຳລັບພາສີຊັບສິນ, ພາສີຊື້ຂາຍ ແລະ ພາສີຊົມໃຊ້, ພາສີອະສັງຫາລິມະຊັບ, ພາສີເມືອງ, ພາສີລັດ ນິວຢອກ, ພາສີພະນັກງານ ແລະ ພາສີລັດຖະບານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG