ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການພົວພັນ ລະຫວ່າງ ທ່ານ ທຣຳ ກັບ ໄຕ້ຫວັນ ເຮັດໃຫ້ ຈີນ ອອກມາປ້ອງກັນຕົວ


ປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ingwen (ກາງ) ພ້ອມກັບຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ Joseph Wu (ຊ້າຍ) ແລະ ລັດຖະມົນຕີການຕ່າງ ປະເທດ ທ່ານ David Lee ລົມໂທລະສັບ ກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump, 2 ທັນວາ, 2016.
ປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ingwen (ກາງ) ພ້ອມກັບຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ Joseph Wu (ຊ້າຍ) ແລະ ລັດຖະມົນຕີການຕ່າງ ປະເທດ ທ່ານ David Lee ລົມໂທລະສັບ ກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump, 2 ທັນວາ, 2016.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ແລະ ຜູ້ນຳແຫ່ງເກາະ ໄຕ້ຫວັນ ໄດ້ເຮັດໃຫ້ ຈີນ ອອກມາປ້ອງກັນຕົວ ດ້ວຍຄຳເວົ້າໃນຕອນແລງຂອງວັນສຸກທີ່ ຜ່ານມາທາງໂທລະສັບ ເພື່ອຄວາມຫວັງຢາກປຶກສາຫາລື ກ່ຽວກັບ ບົດບາດຂອງ ວໍຊິງຕັນ ໃນຄວາມເປັນໄປໄດ້ທີ່ຈະຊ່ວຍເຫຼືອເກາະທີ່ຖືກປະຢູ່ໂດດ່ຽວທາງ ການທູດນັ້ນ ໃຫ້ໄດ້ຮັບ ຖານະໃນສາກົນ.

ລັດຖະມົນຕີກະຊວງການຕ່າງປະເທດຂອງ ຈີນ ໄດ້ຕັ້ງເວລາສຳລັບ ການໂທລະສັບທີ່ດົນ ເຖິງ 12 ນາທີໂດຍປະນາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ວ່າເປັນ “ການກະ ທຳທີ່ເຫັນແກ່ຕົວ” ທີ່ຈະບໍ່ນຳໄປສູ່ການປ່ຽນແປງໃດໆໃນສາຍພົວພັນ Sino-ສະຫະລັດ.

ບັນດາຜູ້ຊ່ຽວຊານໄດ້ຄາດເດົາວ່າ, ຜູ້ນຳປະເທດ ຄອມມູນິສ ຈະເຝົ້າ ຕິດຕາມເບິ່ງຜົນທີ່ ຈະຕາມມາອີກ, ເຊັ່ນວ່າ ຫຼັງຈາກການສາບານຕົນ ເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ປີໜ້າ, ທ່ານ Trump ຈະເຈລະ ຈາກັບ ໄຕ້ຫວັນ ອີກຫຼືບໍ່ ຫຼື ໃຫ້ບາງຢ່າງຕໍ່ ໄຕ້ຫວັນ ໃນສິ່ງ ທີ່ປະທານາທິບໍດີຂອງພວກເຂົາເຈົ້າໄດ້ສະເໜີໄປໃນການໂທລະສັບນັ້ນ.

ທ່ານ Raymond Wu ຜູ້ອຳນວຍການບໍລິສັດທີ່ປຶກສາດ້ານການ ເມືອງ e-telligence ໄດ້ກ່າວວ່າ “ມັນໄດ້ເຮັດໃຫ້ ປັກກິ່ງ ຮູ້ວ່າ ວໍຊິງຕັນ ເລືອກທີ່ຈະເຮັດໃນສິ່ງທີ່ຈະເປັນຜົນ ປະໂຫຍດຕໍ່ ວໍຊິງຕັນ, ພວກເຂົາເຈົ້າຈະເຮັດແນວນັ້ນ ບໍ່ວ່າມັນຈະເປັນເລື່ອງຂອງບັນ ຫາ ຕ່າງໆທີ່ສຳຄັນ ຫຼື ການສະແດງຄວາມສະໜັບສະໜູນ.”

ເຖິງແມ່ນວ່າ ວໍຊິງຕັນ ຈະເປັນຜູ້ສະໜັບສະໜູນຫຼືບໍ່ກໍຕາມ, ມັນກໍບໍ່ໄດ້ມີການຕິດຕໍ່ກັນລະ ຫວ່າງ ບັນດາຜູ້ນຳຂອງສອງ ປະເທດ ນັບຕັ້ງແຕ່ ສະຫະລັດ ໄດ້ຕັດສາຍພົວພັນທາງການ ທູດ ຈາກການຍອມເຊື່ອຟັງຕໍ່ ຈີນ ໃນປີ 1979, ເຊິ່ງ ໄຕ້ຫວັນ ຖືກພິຈາວ່າເປັນແຂວງທີ່ ຫາທາງປະກາດຕົນເອງເປັນເອກະລາດ. ແຕ່ແນວໃດກໍຕາມ, ນັບຕັ້ງແຕ່ທ່ານ Trump ໄດ້ໂທຫາ, ບັນດາສະມາຊິກສະພາພັກຣີພັບບລີກັນ ກໍໄດ້ຍອມຮັບເຖິງການຕິດຕໍ່ກັບຜູ້ນຳ ໄຕ້ຫວັນ ຂອງທ່ານ ຢ່າງກວ້າງຂວາງ.

ສະມາຊິກສະພາສູງ ທ່ານ Tom Cotton ສະມາຊິກພັກຣີພັບບລີກັນ ຈາກລັດ Arkansas ທີ່ຕັ້ງຢູ່ພາກກາງຕາເວັນຕົກ ໄດ້ກ່າວວ່າ “ນະໂຍບາຍຂອງ ອາເມຣິກາ ຕໍ່ ໄຕ້ຫວັນ ແມ່ນ ຖືກປົກຄອງດ້ວຍກົດໝາຍສາຍພົວພັນ ໄຕ້ຫວັນ, ພາຍໃຕ້ສິ່ງທີ່ພວກເຮົາໄດ້ຮັກສາ ສາຍ ພົວພັນອັນໃກ້ຊິດກັບ ໄຕ້ຫວັນ ແລະ ສະໜັບສະໜູນລະບົບປະຊາທິປະໄຕຂອງ ພວກເຂົາ ເຈົ້າ."


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG