ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ສົ່ງສັນຍານ ແບບປົນກັນກ່ຽວກັບ ການໃຫ້ສິດຄຸ້ມກັນ ແກ່ທ່ານ Flynn


ຈາກຊ້າຍ: ປະທານາທິບໍດີ ດໍໂນລ ທຣຳ ແລະອະດີດ ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Micheal Flynn.
ຈາກຊ້າຍ: ປະທານາທິບໍດີ ດໍໂນລ ທຣຳ ແລະອະດີດ ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Micheal Flynn.

ທຳນຽບຂາວ​ໄດ້​ສົ່ງ​ສານ​ຍານ​ແບບ​ປະ​ປົນ​ກັນ ​ໃນ​ວັນ​ສຸກ​ວານ​ນີ້ ກ່ຽວ​ກັບ​ການສະ​ເໜີ​
ທີ່​ຈະ​ໃຫ້​ຄວາມ​ຮ່ວມ​ມື ​ແກ່​ຄະນະ​ສືບສວນ​ ຂອງ​ລັດຖະສະພາ ​ໂດຍ​ອະດີດ ​ທີ່​ປຶກສາ
ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດທ່ານ Michael Flynn ​ເພື່ອ​ສືບສວນ​ເບິ່ງ​ການ​ຕິດ​ຕໍ່ລະ
ຫວ່າງ ​ຄະນະ​ໂຄສະນາ​ຫາ​ສຽງ ​ຂອງ​ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ແລະ ຣັດ​ເຊຍ ຖ້າ​
ຫາກ​ທ່ານ​ໄດ້​ຮັບ​ສິດ​ຄຸ້ມ​ກັນ​ຈາກ​ການ​ບໍ່​ຖືກ​ຈັບ.

​ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ລະຫວ່າງ​ການ​ຖະ​ແຫຼງຂ່າວຕໍ່​ສື່​ມວນ​ຊົນ​ປະຈຳ​ວັນວ່າ “ທ່ານ​ຈະບໍ່​ໃຫ້​ຄຳ​ແນະນຳທາງ​ດ້ານ​ກົດໝາຍແກ່​
ທ່ານ Michael Flynn ​ຫລືບຸກຄົນ​ໃດ​ກໍ​ຕາມຈາກ​ບ່ອນຖະ​ແຫລງຂ່າວ​ນີ້” ກ່ຽວ​ກັບ​ວ່າ
​ເຂົາ​ເຈົ້າຄວນ​ໃຫ້ການຕໍ່​ຄະນະ​ກຳມະການ​ສືບ​ລັບຂອງ​ລັດຖະ​ສະພາ​ຫຼືບໍ່.


ການ​ໃຫ້​ຄວາມ​ເຫັນ​ ຂອງ​ທ່ານ Spicer ​ແມ່ນ​ຂັດ​ກັນ​ ກັບ​ການ​ສົ່ງ Twitter ​ໃນ​ຕອນ​
ເຊົ້າວານ​ນີ້ຂອງ​ປະ​ທານາ​ທິບໍດີທຣຳທີ່​ເຫັນ​ພ້ອມ​ນຳ​ວ່າ ທ່ານ Flynn ຄວນຊອກ​ຫາ​
ທາງ​ເພື່ອ​ໃຫ້​ໄດ້​ຮັບ​ສິດ​ຄຸ້ມ​ກັນສຳລັບ​ການ​ໃຫ້ການ​ໃນ​ອັນ​ທີ່​ທ່ານຖືວ່າ​ຄື​ກັນ​ກັບເປັນ
ການ​ຮາວີ​ລົບ​ກວນ​ທີ່​ມີ​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ.

​ເມື່ອ​ມີການ​ຖາມ​ວ່າ ທຳນຽບຂາວ​ເປັນ​ຫ່ວງ​ຫຼືບໍ່ ກ່ຽວ​ກັບ​ການ​ທີ່​ທ່ານ Flynn ມີຂໍ້​ມູນ​
ທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລັດຖະບານຂອງ​ທ່ານ​ທຣຳນັ້ນທ່ານ Spicer
ຕອບ​ວ່າ “ບໍ່​ເລີຍ.”

ສະມາຊິກສະພາຕ່ຳ Adam ຈາກລັດແຄລີຟໍເນຍ ຊຶ່ງເປັນເຈົ້າໜ້າທີ່ສູງສຸດ ຂອງພັກເດໂມແຄຣັດ ໃນຄະນະກຳມະການສືບລັບ ສະພາຕ່ຳ
ສະມາຊິກສະພາຕ່ຳ Adam ຈາກລັດແຄລີຟໍເນຍ ຊຶ່ງເປັນເຈົ້າໜ້າທີ່ສູງສຸດ ຂອງພັກເດໂມແຄຣັດ ໃນຄະນະກຳມະການສືບລັບ ສະພາຕ່ຳ

ລາຍ​ງານ​ຂ່າວ ​ທີ່​ອອກ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ ​ແຈ້ງວ່າ ທ່ານ Flynn ພວມ​ຢູ່​ໃນ​ລະ
ຫວ່າງ​ການ​ໂອ້​ລົມ​ກັບ​ທຳນຽບຂາວ ແລະ​ກຳມະການ​ສືບລັບ​ສະພາ​ສູງ​ ເພື່ອ​ຢາກ​ໄດ້
​ຮັບ​ການ​ສັນຍາ​ກ່ຽວ​ກັບ​ການ​ໃຫ້​ສິດ​ຄຸ້ມ​ກັນ ​ແຕ່​ປາກົດ​ວ່າ​ຍັງ​ບໍ່​ມີ​ຜູ້​ໃດ​ຕົກລົງ​ຮັບ​ເອົາ
​ເງື່ອນ​ໄຂ​ດັ່ງກ່າວ​ນີ້​ເທື່ອ.

ທະນາຍຄວາມ ທ່ານ Flynn ທ່ານ Robert Kelner ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​
ນຶ່ງ​ ທີ່​ນຳ​ອອກ​ເຜີຍ​ແຜ່ ​ໃນ​ຕອນ​ແລງ​ວັນ​ພະຫັດນີ້ວ່າ “​ແນ່ນອນ​ ນາຍ​ພົນ Flynn ມີ
​ເລື່ອງ​ທີ່​ຈະ​ບອກ ​ແລະ​ທ່ານກໍ​ຢາກ​ຈະ​ບອກ​ ເລື່ອງ​ນີ້ີ້​ແທ້ໆ ຖ້າ​ສະພາບການ​ຫາກ​ອຳ
ນວຍ​ໃຫ້.”

ທ່ານ Kelner ກ່າວ​ຕື່ມ​ວ່າ “ບໍ່​ມີ​ບຸກຄົນ ​ທີ່​ມີ​ເຫ​ດຜົນ​ໃດໆ ຈະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ
​ເລື່ອງທີ່​ມີ​ຄວາມ​ສຳຄັນສູງທາງ​ດ້ານ​ການ​ເມືອງ​ພາຍ​ໃຕ້ສະພາບ​ທີ່​ຖືກ​ຕາມ​ລາໂດຍ
​ບໍ່​ໄດ້​ຮັບ​ການ​ຄໍ້າປະກັນ​ຕໍ່​ການຖືກ​ລົງ​ໂທດ​ແບບ​ບໍ່​ຍຸຕິ​ທຳ.”

ສະມາຊິກ​ທີ່ອະ​ວຸ​ໂສ​ສຸດ​ຂອງ​ພັກ​ເດ​ໂມ​ແຄຣັດ​ໃນ​ຄະນະ​ກຳມະການ​ສືບ​ລັບ​ຂອງສະ
ພາ​ຕ່ຳທ່ານ Adam Schiff ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ​ໃນ​ວັນ​ສຸກວານ​ນີ້ ກ່າວ​
ເຖິງ​ການ​ຂໍ​ສິດ​ຄຸ້ມ​ກັນ ​ຂອງ​ທ່ານ Flynn ວ່າ “​ເປັນ​ບາດກ້າວທີ່ຈິງຈັງແລະກໍມີຄວາມ​ສຳຄັນຫຼາຍ” ສຳລັບ​ອະດີດ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG