ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ທຣຳ ບັນຍາຍ ເຖິງແຜນການ ປ່ຽນແປງຢ່າງໃຫຍ່ ຫຼາຍດ້ານ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ສະພາ ຄົບຄະນະ ໃນລັດຖະສະພາ ຫຼື Capitol Hill ທີ່ວໍຊິງຕັນ, ວັນທີ 28 ກຸມພາ 2017.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ສະພາ ຄົບຄະນະ ໃນລັດຖະສະພາ ຫຼື Capitol Hill ທີ່ວໍຊິງຕັນ, ວັນທີ 28 ກຸມພາ 2017.

ໃນການກ່າວ​ຄຳປ​າ​ໄສ​ເທື່ອ​ທຳ​ອິດຕໍ່​ລັດຖະສະພາ​ສະຫະລັດ​ນັ້ນ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ຄາດຄະເນເຖິງພາບພົດທີ່ແຈ່ມໃສຂຶ້ນ ​ໃນ​ຄືນ​ວັນ​ອັງຄານວານ​ນີ້ ກວ່າ​ຢູ່​ໃນ ​
ຄຳ​ປາ​ໄສ​ທີ່​ທ່ານ​ໄດ້​ກ່າວໃນ​ພິທີ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ເມື່ອ 6 ອາທິດ​ກ່ອນ.

ປະທານາທິບໍດີ ສະຫະລັດ ໄປຮອດ ລັດຖະສະພາ ເພື່ອກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ ໃນລັດຖະສະພາ ສະຫະລັດ ຫຼື U.S. Capitol, ວັນທີ 28 ກຸມພາ 2017 ທີ່ນະຄອນຫຼວງວໍຊິງຕັນ ດີຊີ.
ປະທານາທິບໍດີ ສະຫະລັດ ໄປຮອດ ລັດຖະສະພາ ເພື່ອກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ ໃນລັດຖະສະພາ ສະຫະລັດ ຫຼື U.S. Capitol, ວັນທີ 28 ກຸມພາ 2017 ທີ່ນະຄອນຫຼວງວໍຊິງຕັນ ດີຊີ.

ທ່ານໄດ້ປະກາດວ່າ “ເວລາຂອງຄວາມຄິດແບບນ້ອຍໆນັ້ນ ແມ່ນໝົດ​ໄປແລ້ວ ເວລາ
ສຳລັບການຜິດຖຽງກັນທີ່ບໍ່ສຳຄັນ ແມ່ນຜ່ານພົ້ນພວກເຮົາໄປແລ້ວ.”

ແຕ່ກໍໄດ້ມີ​ການອ້າງອີງເຖິງ ການຜິດຖຽງກັນ ໂດຍສະເພາະ ແມ່ນການຕໍ່ສູ້ຕ້ານ ​ໃນອັນທີ່
ປະທານາທິບໍດີເອີ້ນວ່າ “ກຸ່ມກໍ່ການຮ້າຍຫົວຮຸນແຮງຈັດອິສລາມ.” ອັນນັ້ນ ແມ່ນຄຳເວົ້າ
ທີ່ນາຍພົນ H.R. McMaster ທີ່ປຶກສາດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ ແລະ ບັນດາສະມາ
ຊິກ​ໃນຄະນະລັດຖະບານ ຂອງທ່ານຈຳນວນນຶ່ງ ໄດ້ແນະນຳໃຫ້ ທ່ານທຣຳ ຍຸຕິໃຊ້ມັນ
ອີງຕາມອົງການຂ່າວທັງຫຼາຍ.

ມີລາຍງານວ່າ ທ່ານ McMaster ໄດ້ບອກພວກພະນັກງານຂອງທ່ານ ເມື່ອສັບປະດາ
ແລ້ວນີ້ ວ່າ ທ່ານຢາກໃຫ້ໃຊ້ ຄຳວ່າ “ພວກຫົວຮຸນແຮງກໍ່ການຮ້າຍອິສລາມ” ແທນ
ຊຶ່ງເປັນການໃຊ້ເພື່ອອະທິບາຍເຖິງ ພວກສະໜັບສະໜູນໂດຍພື້ນຖານ ຕໍ່ລັດຖະບານ
ແລະ ສັງຄົມ ທີ່ນັບຖືສາສະໜາອິສລາມ ແທນທີ່ຈະໝາຍເຖິງອັນທີ່ກວມເອົາຊາວ
ມຸສລິມໝົດທຸກຄົນ.

ໂດຍສະເພາະ ການ​ກ່າວ​ເຖິງ​ຢ່າງ​ເປັນ​ການສະ​ເພາະເຈາະຈົງຕໍ່ ອັນທີ່ເອີ້ນວ່າ ກຸ່ມ
ລັດອິສລາມ ຊຶ່ງທ່ານທຣຳ ໄດ້ກ່າວວ່າ ສະຫະລັດ “ຈະເຮັດວຽກຮ່ວມກັບ ບັນດາ
ພັນທະມິດຂອງພວກເຮົາ ທີ່ປະກອບດ້ວຍບັນດາເພື່ອນມິດ ແລະ ພັນທະມິດ ໃນ
ໂລກມຸສລິມ ເພື່ອກຳຈັດ ພວກສັດຕູທີ່ໂຫດຮ້າຍ ​ໃຫ້​ໝົດສິ້ນໄປຈາກໂລກ ຂອງ
ພວກເຮົາ.”

ສະຕີໝາຍເລກນຶ່ງ ທ່ານນາງ Melania Trump,ແລະ ບັນດາແຂກທີ່ມີກຽດ, ຕົບມື ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ກຸມພາ 2017, ໃນລະຫວ່າງ ການກ່າວຄຳປາໄສ ຕໍ່ສະພາ ແລະປະເທດຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ.
ສະຕີໝາຍເລກນຶ່ງ ທ່ານນາງ Melania Trump,ແລະ ບັນດາແຂກທີ່ມີກຽດ, ຕົບມື ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ກຸມພາ 2017, ໃນລະຫວ່າງ ການກ່າວຄຳປາໄສ ຕໍ່ສະພາ ແລະປະເທດຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ.

ປະທານາທິບໍດີ ໄດ້ຮຽກຮ້ອງໃຫ້ໃຊ້ຈ່າຍ​ເງິນ 1 ພັນຕື້ໂດລາ ເພື່ອບູລະນະສ້າງສາ
ພື້ນຖານໂຄງລ່າງຂອງອາເມຣິກາ ຄືນໃໝ່ ແລະ ໄດ້ກ່າວວ່າ ທ່ານຈະຂໍໃຫ້ສະພາ
ຮັບຮອງ​ເອົາງົບປະມານທາງທະຫານ ທີ່​ເພີ່ມ​ຂຶ້ນຫຼາຍທີ່ສຸດ​ແບບບໍ່ເຄີຍມີມາກອ່ນ.
ທ່ານຍັງໄດ້ສັນຍາ ທີ່ຈະຕັດພາສີ ໃຫ້ແກ່ບໍລິສັດ ແລະ ຊົນຊັ້ນກາງ ແຕ່ບໍ່ໄດ້ໃຫ້ລາຍ
ລະອຽດໃດໆ ກ່ຽວກັບ ການຕັດງົບປະມານຈາກ​ບ່ອນອື່ນໆ ທີ່ຈະຕ້ອງນຳມາ​ໃຊ້ຈ່າຍ
​ໃຫ້ແກ່ສິ່ງທັງຫຼາຍທີ່ທ່ານກ່າວມານັ້ນ.

ບາງສ່ວນຂອງການຕັດງົບປະມານເຫຼົ່ານັ້ນ ແນ່ນອນທີ່ສຸດ ແມ່ນຈະເປັນການຕັດທີ່
ເລິກ ແລະ ຈະເປັນເລື່ອງທີ່ໂຕ້ແຍ້ງກັນ.

ຖ່າມກາງລາຍງານ ທີ່ວ່າກະຊວງການຕ່າງປະເທດ ຈະຖືກຕັດງົບປະມານຫຼາຍ ເຖິງ 38
ເປີເຊັນນັ້ນ ທ່ານ Mitch McConnell ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ໄດ້ກ່າວຕໍ່
ບັນດານັກຂ່າວ ກ່ອນໜ້າການກ່າວຄຳປາໄສ ວ່າ ທ່ານຈະບໍ່ສະໜັບສະໜູນ ການຕັດງົບ
ປະມານເຊັ່ນນັ້ນ ແລະ ວ່າ ພວກເຮົາຈະບໍ່ສາມາດຮັບຮອງເອົາໄດ້ ໃນດ້ານນິຕິກຳ.

ສະມາຊິກພັກຣີພັບບລີກັນທ່ານນີ້ ຍັງໄດ້ກ່າວວ່າ ພັກຂອງທ່ານ ຍັງບໍ່ໄດ້ຕົກລົງ ກ່ຽວກັບ
ແຜນການທີ່ຈະຮັບ​ຜ່ານ​ຮ່າງອື່ນ ມາ​ແທນ​ກົດໝາຍປະກັນສຸຂະພາບລາ ຄາຖືກ ຫຼື
Affordable Care Act ອັນເປັນປະກັນໄພສຸຂະພາບແຫ່ງຊາດ ທີ່ຮູ້ຈັກກັນ​ໃນ​ຊື່
Obamacare ທີ່ມີຄວາມນິຍົມຊົມຊອບຫຼາຍນັ້ນ

President Trump Delivers First Congressional Address
please wait

No media source currently available

0:00 1:00:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG