ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ໂອ້ລົມ ກັບພວກຜູ້ນຳ ຂອງໂລກ ຈໍານວນນຶຶ່ງ


ນາຍົກລັດຖະມົນຕີຍິ່ປຸ່ນ ທ່ານ Shinzo Abe ພົບປະກັບ ປະທານາທິບໍດີ ສະຫະລັດ ທີ່ Trump Tower ໃນນະຄອນ New York ວັນທີ 17 ພະຈິກ 2016.
ນາຍົກລັດຖະມົນຕີຍິ່ປຸ່ນ ທ່ານ Shinzo Abe ພົບປະກັບ ປະທານາທິບໍດີ ສະຫະລັດ ທີ່ Trump Tower ໃນນະຄອນ New York ວັນທີ 17 ພະຈິກ 2016.

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Donald Trump ​ໄດ້ໂອ້​ລົມ​ທາງ​ໂທລະສັບ​ກັບ​ບັນດາ​ຜູ້ນຳ​ຂອງໂລກ ​ໃນ​ວັນ​ເສົາ​ມື້​ນີ້ ​ເລີ້ມ​ດ້ວຍ ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຜູ້ນຳ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດ ທີ່​ໄດ້​ພົບ​ກັບທ່ານ Trump ຫລັງ​ຈາກ​ການ​ເລືອກ​ຕັ້ງຂອງ​ທ່ານ.

ການ​ໂອ້​ລົມ​ທາງ​ໂທລະສັບ​ຂອງ​ພວກ​ທ່ານ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ ທ່ານ Trump ​ໄດ້​ຖອນ​ສະຫະລັດ ​ອອກ​ຈາກກຸ່ມການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີຟິກ​ ຫຼື TPP ທີ່​ເປັນ
​ຂໍ້​ຕົກລົງ​ການ​ຄ້າເສລີ ທີ່​ຮວມ​ທັງ​ສະຫະລັດ ຍີ່ປຸ່ນ ​ແລະ​ອີກ 10 ປ​ະເທດ​ແຄມຝັ່ງ​ມະຫາ​ສະໝຸດປາຊີ​ຟິກແລະປະກອບ​ເປັນ 40 ​ເປີ​ເຊັນ​ຂອງເສດຖະກິດໂລກ. ທ່ານ Abe ເປັນຜູ້​ກະຕືລື​ລົ້ນ ທີ່​ໃຫ້ການສະໜັບສະໜູນ ​ແກ່ກຸ່ມ​ການ​ຄ້າ TPP ດັ່ງດຽວ​ກັນ​ກັບ ປະ​ທາ​ນາ​ທິບໍດີສະຫະລັດຄົນ​ກ່ອນ ທ່ານ​ Barack Obama.

ຫລັງ​ຈາກ​ໂອ້​ລົມ​ກັບ​ທ່ານ Abe ​ແລ້ວ ທ່ານ Trump ມີ​ກຳນົດ​ທີ່​ຈະ​ສົນທະນາ​ຫາລືກັບ
ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel. ປີ​ກາຍ​ນີ້ ທ່ານ​ນາງ Merkel ​ໄດ້​ຂໍ​ຮ້ອງ​ໃຫ້ເພື່ອນ​ຮ່ວມ​ຊາດ ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ອົບ​ພະຍົບຊີ​ເຣຍ ​ໂດຍ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ປະ​ເທດ. ​ເລື່ອງດັ່ງກ່າວ​ໄດ້​ເກີ​ດຜົນໃນ​ທາງ​ບວກ ​ແລະ​ທາງ​ລົບ. ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Trump ​ໄດ້​ລົງ​ນາມໃນດຳລັດ​ສັ່ງ​ຫ້າມ​ບໍ່​ໃຫ້​ອົບ​ພະຍົບ ຊີ​ເຣຍ​ເຂົ້າ​ມ​າ​ໃນສະຫະລັດ ​ໂດຍ​ທີ່​ບໍ່​ມີ​ກຳ ນົດ​ເວລາ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແມ່ນຜູ້ນຳ​ຂອງໂລກ​ຄົນທີ​ສາມ ຢູ່​ໃນ​ລາຍ​ຊື່ ການ​ໂອ້​ລົມ​ທາງ​ໂທລະສັບ​ຂອງ​ທ່ານ Trump. ນີ້​ຈະ​ເປັນການ​ສົນ ທະນາ​ເທື່ອ​ທຳ​ອິດ ນັບ​ແຕ່​ທ່ານ Trump ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ປະ ທານາທິບໍດີ. ​ເຖິງ​ຢ່າງ​ໃດ​ກໍ​ດີ ​ພວກ​ທ່ານໄດ້​ສົນທະນາ​ຫລັງ​ຈາກ​ທ່ານ Trump ​ໄດ້​ຮັບໄຊຊະນະ​ທີ່ບໍ່​ຄາດ​ຄິດ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ. ຜູ້ນຳ​ທັງ​ສອງ​ໄດ້​ກ່າວ​ວ່າ ​ເຂົາ​ເຂົ້າ​ຢາກ​ໃຫ້ມີ​ຄວາມສຳພັນແບບ​ປົກ​ກະ​ຕິ ລະ​ຫວ່າງ ປະ​ເທດທັງ​ສອງ​ຂອງ​ພວກ​ທ່ານ.

ບັນດາ​ອົງການ​ສືບ​ລັບ​ສະຫະລັດ ​ໄດ້​ລາຍ​ງານຕໍ່​ປະທານ​າທິບໍດີ ກ່ຽວ​ກັບ​ການ​ແຊ​ກ​ແຊງ​ຂອງຣັດ​ເຊຍ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ສະຫະລັດ ​ໂດຍ​ຢາກ​ໃຫ້ທ່ານ Trump ​ມີ​ໂອກາດ​ເປັນ​ຜູ້ຊະນະ. ທ່ານ Trump ​ໄດ້​ປະຕິ​ເສດ​ທີ່​ວ່າ​ທ່ານ​ຊະນະ​ການ​ເລືອກ​ຕັ້ງ​ດ້ວຍ​ການ​ຊ່ວຍ​ເຫລືອຈາກຣັດ​ເຊຍ.

ປະທານາທິບໍດີ Trump ​ໄດ້​ມ້ວນທ້າຍ​ການ​ໂທລະ​ສັບ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້​ນີ້ ​ດ້ວຍ​ການ​ສົນທະນາ ​ກັບ​ປະທານາທິບໍດີ​ຝຣ່ັງ ທ່ານ Francois Hollande ຕິດຕາມ​ດ້ວຍ ​ການ​ໂອ້​ລົມ​ກັບນາຍົກລັດຖະມົນຕີ​ອອສ​ເຕຣຍ​ເລຍ ທ່ານ Malcolm Turnbull.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG