ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ທຣໍາ ປະນາມ ການແຕ່ງຕັ້ງໄອຍະການພິເສດ


Trump Slams Special Counsel as ‘Witch Hunt’
please wait

No media source currently available

0:00 0:01:31 0:00

ປະທານາທິບໍດີ​ສະຫະລັດ ທ່ານດໍໂນ​ລ ທຣໍາ ຕໍາໜິ​ຢ່າງ​ແຮງ​ຕໍ່ການ​ແຕ່ງ​ຕັ້ງ​ໄອ​ຍະ​ການ​
ພິ​ເສດ ​ເພື່ອ​ສືບສວນ​ເບິ່ງຄວາມ​ເປັນ​ໄປ​ໄດ້ວ່າ ​ມີ​ການ​ສົມຮູ້​ຮ່ວມ​ຄິດກັນລະຫວ່າງ ຄະ
ນະໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ ​ແລະຣັດ​ເຊຍທີ່ພະຍາຍາມ​ສົ່ງອິດ​ທິພົນຕໍ່ການ​ເລືອກ​
ຕັ້ງ​ປະທານາທິບໍດີຄັ້ງຜ່ານ​ມານັ້ນ. ນັກ​ຂ່າວວີໂອ​ເອ Bill Gallo ມີລາຍ​ງານ​ຈາກ​ທຳ
ນຽບຂາ​ວ ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ທ່ານ ດໍໂນ​ລ ທຣໍາ ບໍ່ດີ​ໃຈ.

​ໂດຍກ່າວ​ຢູ່​ຄຽງ​ຂ້າງ​ປະທານາທິບໍດີໂຄ​ລອມ​ເບຍ ທ່ານ​ ທຣໍາ ​ໄດ້​ວິຈານ​ການ​ແຕ່​ງຕັ້ງ​
ໄອ​ຍະ​ການ​ພິ​ເສດ ​ເພື່ອ​ກວດເບິ່ງຄະນະ​ໂຄສະນາ​ຫາ​ສຽງ ທີ່​ອາດ​ເປັນ​ໄປ​ໄດ້ວ່າ ມີ​ກັນ
ພົວພັນ​ກັບຣັດ​ເຊຍ.

ປະທານາທິບໍດີທຣໍາ ກ່າວ​ວ່າ “ຂ້າພະເຈົ້ານັບຖືການກະທໍາ​ດັ່ງກ່າວ ແຕ່​ເລື່ອງທັງ
ໝົດທັງ​ປວງນີ້ ​ແມ່ນການສືບສວນຂອງ​ສັດຕູ​ທາງ​ການ​ເມືອງ.”

ປະທານາທິບໍດີທຣໍາ ໄດ້ປະຕິເສດຕື່ມອີກວ່າ​ຄະນະໂຄສະນາຫາສຽງຂອງທ່ານ ບໍ່ໄດ້
ຮ່ວມມືກັບຣັດເຊຍ ເພື່ອຊ່ວຍໃຫ້ໄດ້ຊະນະການເລືອກຕັ້ງປະທານາທິບໍດີ.

ທ່ານກ່າວວ່າ “ເຊື່ອຂ້າພະເຈົ້າໂລດວ່າ ບໍ່ມີການສົມຮູ້ຮ່ວມຄິດ​ໃດໆໝົດ.”

“ຂ້າພະເຈົ້າຄິດວ່່າມັນເປັນເລື່ອງໜ້າຢາກຫົວ​ຫລາຍ. ​ໃຜ​ກໍຄິດວ່າ​ຈັ່ງຊັ້ນຫລະ.”

ທີ່​ຈິງ​ແລ້ວ ກໍບໍ່ແມ່ນ​ໃຜ​ກໍ​ຈະຄິດ​ແບບ​ນັ້ນດອກ. ຮວມທັງຮອງລັດຖະມົນຕີກະຊວງ​ຍຸ
ຕິ​ທໍາຂອງທ່ານທຣຳເອງ ຜູ້ທີ່ໄດ້ແຕ່ງຕັ້ງອະດີດຜູ້ອຳນວຍການສືບສວນ​ຂອງ​ລັດຖະ
ບານກາງ ຫລື FBI ທ່ານ Robert Muller ໃຫ້ເປັນໄອຍະການພິເສດ ​ເພື່ອນໍາພາ​
ການສືບສວນ.

ປະທານາທິບໍດີທຣໍາ ໄດ້ຖືກກ່າວຫາວ່າທໍາ​ການກີດຂວາງການສືບສວນ ພາຍຫລັງ
ທີ່ທ່ານໄດ້ປົດ ທ່ານ James Comey ທີ່ອອກ​ຈາກ​ຕໍາ​ແໜ່ງຜູ້ອຳນວຍການ FBI.

ມີລາຍ​ງານວ່າ ທ່ານທຣຳ ຍັງ​ໄດ້​ຂໍ​ໃຫ້ທ່ານ Comey ໃຫ້ຢຸດຕິການ​ສືບ​ເບິ່ງທ່ານ
Mike Flynn ອະດີດທີ່ປຶກສາຄວາມໝັ້ນຄົງຂອງທ່ານ ໄດ້ຕິດຕໍ່ກັບບັນດາເຈົ້າໜ້າທີ່
ຣັດເຊຍ​ໃນ​ໄລຍະທີ່​ມີການໂຄສະນາຫາສຽງຢູ່​ນັ້ນ.

ເມື່ອ​ຖືກຖາມເຖິງລາຍງານເຫລົ່ານັ້ນ ໃນວັນພຸດທີ່ຜ່ານມາ ທ່ານທຣໍາ ປະຕິ​ເສດ​
ຢ່າງ​ແຮງ.

ທ່ານ​ເວົ້າວ່າ “ບໍ່ ບໍ່, ​ເອົາ​ຖາມຄຳຖາມຕໍ່ໄປ.”

ບັນດາສະມາຊິກສະພາຫລາຍທ່ານ ບໍ່ເຊື່ອຄໍາ​ເວົ້າຂອງ​ທ່ານ.

ທ່ານ Richard Blumenthal ສະມາຊິກ​ສະພາ​ສູງຈາກພັກ​ເດ​ໂມ​ແຄຣັດ ຈາກ​ລັດ Connecticut ກ່າວ​ວ່າ “ມີ​ຫລັກ​ຖານ​ຂອງ​ການ​ກະທໍາກີດ​ກັ້ນ​ຂັ້ນຕອນຍຸຕິ​ທຳ ທີ່
ກອງ​ກັນ​ຂຶ້ນ​ມາ.”

ທ່ານ Linsey Graham ສະມາຊິກ​ສະພາ​ສູງຈາກພັກຣີພັບ​ບລິ​ກັນ ຈາກ​ລັດ South
Carolina ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ຄວາມ​ຫຍຸ້ງ​ເຫ​ຍີ​ງຕໍ່​ອົງການ ກໍ​ຄືບັດ​ນີ້ສະພາ​
ສູງ​ກໍາລັງພິຈາລະນາວ່າ ຈະ​ເຮັດ​ການ​ສືບສວນເບິ່ງ​ການກະທຳ​ຄວາມ​ຜິ​ດທາງ​
ອາຍາ."

ຍັງ​ບໍ່​ທັນເປັນ​ທີ່ຮູ້​ກັນ​ແຈ້ງ​ເທື່ອ​ວ່າ ມີໃຜ​ອີກແດ່​ ທີ່​ແນ່ນອນ​ວ່າ ຈະ​ຖືກ​ສືບສວນ​.

​ແຕ່​ວ່າ ທ່ານ​ທຣໍາ ຍັງ​ຢືນຢັນ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້​ວ່າ ມັນ​ຈະ​ບໍ່​ແມ່ນ​ທ່ານ.

ທ່ານທຣໍາກ່າວ​ວ່າ “​ບໍ່​ມີ​ການ​ສົມຮູ້​ຮ່ວ​ມຄິດ​ລະຫວ່າງ ​ໂຕ​ຂ້າພະ​ເຈົ້າ​ເອງ ​ແລະ​ຄະ
ນະ​ໂຄສະນາ​ຫາ​ສຽງ​ຂອງ​ຂ້າພະ​ເຈົ້າ ຢ່າງແນ່ນອນ. ​ແຕ່​ວ່າ ຂ້າພະ​ເຈົ້າກໍ​ສາມາດ
​ເວົ້າໃນ​ນາມ​ຂ້າພະ​ເຈົ້າ​ເອງ​ເທົ່າ​ນັ້ນ.”

ນັ້ນກໍ​ຄືຄຳ​ຕອບ​ທີ່​ເວົ້າ​ແບບ​ລະມັດລະວັງ​ ຈາກ​ປະ​ທາ​ນາ​ທິບໍດີ ທີ່ຖືກ​ໂຈມ​ຕີ​.

XS
SM
MD
LG