ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທຣຳ ລົງນາມ ກົດໝາຍ ງົບປະມານ ສຳລັບ ອົງການ NASA

(ຊ້າຍ ຫາ ຂວາ) ຜູ້ນຳຄະແນນສຽງສ່ວນຫຼາຍ ໃນສະພາຕ່ຳ ທ່ານ Kevin McCarthy ຈາກລັດຄາລີຟໍເນຍ, ສະມາຊິກສະພາສູງ ທ່ານ Marco Rubio ຈາກລັດຟລໍຣິດາ, ສະມາຊິກສະພາສູງ ທ່ານ Ted Cruz ຈາກລັດເທັກຊັສ ແລະ ສະມາຊິກສະພາສູງທ່ານ Bill Nelson ສັງກັດພັກເດໂມແຄຣັດ ລັດຟລໍຣິດາ ຢູ່ຫ້ອງການ Oval Office ຂອງທຳນຽບຂາວ, 21 ມີນາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ລົງນາມໃນກົດໝາຍສະບັບໜຶ່ງ ທີ່ໄດ້​ຂະຫຍາຍງົບປະມານຂອງອົງການອາວະກາດ ສະຫະລັດ ຫຼື NASA, ເຊິ່ງຈະສືບ​ຕໍ່ຮັກສາ ໂຄງການວິທະຍາສາດໂລກຂອງອົງການ ແລະ ເພີ່ມເປົ້າໝາຍ​ໃນການສຳຫຼວດດາວອັງ ຄານດ້ວຍມະນຸດ.

ມາດຕະການດັ່ງກ່າວ ໄດ້ເພີ່ມງົບປະມານ ຂອງອົງການ NASA ຂຶ້ນເປັນ 19.5 ຕື້ໂດລາ. ຂໍ້ສະເໜີງົບປະມານເບື້ອງຕົ້ນທີ່ທ່ານ ທຣຳ ໄດ້ສົ່ງໃຫ້ລັດຖະສະພາ ໃນສັບປະດາແລ້ວນີ້ ໄດ້ຈັດສັນເງິນ 19.1 ຕື້ໂດລາໃຫ້ກັບອົງການດັ່ງກ່າວເຊິ່ງຫຼຸດຈາກລະດັບການໃຊ້ຈ່າຍໃນ
ປະຈຸບັນໜ້ອຍໜຶ່ງ.

ທ່ານ ທຣຳ ໄດ້ກ່າວວ່າ ກົດໝາຍນີ້ ຈະເສີມສ້າງພາລະກິດຫຼັກຂອງອົງການ NASA ກ່ຽວ
ກັບ ການສຳຫຼວດອາວະກາດດ້ວຍມະນຸດ ໃນຂະນະທີ່ກຳລັງສືບຕໍ່​ໂອນກິດຈະກຳຕ່າງໆ
ໄປ​ໃຫ້ບັນດາບໍລິສັດອາວະກາດເອກະຊົນ. ທ່ານ ທຣຳ ໄດ້ກ່າວໃນພິທີເຊັນສັນຍາຢູ່ຫ້ອງ
ການທີ່ທຳນຽບຂາວ ​ເຊິ່ງເຂົ້າຮ່ວມໂດຍບັນດາສະມາຊິກສະພາຈາກສອງພັກການເມືອງ
ວ່າ “ຂ້າພະເຈົ້າຫວັງວ່າ ພວກເຂົາເຈົ້າຈະຈ່າຍເງິນໃຫ້ພວກເຮົາເປັນຈຳນວນຫຼວງ
ຫຼາຍ.”

ມາດຕະການທີ່ວ່ານີ້ ຍັງໄດ້ສັ່ງອົງການດັ່ງກ່າວ ໃຫ້ພັດທະນາໂຄງ ການຕ່າງໆ ເພື່ອນຳ
ເອົາ “ນັກບິນອາວະກາດຂຶ້ນໄປປະຕິບັດພາລະ ກິດຢູ່ດາວອັງຄານໃນຊຸມປີ 2030”
ແລະ ສຳຫຼວດ​ເບິ່ງ “ຄວາມເປັນ ໄປໄດ້ກ່ຽວ​ກັບ​ກາ​ນ​ໄປອາໄສຢູ່ດາວເຄາະອື່ນໆຂອງ
ມະນຸດ”
ໃນສັດ ຕະວັດທີ 21 ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG