ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ແຕ່ງຕັ້ງ ໃຫ້ທ່ານ Sessions ທ່ານ Pompeo ແລະທ່ານ Flynn ເຂົ້າກຳຕຳແໜ່ງ ທີ່ສຳຄັນ


ທ່ານ Donald Trump ກັບສະມາຊິກສະພາສູງ Jeff Sessions ທີ່ສັງກັດພັກຣີພັບບລີກັນ ຈາກລັດອາລາບາມາ ທີ່ຕຶກ Trump Tower ໃນນະຄອນນິວຢອກ. (7 ຕຸລາ 2016)​
ທ່ານ Donald Trump ກັບສະມາຊິກສະພາສູງ Jeff Sessions ທີ່ສັງກັດພັກຣີພັບບລີກັນ ຈາກລັດອາລາບາມາ ທີ່ຕຶກ Trump Tower ໃນນະຄອນນິວຢອກ. (7 ຕຸລາ 2016)​

ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ ຂອງ​ສະຫະລັດ ທ່ານ Donald Trump ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າ​ທີ່​ຈຸ​ທຳ​ອິດເຂົ້າຮັບ​ຕຳ​ແໜ່​ງທີ່​ສຳຄັນໆ​ໃນ​ລັດຖະບານ​ຂອງທ່ານ ​ໂດຍ​ໄດ້​ເລືອກ ​ເອົ​າສະມາຊິກພັກຣີພັບ​ບລີ​ກັນທີ່​ນິ​ຍົມ​ແນວທາງ​ເດີມ​ສຸດ 3 ທ່ານ​ເຂົ້າຮັບ​ໜ້າ​ທີ່ ຄື​ສະມາ ຊິກ​ສະພາ​ສູງ Jeff Sessions ​ເປັນ​ລັດຖະມົນຕີ ​ກະຊວງຍຸຕິ​ທຳ ສະມາຊິກ​ສະພາ​ຕ່ຳ Mike Pompeo ​ເປັນ​ຫົວໜ້າ​ອົງການ​ສືບ​ລັບ​ຊີ​ໄອ​ເອ​ແລະ​ພົນ​ໂທ Mike Flynn ​ເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

​ເຈົ້າໜ້າ​ທີ່​ທັງ​ 3 ຊຶ່ງ​ເປັນ​ຜູ້​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ Trump ມາ​ໂດຍ​ຕະຫລອດ​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນັ້ນ​ເປັນ​ພວກ​ທີ່​ນິຍົມ​ແນ​ວທາງ​ເດີມ​ຈັດ ຊຶ່ງ​ຈະ​ເປັນ​ຜູ້ນຳ​ພາຄະ​ນະທີ​ມງານ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ແລະ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ.

ສະມາຊິກສະພາຕ່ຳ Mike Pompeo ຈາກລັດແຄນຊັສ
ສະມາຊິກສະພາຕ່ຳ Mike Pompeo ຈາກລັດແຄນຊັສ

ທ່ານ Sessions ​ແມ່ນ​ຜູ້​ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ ​ແລະ​ໃຫ້​ຄຳ​ແນະນຳ​ແກ່​ທ່ານ Trump ມາຕັ້ງ​ແຕ່ຕອນ​ເລີ້ມຕົ້ນ ຂອງ​ການ​ໂຄສະນາ​ຫາ​ສຽງ.

ທ່ານ Pompeo ຈາກ​ລັດ Kansas ທາງ​ພາກ​ຕາ​ເວັນ​ຕົກ ​ຕອນ​ກາງ ຂອງ​ສະຫະລັດ ເປັນສະມາຊິກ​ສະພາ​ຕ່ຳ ຈາ​ກກຸ່ມ tea party ທີ່​ນິຍົມ​ແນວທາງ​ເດີມ​ຈຸ​ທຳ​ອິດ ທີ່​ໄດ້​ຖືກ ​ຮັບ​ເລືອກ​ໃນ​ປີ 2010.

ທ່ານ Flynn ຊຶ່ງ​ເປັນ​ນັກ​ລົບ​ເກົ່າທີ່​ເຄີຍ​ໄດ້​ຮັບ​ຫຼຽນ​ໄຊ​ມາ​ແລ້ວ​ແມ່ນເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດໃຫ້​ແກ່​ທ່ານ Trump ​ໃນ​ລະຫວ່າງ​ການໂຄສະນາຫາ​ສຽງ. ຕຳ​ແໜ່​ງຂອງ​ທ່ານ Flynn ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ ​ໄດ້​ຮັບ​ການ​ຢືນຢັນ ​ຈາກ​ສະພາ​ສູງບໍ່​ຄື​ກັບ​ ຕຳແໜ່​ງຂອງ​ທ່ານ Sessions ​ແລະ​ທ່ານ Pompeo.

ພົນໂທເບ້ຍບຳນານ Michael Flynn
ພົນໂທເບ້ຍບຳນານ Michael Flynn

ທ່ານ Sessions ອາດ​ຈະ​ຖືກ​ສອບ​ຖາມ​ຢ່າງ​ໜັກ ​ໃນ​ລະຫວ່າງ​ການ​ຮັບ​ຟັງ​ຄຳໃຫ້ການ ​ເຖິງ​ແມ່ນ​ພັກຣີພັບ​ບລີ​ກັນ ​ຄວບຄຸມ​ສະພາ​ສູງ​ກໍ​ຕາມ. ​ເວລາ​ທ່ານ Sessions ຖືກ​ແຕ່ງ ຕັ້ງໃຫ້ເຂົ້າຮັບ​ຕຳ​ແໜ່​ງຝ່າຍ​ຕຸລາການ​ ຂອງ​ລັດຖະບານ​ກາງ​ເມື່ອ 30 ປີ​ກ່ອນ ທ່ານ​ໄດ້ ຖືກຕ້ອງ​ຕິ​ຢ່າງ​ແຮງ​ຍ້ອນ​ໃຫ້​ຄວາມ​ເຫັນກ່ຽວ​ກັບ​ເຊື້ອຊາດ​ຜິວ​ພັນທີ່​ທ່ານ​ຖືກ​ກ່າວ​ຫາ​ວ່າ ມີຂຶ້ນ​ໃນ​ລະຫວ່າງ​ທີ່​ທ່ານ​ເປັນ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ຢູ່​ໃນ​ລັດ​ຂອງ​ທ່ານ.

Pence on Trump's New Hires
please wait

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG