ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ສົ່ງທູດພິເສດ ເຂົ້າຮ່ວມໃນການ ເຈລະຈາ ຢຸດຍິງ ຊີເຣຍ


ບັນດາຜູ້ເຂົ້າຮ່ວມ ຈັບມືກັນ ຫຼັງຈາກການຖະແຫຼງຄັ້ງສຸດທ້າຍ ກ່ຽວກັບ ຄວາມສະຫງົບ ຊີເຣຍ ໃນນະຄອນຫຼວງ ແອສຕານາ, ປະເທດ ກາຊັກສະຖານ. 24 ມັງກອນ, 2017.
ບັນດາຜູ້ເຂົ້າຮ່ວມ ຈັບມືກັນ ຫຼັງຈາກການຖະແຫຼງຄັ້ງສຸດທ້າຍ ກ່ຽວກັບ ຄວາມສະຫງົບ ຊີເຣຍ ໃນນະຄອນຫຼວງ ແອສຕານາ, ປະເທດ ກາຊັກສະຖານ. 24 ມັງກອນ, 2017.

ການເຈລະຈາຢຸດຍິງໃນ ຊີເຣຍ ທີ່ໄດ້ຮັບການສະໜັບສະໜູນຈາກ ຣັດເຊຍ ທີ່ຖືກຈັດຂຶ້ນ ໃນວັນພຸດມື້ນີ້ ແລະ ວັນພະຫັດມື້ອື່ນ ທີ່ນະຄອນຫຼວງ ແອສຕານາ ປະເທດ ກາຊັກສະ
ຖານ ນັ້ນ ຈະລວມມີ ທູດພິເສດ ຈາກກະຊວງການຕ່າງປະເທດ ສະຫະລັດ ເຂົ້າຮ່ວມສັງ
ເກດການດ້ວຍ.

ການເຄື່ອນໄຫວດັ່ງກ່າວໄດ້ຮັບ​ການຢືນຢັນ ໃນວັນອັງຄານວານນີ້ ໃນຖະແຫຼງການສະ
ບັບໜຶ່ງຂອງ ທຳນຽບຂາວ, ລຸນຫຼັງການສົນທະນາກັນລະຫວ່າງ ປະທານານທິບໍດີ
ດໍໂນລ ທຣຳ ແລະ ຄູ່ຮ່ວມຕຳແໜ່ງຈາກ ຣັດເຊຍ ທ່ານ ວະລາດີເມຍ ປູຕິນ.

ໃນການລົມໂທລະສັບ ໃນວັນອັງຄານວານນີ້, ທຳນຽບຂາວ ໄດ້ອະທິ ບາຍວ່າ “ເປັນ
ການໂອ້ລົມທີ່ດີຫຼາຍ.”
ເຊິ່ງເຊື່ອວ່າ ເປັນການຕິດຕໍ່ກັນໂດຍກົງຄັ້ງທຳອິດ ລະຫວ່າງ
ຜູ້ນຳທັງສອງທ່ານ ນັບຕັ້ງແຕ່ເຮືອພິຄາດ ສະຫະລັດ ໄດ້ໂຈມຕີເປົ້າໝາຍຖານທັບອາ
ກາດຂອງກອງທັບ ຊີເຣຍ, ທີ່ນຳໃຊ້ໂດຍກອງກຳລັງ ຊີເຣຍ ແລະ ຣັດເຊຍ ທີ່​ເປັນພັນ
ທະມິດ ດ້ວຍລູກສອນໄຟນຳວິຖີຫຼາຍສິບລູກ ​ເມື່ອວັນທີ 4 ເມສາທີ່ຜ່ານມາ.

ທ່ານ ທຣຳ ໄດ້ເຊື່ອມໂຍງ ການໂຈມຕີລູກສອນໄຟ ສະຫະລັດ, ທີ່ໄດ້ກໍ່​ໃຫ້​ເກີດຄວາມ
ບໍ່ພໍໃຈຈາກວັງ Kremlin ນັ້ນ, ໃສ່ການໂຈມຕີດ້ວຍອາວຸດເຄມີຂອງ ຊີເຣຍ ທີ່ໄດ້ເຮັດ
ໃຫ້ພົນລະເຮືອນເກືອບ 100 ຄົນເສຍຊີວິດໃນຫຼາຍວັນກ່ອນໜ້ານັ້ນ.

ຖະແຫຼງການຂອງທຳນຽບຂາວໃນວັນອັງຄານວານນີ້ໄດ້ກ່າວວ່າ ຜູ້ນຳທັງສອງທ່ານ ກໍໄດ້ປຶກສາຫາລືກັນ ກ່ຽວກັບ ການສ້າງ​ເຂດປອດໄພ “ເພື່ອ​ໃຫ້ບັນລຸສັນຕິພາບອັນ
ຖາວອນສຳລັບມວນມະນຸດ ແລະເຫດຜົນ ອື່ນໆຫຼາຍຢ່າງ.”

ພາຍໃຕ້ລັດຖະບານຊຸດກ່ອນ ຂອງປະທານາທິບໍດີ ບາຣັກ ໂອບາມາ ນັ້ນ, ສະຫະລັດ
ແມ່ນບໍ່​ເຫັນ​ດ້ວຍກັບການຈັດຕັ້ງເຂດປອດໄພ, ໂດຍອີງໃສ່ຄວາມຊັບຊ້ອນ ແລະ
ແຮງງານ ໃນການປົກປ້ອງບໍລິເວນດັ່ງ ກ່າວ.

ແຕ່ຜູ້ສະໜັບສະໜູນກ່າວວ່າ ເຂດປອດໄພຢູ່ໃນປະເທດ ຊີເຣຍ ຈະຫຼຸດຜ່ອນພາລະ
ຂອງປະເທດອື່ນໆຢູ່ໃນພາກພື້ນ ທີ່ປະຈຸບັນນີ້ໄດ້ຮັບເອົາອົບພະຍົບຫຼາຍກວ່າ 5
ລ້ານຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG