ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ທຣຳ ດ່າວ່າ ທ່ານ ຈອນ ລູວິສ ກ່ອນວັນພັກ MLK


ທ່ານ John Lewis ສະມາຊິກລັດຖະສະພາ ໃຫ້ການ
ຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ ໃນມື້ທີສອງຂອງການພິຈາລະນາ ຮັບຮອງມອບຕຳແໜ່ງ
ລັດຖະມົນຕີສຳລັບຜູ້ຖືກສະເໜີຊື່ເປັນ ຣມຕ ຍຸຕິທຳ ທ່ານ
Jeff Sessions, ສະມາຊິກສະພາສູງພັກຣີພັບບຼິກັນຈາກ
ລັດ ອາລາບາມາ, ຊ້ອງໜ້າຄະນະກຳມະການຕຸລາການສະພາ
ສູງ. 11 ມັງກອນ, 2017.
ທ່ານ John Lewis ສະມາຊິກລັດຖະສະພາ ໃຫ້ການ ຢູ່ລັດຖະສະພາ Capitol Hill ໃນນະຄອນຫຼວງ ວໍຊິງຕັນ ໃນມື້ທີສອງຂອງການພິຈາລະນາ ຮັບຮອງມອບຕຳແໜ່ງ ລັດຖະມົນຕີສຳລັບຜູ້ຖືກສະເໜີຊື່ເປັນ ຣມຕ ຍຸຕິທຳ ທ່ານ Jeff Sessions, ສະມາຊິກສະພາສູງພັກຣີພັບບຼິກັນຈາກ ລັດ ອາລາບາມາ, ຊ້ອງໜ້າຄະນະກຳມະການຕຸລາການສະພາ ສູງ. 11 ມັງກອນ, 2017.

ພຽງບໍ່ເທົ່າໃດມື້ກ່ອນວັນພັກ ສະຫະລັດ ເພື່ອເປັນກຽດໃຫ້ແກ່ທ່ານ Martin Luther King Jr ນັ້ນ, ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ກ່າວໂຈມຕີສະມາຊິກ ລັດຖະສະພາທ່ານ John Lewis ຫຼັງຈາກຜູ້ອຸດທິດຕົນໃນດ້ານສິດທິພົນລະເຮືອນຍາວ ນານໄດ້ກ່າວວ່າ ທ່ານບໍ່ຖືວ່າທ່ານ ທຣຳ ເປັນ “ປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍ” ຍ້ອນສິ່ງທີ່ທ່ານ Lewis ເຊື່ອວ່າແມ່ນຄວາມພະຍາຍາມຊ່ວຍເຫຼືອທ່ານ ທຣຳ ໃຫ້ຊະນະ ການເລືອກຕັ້ງໂດຍປະທານາທິບໍດີຂອງ ຣັດເຊຍ ນັ້ນ.

ໃນການຂຽນຂໍ້ຄວາມຢູ່ Twitter ສອງສາມຄັ້ງຂອງວັນເສົາວານນີ້, ທ່ານ ທຣຳ ໄດ້ກ່າວວ່າ ແທນທີ່ຈະກ່າວວິຈານທ່ານ, ສະມາຊິກສະພາຄົນນັ້ນຄວນຕັ້ງໃຈເຮັດວຽກປະກອບສ່ວນ ຂອງລາວຈະດີກວ່າ.

ໃນການສຳພາດໃນລາຍການ Meet the Press ຂອງໂທລະພາບ NBC ໃນວັນສຸກທີ່ ຜ່ານມາ ເຊິ່ງຈະນຳອອກອາກາດໃນວັນອາທິດມື້ນີ້, ທ່ານ Lewis ໄດ້ກ່າວ່າ “ຂ້າພະເຈົ້າ ເຊື່ອຖືໃນການເຮັດວຽກກັບປະຊາຊົນ. ມັນຈະຍາກ. ມັນຈະເປັນເລື່ອງທີ່ຍາກຫຼາຍ. ຂ້າພະເຈົ້າບໍ່ເຫັນວ່າປະທານາທິບໍດີທີ່ຖືກເລືອກໃໝ່ຄົນນີ້ ເປັນປະທານາທິບໍດີທີ່ຖືກ ເລືອກຢ່າງຖືກຕ້ອງຕາມກົດໝາຍ.”

ທ່ານ Lewis ໄດ້ກ່າວເພີ່ມເຕີມວ່າ “ຂ້າພະເຈົ້າຄິດວ່າ ຣັດເຊຍ ໄດ້ເຂົ້າຮ່ວມໃນການ ຊ່ວຍເຫຼືອຜູ້ຊາຍຄົນນີ້ ໃຫ້ຖືກເລືອກເປັນປະທານາທິ ບໍດີ.”

ໂຄສົກຂອງທ່ານ Lewis ທ່ານນາງ Linda Jones ໄດ້ປະຕິເສດທີ່ຈະຕອບໂຕ້ຕໍ່ການ ໂຈມຕີຂອງທ່ານ ທຣຳ, ແຕ່ໄດ້ກ່າວວ່າ “ພວກເຮົາ, ກໍຄືກັນກັບປະເທດໜຶ່ງ, ຕ້ອງການ ທີ່ຈະຮູ້ວ່າ ລັດຖະບານຕ່າງປະເທດໄດ້ມີອິດທິພົນໃນການເລືອກຕັ້ງຂອງພວກເຮົາ ຫຼື ບໍ່.”

ຂໍ້ຄວາມໃນ Twitter ຂອງທ່ານ ທຣຳ ໄດ້ກະຕຸ້ນໃຫ້ມີການຕອບໂຕ້ຢ່າງຮຸນແຮງຈາກບັນ ດາສະມາຊິກພັກເດໂມແຄຣັດຫຼາຍຄົນ, ລວມທັງທ່ານນາງ Nancy Pelosi. ຜູ້ນຳສຽງ ສ່ວນນ້ອຍໃນສະພາຕໍ່າ ໄດ້ຂຽນຂໍ້ຄວາມໃນ Twitter ວັນເສົາວານນີ້ວ່າ ຄວາມພະຍາ ຍາມທີ່ຈະຂັດຂວາງສະມາຊິກສະພາຄົນດັ່ງກ່າວໃນຄັ້ງທີ່ຜ່ານມາ ແມ່ນບໍ່ປະສົບຄວາມ ສຳເລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG