ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານຖືເປັນກຽດ ທີ່ຈະພົບປະ ກັບຜູ້ນຳ ເກົາຫຼີເໜືອ


ປ. Donald Trump ກຳລັງໄປຮອດສວນ Kennedy ທີ່ທຳນຽບຂາວ, ວໍຊີງຕັນ, 1 ພຶດສະພາ, 2017, ທີ່ຂຶ້ນກ່າວຕໍ່”
ອົງການທະນາຄານ.
ປ. Donald Trump ກຳລັງໄປຮອດສວນ Kennedy ທີ່ທຳນຽບຂາວ, ວໍຊີງຕັນ, 1 ພຶດສະພາ, 2017, ທີ່ຂຶ້ນກ່າວຕໍ່” ອົງການທະນາຄານ.

ພຽງບໍ່ເທົ່າໃດມື້ ຫຼັງຈາກທີ່ມີການກ່າວຢ້ຳວ່າ ທາງເລືອກທາງທະຫານ ​ເພື່ອ​ຮັບ​ມືກັບ
ເກົາຫຼີເໜືອ ແມ່ນກຳລັງຢູ່ໃນການພິຈາລະນາ ປະທານາທິບໍດີ Donald Trump
ໄດ້ກ່າວວ່າ ທ່ານ​ເຕັມ​ໃຈ​ທີ່ຈະພົບປະ ກັບຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un.

ຄວາມອາດເປັນໄປໄດ້​ໃນ​ການ​ຫັນປ່ຽນຢ່າງ​ໃຫຍ່ ໃນທ່າທີຂອງສະຫະລັດ ຕໍ່ປະ​ເທດ
​ທີ່ ​ເປັນ​ສັດຕູ​ໃນ​ເຂດ​ເອ​ເຊຍ ມີ​ຂຶ້ນໃນຂະນະທີ່ພຽງຢາງຍັງສືບຕໍ່ທຳການທົດລອງ
ລູກສອນໄຟຂີປະນາວຸດ ແລະເຊື່ອວ່າ ​ພ້ອມ​ແລ້ວ ​ທີ່ຈະທຳການທົດລອງອາວຸດ
ນິວເຄລຍ ໃຕ້ດິນຄັ້ງທີ 6.

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong ຍົກມືແບບບໍ່ໂບກໄປມາ ໃນສວນສະໜາມທາງທະຫານ ໃນພຽງຢາງ, ເກົາຫຼີເໜືອ,15 ເມສາ, 2017.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong ຍົກມືແບບບໍ່ໂບກໄປມາ ໃນສວນສະໜາມທາງທະຫານ ໃນພຽງຢາງ, ເກົາຫຼີເໜືອ,15 ເມສາ, 2017.

“ຖ້າຫາກວ່າ ມັນຈະເປັນສິ່ງທີ່ສົມຄວນ ສຳຫຼັບຂ້າພະເຈົ້າ ທີ່ຈະພົບປະກັບລາວ,
ຂ້າ ພະເຈົ້າຈະເຮັດແທ້ ຂ້າພະເຈົ້າຖືເປັນກຽດທີ່ຈະກະທຳເຊັ່ນນີ້.”
ນັ້ນຄື​ຄຳ​ເວົ້າ
ຂອງປະ ທານາທິບໍດີ ທີ່ໄດ້ກ່າວ​ເຖິງທ່ານ Kim ໃນການໃຫ້ສຳພາດກັບໂທລະພາບ
ອົງການ​ຂ່າວ Bloomberg ໃນວັນຈັນວານນີ້.

ທ່ານຍັງກ່າວຕໍ່ໄປວ່າ “ພວກທີ່ເປັນນັກການເມືອງສ່ວນໃຫຍ່ ຈະບໍ່ເວົ້າເຊັ່ນນີ້ ແຕ່ວ່າ ຂ້າພະເຈົ້າສາມາດບອກທ່ານໄດ້ວ່າ ພາຍໃຕ້ສະຖານະການທີ່ເໝາະສົມ ຂ້າພະເຈົ້າ ກໍຈະສາມາດພົບລາວໄດ້. ພວກເຮົາມີຂ່າວໃໝ່ທີ່ໜ້າຕື່ນເຕັ້ນ.” ການໃຫ້ຄວາມເຫັນ
ທີ່ວ່ານີ້ ແມ່ນຢູ່ໃນຊ່ວງ 30 ນາທີຂອງການໃຫ້ສຳພາດທີ່ຫ້ອງການ Oval Office ທີ່ີມີຂຶ້ນໃນຂະນະທີ່ກຳປັ່ນບັນທຸກເຮືອບິນຂອງສະຫະລັດ ໄດ້ມຸ່ງໜ້າໄປຍັງແຫຼມເກົາຫຼີ.

ເຊີນຊົມ: ທ່ານ Spicer ກ່າວເຖິງການທີ່ທ່ານ Trump ອາດພົບປະກັບຜູ້ນຳເກົາຫຼີເໜືອ

Spicer: Trump Would be 'Honored' to Meet North Korean Leader
please wait

No media source currently available

0:00 0:00:58 0:00

ໃນການໃຫ້ສຳພາດທາງໂທລະພາບ ທີ່ໄດ້ອອກອາກາດໃນວັນອາທິດຜ່ານມານີ້
ທາງຕາໜ່າງ CBS ໃນລາຍການ “Face the Nation” ປະທານາທິບໍດີ ໄດ້ສະແດງ
ອອກເຖິງການກ່າວຍົກຍ້ອງ ທ່ານ Kim ທີ່ຍັງສາມາດຮັກສາອຳນາດຂອງລາວໄວ້​ໄດ້
ໃນປະເທດທີ່ປົກຄອງດ້ວຍລະບອບຜະເດັດການ ທີ່ທ່ານໄດ້ສືບຕໍ່ອຳນາດຈາກພໍ່
ຂອງທ່ານ ໃນໄວ 20 ກວ່າປີ ຊຶ່ງເອີ້ນລາວວ່າ “ລາວເປັນຄົນທີ່ສະຫຼາດ.”

ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Madeleine Albright ຂຶ້ນກ່າວ ໃນການສະຫຼອງ ວັນຄົບຮອບການພົວພັນທາງການທູດ ທີ່ສູນກາງ Pavilion ໃນກະຊວງການຕ່າງປະເທດ, 10 ມັງກອນ 2017.
ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Madeleine Albright ຂຶ້ນກ່າວ ໃນການສະຫຼອງ ວັນຄົບຮອບການພົວພັນທາງການທູດ ທີ່ສູນກາງ Pavilion ໃນກະຊວງການຕ່າງປະເທດ, 10 ມັງກອນ 2017.

ໂຄສົກປະຈຳທຳນຽບຂາວ ທ່ານ Sean Spicer ໄດ້ປະເຊີນກັບຄຳຖາມກ່ຽວກັບ
ຄວາມຄິດເຫັນຂອງທ່ານ Trump ໃນວັນຈັນວານນີ້.

“ປະທານາທິບໍດີ Trump ເຂົ້າໃຈບໍ່ວ່າ ການຂົ່ມຂູ່ຂອງເກົາຫຼີເໜືອ ແລະທ່ານ ຈະຕ້ອງກະທຳທຸກສິ່ງຢ່າງທີ່ຈຳເປັນ ທີ່ວ່າສະຖານະການນັ້ນແມ່ນເໝາະສົມ ທີ່ຈະປົກປ້ອງປະເທດຊາດຂອງພວກເຮົາຈາກການຂົ່ມຂູ່ ຂອງພວກເຂົາ,” ຊຶ່ງທ່ານ
Spicer ໄດ້ກ່າວໄວ້ ຜູ້ຊຶ່ງໄດ້ກ່າວວ່າ ການພົບປະກັນລະຫວ່າງທ່ານ Trump
ກັບທ່ານ Kim ນັ້ນ “ສະຖານະການທີ່ແຈ່ມແຈ້ງນັ້ນ ແມ່ນຍັງບໍ່ທັນມີຂຶ້ນ ໃນຂະນະນີ້.”

ເຈົ້າໜ້າທີ່ຄົນຫຼ້າສຸດຂອງສະຫະລັດ ທີ່ໄດ້ພົບປະກັບຜູ້ນຳເກົາຫຼີເໜືອ ຊຶ່ງໃນ​ເວລານັ້ນ ແມ່ນລັດຖະມົນຕີ​ການ​ຕ່າງປະ​ເທດທ່ານນາງ Madeleine Albright. ການພົບປະກັນ
ໃນພຽງຢາງ ປີ 2000ແມ່ນກັບພໍ່ຂອງຜູ້ນຳຄົນປະຈຸບັນ ທ່ານ Kim Jong Il. ສະຫະລັດ ແລະເກົາຫຼີເໜືອ ແມ່ນຍັງບໍ່ເຄີຍມີສາຍພົວພັນທາງການທູດ ຊຶ່ງກັນແລະກັນເລີຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກ ສະພາສູງສະຫະລັດ ທ່ານ John McCain (R-Ariz.) ຂຶ້ນກ່າວໃນລັດຖະສະພາ ທີ່ ວໍຊີງຕັນ, 6 ເມສາ, 2017.
ສະມາຊິກ ສະພາສູງສະຫະລັດ ທ່ານ John McCain (R-Ariz.) ຂຶ້ນກ່າວໃນລັດຖະສະພາ ທີ່ ວໍຊີງຕັນ, 6 ເມສາ, 2017.

XS
SM
MD
LG