ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ກ່າວວ່າ ທ່ານເປັນຜູ້ເຄາະຮ້າຍ ແລະ ບໍ່ໄດ້ກົດດັນ ຫົວໜ້າອົງການ ສັນຕິບານກາງ


ປະທານາທິບໍດີທຣໍາ ລະຫວ່າງກອງປະຊຸມນັກຂ່າວ ກັບ ປ. ໂຄລອມເບຍ ທ່ານ Juan Manuel Santos ທີ່ບໍ່ຢູ່ໃນຮູບ.
ປະທານາທິບໍດີທຣໍາ ລະຫວ່າງກອງປະຊຸມນັກຂ່າວ ກັບ ປ. ໂຄລອມເບຍ ທ່ານ Juan Manuel Santos ທີ່ບໍ່ຢູ່ໃນຮູບ.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ທີ່​ຍັງ​ບໍ່​ຍອມ​ໃນ​ວັນພະຫັດ​ວານ​ນີ້ ​ໄດ້​ປະ​ຕິ​ເສດ​ຢ່າງ​ເປີດ​
ແປນ​ວ່າ ທ່ານ​ບໍ່ໄດ້​ກົດ​ດັນ ​ໃຫ້ອົງການສັນຕິ​ບານ​ກາງຫລື FBI ປິດ​ການ​ສື​ບສວນ ກ່ຽວ​ກັບອະດີດ​ຜູ້​ຊ່ວຍ ​ທີ່​ໃກ້ຊິດຂອງ​ທ່ານ ​ແລະ​ໄດ້​ຕັ້ງຄຳຖາມ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ​ໃນ
​ການ​ຕັ້ງໄອ​ຍະ​ການ​ພິ​ເສດຂຶ້ນມາ ​ເພື່ອ​ສືບສວນ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສົມຮູ້​
ຮ່ວມ​ຄິດ ລະຫວ່າງຄະນະ​ໂຄສະ​ນາ​ຫາ​ສຽງ ​ປີ 2016 ຂອງ​ທ່ານ ແລະຣັດ​ເຊຍ​ທີ່​ພະ
ຍາຍາມ​ໃຊ້ອິດ​ທິພົນ​ແຊກ​ແຊງ ​ເຂົ້າໃນການ​ເລືອກ​ຕັ້ງ​ປະທານາທິບໍດີ.

ທ່ານ​ໄດ້​ຕອບ​ເວລາ​ນັກ​ຂ່າວ​ຄົນ​ນຶ່ງ​ໄດ້​ຖາມ​ທ່ານ​ວ່າ ທ່ານ​ໄດ້ບອກ​ໃຫ້​ຜູ້ອຳນວຍ ການ
​ອົງການ​ FBI ທ່ານ James Comey ຢຸດ​ເຊົາການ​ສືບສວນໃນການ​ຖືກ​ໄລ່​ອອກ​ຂອງ
ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ Michael Flynn.

ຢູ່​ທີ່​ກອງ​ປະ​ຊຸມ​ນັກ​ຂ່າວ​ເທື່ອ​ທຳ​ອິດ ​ນັບ​ແຕ່​ວັນ​ທີ 12 ​ເດືອນ​ເມສາ ​ໂດຍຢືນ​ຢູ່​ຄຽງຂ້າງ​
ກັບ​ປະທານາທິບໍດີ​ໂຄ​ລອມ​ເບຍທ່ານ Juan Manuel Santos ທີ່​ມາ​ຢ້ຽມຢາມ ປະທາ
ນາທິບໍດີ​ທຣໍາ ​ໄດ້​ປະ​ຕິ​ເສດວ່າ ​ບໍ່​ມີ​ການ​ສົມຮູ້​ຮ່ວມຄິດ​ໃດໆ​ລະ ຫວ່າງໂຕທ່ານ​ເອງ ຄະ
ນະ​ໂຄສະນາ​ຫາ​ສຽງ ແລະພວກ​ນັກ​ສືບຣັດ​ເຊຍ ​ເພື່ອ​ໃຊ້ ອິດ​ທິພົນ.​ ທ່ານ​ກ່າວ​ວ່າ “​ແມ່ນ
​ແຕ່​ພວກສັດຕູ​ຂອງ​ທ່ານ ກ່າວ​ວ່າ ບໍ່​ມີ​ການ​ສົມຮູ້​ຮ່ວມຄິດ​.”

Trump Slams Special Counsel as ‘Witch Hunt’
please wait

No media source currently available

0:00 0:01:31 0:00

ແຕ່​ທ່ານ​ໄດ້​ກ່າວ​ເພີ້ມວ່າ ທ່ານ​ຈະ​ປ່ອຍ​ຄຳ​ຖາມ​ໄວ້ ກ່ຽວ​ກັບ​ການ​ພົວພັນ​ຂອງ​ບຸກຄົນ​
ອື່ນໆ ​ໂດຍ​ກ່າວ​ວ່າ “ຂ້າພະ​ເຈົ້າ​ສາມາດ​ພຽງ​ແຕ່​ກ່າວໃຫ້​ແກ່​ຂ້າພະ​ເຈົ້າ​ເອງ ​ແລະຣັດ
​ເຊຍ ແມ່ນ​ສູນ.”

President Trump Reacts to Appointment of Special Counsel
please wait

No media source currently available

0:00 0:01:39 0:00

ປະທານາທິບໍດີ​ທຣໍາ ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ບັນຫາ​ໂຕ້​ແຍ້​ງ​ຢູ່​ທຳນຽບຂາວ ໄດ້​
ສ້າງ​ຄວາມ​ເສຍ​ຫາຍ ໃຫ້ແກ່ຄວາມ​ສາມັກຄີ​ຂອງຊາດ. ທ່ານ​ກ່າວ​ວ່າ “ຂ້າພ​ະເຈົ້າ​ຄິດ
ວ່າ ​ມັນ​ແບ່ງ​ແຍກ​ປະ​ເທດ​. ຂ້າພະ​ເຈົ້າຄິດ​ວ່າ​ມັນ​ແບ່ງ​ແຍກ​ປະ​ເທດ​ທິ່ສຸດ ​ເພາະວ່າ​
ເລື່ອງດັ່ງກ່າວ ​ແລະ​ຫລາຍໆ​ສິ່ງ​ຫລາຍໆ​ຢ່າງ.”

ໂຄສົກ ທຳນຽບຂາວ ທ່ານ Sean Spicer ຮ່ວມກອງປະຊຸມນັກຂ່າວ.
ໂຄສົກ ທຳນຽບຂາວ ທ່ານ Sean Spicer ຮ່ວມກອງປະຊຸມນັກຂ່າວ.

ການ​ໃຫ້​ຄວາມ​ເຫັນເຫລົ່າ​ນັ້ນ ​ມີ​ຂຶ້ນຫລັງ​ຈາກ​ທ່ານ​ໄດ້ຂຽນສອງ​ຂໍ້​ຄວາມ​ລົງໃນ​
Twitter ໃນ​ຕອນ​ເຊົ້າວານ​ນີ້ ​ທີ່​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການແຕ່ງ​ຕັ້ງ
ອະ​ດີດຜູ້ອຳນວຍການອົງການ FBI ທ່ານ Robert Muller ໃຫ້​ເປັນ​ໄອຍະ ການພິ​
ເສດ​ເພື່ອ​ສືບສວນ​ເບິ່ງການ​ກ່າວ​ຫາ ກ່ຽວ​ກັບ​ການ​ສົມຮູ້​ຮ່ວມ​ຄິດ.

President Trump Welcomes Colombian President Juan Manuel Santos
please wait

No media source currently available

0:00 0:00:42 0:00

ປະທານາທິບໍດີ​ໄດ້ຂຽນຂໍ້​ຄວາມລົງ​ທາງ Twitter ວ່າ “​ພ້​ອມດ້ວຍ​ການ​ປະຕິບັດ​ທີ່​ຜິດ
​ກົດໝາຍ​ທັງ​ໝົດ ທີ່​ເກີດ​ຂຶ້ນ ​ຢູ່​ໃນການ​ໂຄສະນາ​ຫາ​ສຽງ​ ຂອງ ທ່ານ​ນາງ Clinton ​
ແລະ​ລັດຖະບານ Obama ບໍ່​ເຄີຍມີ​ການ​ແຕ່ງ​ຕັ້ງ​ໄອ​ຍະ​ການ​ພິ​ເສດເລີຍ. ນີ້​ແມ່ນການ
ຊອກຫາເພື່ອ​ແກ້​ແຄ້ນທີ່​ໃຫຍ່​ສຸດອັນ​ນຶ່ງ​ ກັບ​ນັກ​ການ​ເມືອງທີ່​ມີ​ຄວາມ​ຄິດແຕກ​ຕ່າງ​
ອອກ​ໄປ ໃນ​ປະຫວັດສາດ​ອາ​ເມຣິກາ.”

ພວກຊື້ຂາຍເຮັດວຽກຢູ່ ຕະຫລາດຮຸ້ນ ທີ່ New York Stock Exchange.
ພວກຊື້ຂາຍເຮັດວຽກຢູ່ ຕະຫລາດຮຸ້ນ ທີ່ New York Stock Exchange.

ຕໍ່​ມາ ຢູ່​ທີ່​ການ​ຮັບ​ປະທານ​ອາຫານ​ທ່ຽງ​ກັບບັນດາ​ນັກ​ຂ່າວໂທລະພາບ​ທີ່​ມີ​ຊື່​ສຽງ ປະ
ທານາທິບໍດີ​ທຣໍາກ່າວ​ວ່າ ການ​ແຕ່​ງຕັ້ງ​ໄອ​ຍະ​ການ​ພິ​ເສດ​ ເປັນ​ການ “​ສ້າງ​ ຄວາມ​ເສຍ
​ຫາຍ​ໃຫ້​ແກ່​ປະ​ເທດ​ຂອງ​ພວກ​ເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Russia Counsel
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG