ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Trump ແລະທ່ານ Ryan ຈະພົບປະກັນ ໃນ ອາທິດໜ້າ


ທ່ານ Donald Trump ພວມໂຄສະນາຫາສຽງ ທີ່ເມືອງ Charleston ໃນລັດ West Virginia. (ວັນທີ 5 ພຶດສະພາ 2016)
ທ່ານ Donald Trump ພວມໂຄສະນາຫາສຽງ ທີ່ເມືອງ Charleston ໃນລັດ West Virginia. (ວັນທີ 5 ພຶດສະພາ 2016)

ທ່ານ Donald Trump ​ແລະ​ປະທານ​ສະພາ​ຕ່ຳ​ສະຫະລັດທ່ານ Paul Ryan ​ໄດ້​ຕົກລົງ ​ທີ່​ຈະ​ພົບ​ປະກັນ ​ໃນ​ອາທິດ​ໜ້າ ​ແຕ່​ຜູ້​ທີ່​ເຊື່ອ​ວ່າ​ ຈະ​ໄດ້​ຮັບ​ການຄັດ​ເລືອກ ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີກັນ​ເບິ່ງ​ຊົງ​ແລ້ວ​ບໍ່​ໄດ້​ມີ​ຄວາມ​ກະຕືລືລົ້ນ​ເປັນ​ພິ​ເສດ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ Trump ກ່າວ​ວ່າ ທ່ານ​ຍັງ​ບໍ່​ຮູ້ຈັກ​ວ່າ ການ​ພົບ​ປະ​ໂອ້​ລົມ​ດັ່ງກ່າວ​ນີ້ຈະ​ຊ່ອຍຮຳບາດ​ແຜ ​ການ​ແຕກ​ແຍກ​ພາຍ​ໃນ​ພັກ ກ່ຽວ​ກັບ​ການສະ​ເໜີ ​ແຕ່ງຕັ້ງທ່ານ ຈະປະສົບ​ກັບ​ຄວາມ ສຳ​ເລັດ​ຫຼືບໍ່ ​ແລະ​ມັນ​ກໍ​ບໍ່​ສຳຄັນ​ຫຍັງ​ຫຼາຍສຳລັບ​ທ່ານ. ທ່ານ​ກ່າວ​ວ່າ ສິ່ງ​ທີ່ສຳຄັນ​ທີ່​ສຸດ​ກໍ ແມ່ນ​ປະຊາຊົນ​ຫລາຍໆ​ລ້ານ​ຄົນ ທີ່​ໄດ້ພາກັນ​ອອກ​ມາ​ແລະປ່ອນ​ບັດ​ໃຫ້​ຂ້າພະ​ເຈົ້າ​ແລະ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນຢູ່​ໃນ​ເກືອບ​ວ່າ​ທຸກໆ​ລັດ.

ທ່ານ Trump ກ່າວ​ວ່າ ທ່ານ​ໄດ້​ບອກ​ກັບ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ຂອງ​ພັກ ຣີພັບ​ບລີ​ກັນ ທ່ານ Reince Priebus ວ່າ ການ​ໃຫ້​ຄວາມ​ເຫັນ​ ຂອງທ່ານ Ryan ທີ່​ບໍ່​ຍອມ​ໃຫ້ການ​ຮັບຮອງ​ຢ່າງ​ເປັນ​ທາງ​ການ​ຕໍ່​ທ່ານ​ນັ້ນແມ່ນ​ເປັນສິ່ງ​ທີ່​ບໍ່​ເໝາະ​ສົມແຕ່​ທ່ານ ​ກໍໄດ້​ຕົກລົງ ​ທີ່​ຈະ​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພວກຜູ້ນຳ​ພັກ​ກ່ຽວ​ກັບ​ການ​ພົບ​ປະ​ດັ່ງ ກ່າວ.

ທ່ານ Ryan ​ໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ເອງ​ ແລະ​ສະມາຊິກ​ຄົນ​ອື່ນໆ​ໃນ​ຄະ ນະ​ນຳພາ​ຂອງ​ພັກຣີພັບ​ບລີ​ກັນ​ໃນ​ສະພາ​ຕ່ຳຈະ​ພົບ​ປະ​ກັບ​ທ່ານ Trump ​ໃນ​ຕອນ​ເຊົ້າ ວັນ​ພະຫັດ​ຈະ​ມາ. ທ່ານ​ກ່າວ​ວ່າ ການ​ໂອ້​ລົມ​ກັນຈະ​ເພັ່ງ​ເລັງ​ໃສ່​ເລື້ອງຫລັກການ ແລະ​ແນວ​ຄິດຂອງ​ພັກຣີພັບ​ບລີ​ກັນທີ່​ສາມາດ​ຈະ​ໄດ້​ຮັບ​ການ​ສະໜຸບສະ​ໜຸນ​ຈາກ​ປະຊາຊົນ ຊາວ​ອ​າ​ເມຣິກັນ​ໃນການປ່ອນບັດ ໃນ​ເດືອນ​ພະຈິກ​ປີນີ້.

ບໍ່​ພຽງ​ເທົ່າ​ໃດ​ມື້ ຫລັງ​ຈາກ​ທ່ານ Trump ​ໄດ້​ມີ​ຄະ​ແນນສຽງ​ຜູ້ຕາງໜ້າ​ທີ່​ຈຳ​ເປັນ​ເພື່ອ​ໃຫ້ ໄດ້​ຮັບ​ການ​ສະ​ເໜີ​ແຕ່ງຕັ້ງ​ ເປັນ​ຜູ້​ສະໝັກ​ ຂອງຣີພັບ​ບລີ​ກັນ ​ໂດຍ​ໄດ້​ຮັບໄຊຊະນະ ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ Indiana ທ່ານ Ryan ກ່າວ​ວ່າ ທ່ານ ຍັງ​ບໍ່​ທັນ​ພ້ອມ​ເທື່ອທີ່​ ຈະ​ໃຫ້ການ​ສະໜັບສະໜຸນ​ຕໍ່​ທ່ານ Trump ຍ້ອນ​ວ່າ​ຍັງ​ມີ ຄຳ​ຖາມ​ກ່ຽວ​ກັບ​ຄວາ​ມໝາຍ ໝັ້ນຂອງ​ທ່ານ​ຕໍ່​ຫລັກການ​ນິຍົມ​ແນວທາງ​ເດີມ.

ທ່ານ Trump ​ໄດ້​ຕອບ​ໂຕ້​ ດ້ວຍ​ຄຳ​ຖະ​ແຫຼງທີ່​ກ່າວ​ວ່າ ທ່ານ​ກໍ​ບໍ່​ທັນ​ພ້ອມ​ເທື່ອ​ ທີ່ຈະ​ໃຫ້ ການ​ສະໜັບສະໜຸນ​ ຕໍ່​ແຜນການ​ຂອງ​ທ່ານ Ryan. ທ່ານ​ໄດ້​ກ່າວ​ໂຈມ​ຕີ ທ່ານ Ryan ​ໂດຍ​ຜ່ານ​ທາງ Twitter ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ Paul Ryan ກ່າວ​ວ່າຂ້າພະ​ເຈົ້າ​ໄດ້​ຮັບ​ມໍລະດົກບາງ​ຢ່າງພິ​ເສດ​ຫຼາຍນັ້ນກໍ​ຄືພັກ​ຣີພັບ​ບລີ​ກັນ. ຜິດ ຂ້າພະ​ເຈົ້າ​ບໍ່​ໄດ້​ຮັບມໍລະ ດົກສືບ​ທອດ ​ແຕ່​ຂ້າພະ​ເຈົ້າໄດ້ຊະນະ ດ້ວຍ​ຜູ້​ມີ​ສິດ​ປ່ອນ​ບັດຫລາຍ​ລ້ານ​ຄົນ.

ທ່ານ Paul Ryan ບໍ່​ແມ່ນ​ຄົນ​ດຽວ​ເທົ່າ​ນັ້ນ ທີ່ໄດ້​ປະຕິ​ເສດ ​ບໍ່​ຍອມ​ໃຫ້ການ​ສະໜັບສະ ໜຸນ​ທ່ານ Trump ນັກທຸລະກິດ ​ທີ່​ໄດ້​ກາຍ​ມາ​ເປັນ​ຜູ້​ທີ່​ຄາດ​ຫວັງ​ວ່າ ຈະ​ໄດ້​ເປັນ​ປະທາ ນາທິບໍດີ​ຂອງ​ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Politics Ryan
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG