ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Trump ປະຕິເສດທີ່ຈະກ່າວວ່າ ທ່ານຈະ ຍອມຮັບເອົາຜົນຂອງການເລືອກຕັ້ງ


Trump Refuses to Pledge to Accept Election Results
please wait

No media source currently available

0:00 0:02:58 0:00

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ສືບຕໍ່ຂະຫຍາຍການບັນຍາຍໂຄສະນາຫາສຽງຂອງທ່ານວ່າ ຂັ້ນຕອນການເລືອກຕັ້ງ ແມ່ນເປັນການສໍ້ໂກງຕໍ່ທ່ານ ໂດຍການປະຕິເສດວ່າ ທ່ານຈະບໍ່ຍອມຮັບໃນຜົນທີ່ອອກມາ ຂອງການເລືອກຕັ້ງວັນທີ 8 ເດືອນພະຈິກ ໃນການໂຕ້ວາທີຄັ້ງສຸດທ້າຍ ໃນວັນພຸດຄືນ ວານນີ້.

ທ່ານ Trump ກ່າວວ່າ “ບາດນັ້ນຂ້າພະເຈົ້າຈະເບິ່ງມັນຄືນ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ທ່ານເຊື່ອວ່າ ສື່ມວນຊົນ “ໄດ້ວາງຢາພິດ” ໃສ່ຄວາມຄິດຂອງ ພວກລົງຄະແນນສຽງຕໍ່ທ່ານ ແລະ ວ່າຄູ່ແຂ່ງຂັນຂອງທ່ານ, ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ, ບໍ່ຄວນເລີຍ ໃຫ້ຖືກອະນຸຍາດ ລົງໂຄສະນາຫາສຽງ.

ທ່ານ Richard Herrera, ສາສະດາຈານຂະແໜງຣັດຖະສາດ ແລະ ການສຶກສາທົ່ວ ໂລກຂອງມະຫະວິທະຍາໄລລັດ Arizona ກ່າວວ່າ ຄຳເວົ້າແບບຂອງທ່ານ Trump ແມ່ນ “ບໍ່ເຄີຍຄາດຄິດມາກ່ອນ” ສຳລັບຜູ້ຖືກສະເໜີຊື່ຂອງພັກການເມືອງໃຫຍ່ໆ ແລະ ສາ ມາດເປັນການເຮັດໃຫ້ຜູ້ລົງຄະແນນສຽງທີ່ຍັງບໍ່ໄດ້ຕັດສິນໃຈເທື່ອ ຂາດຄວາມສົນໃຈ.

ທ່ານ Herrera ໄດ້ກ່າວຕໍ່ວີໂອເອວ່າ “ນັ້ນແມ່ນຄວາມສົງໄສຕໍ່ຄວາມຖືກຕ້ອງຕາມກົດ ໝາຍຂອງລະບົບການເມືອງຂອງພວກເຮົາ, ເຊິ່ງຂ້າພະເຈົ້າຄິດວ່າບໍ່ມີໃຜຍອມຮັບຮູ້. ພວກເຂົາເຈົ້າອາດຈະບໍ່ມັກລັດຖະບານຫຼາຍປານໃດ, ແລະ ຄວາມເຊື່ອຖືຕໍ່ລັດຖະບານ ແມ່ນຕ່ຳໃນເວລານີ້, ແຕ່ພວກເຂົາເຈົ້າຈະບໍ່ຖາມສິ່ງດັ່ງກ່າວນັ້ນ ເວລາພວກເຂົາເຈົ້າ ລົງຄະແນນສຽງ ມັນຈະບໍ່ມີຄວາມສຳຄັນຫຍັງ.”

ຫຼັງຈາກການໂຕ້ວາທີ, ທ່ານນາງ Clinton ໄດ້ເອີ້ນການປະຕິເສດຂອງທ່ານ Trump ວ່າ ເປັນຄວາມພະຍາຍາມທີ່ຈະ “ກ່າວຫາຄົນອື່ນສຳລັບຈຸດທີ່ທ່ານເປັນຢູ່ໃນເວລານີ້ ໃນ ການໂຄສະນາຫາສຽງ.”

ໃນພາກສ່ວນໜຶ່ງທີ່ມັກໂຕ້ຖຽງກັນທີ່ສຸດໃນການໂຕ້ວາທີແມ່ນການໂຕ້ຖຽງລະຫວ່າງທ່ານ Trump ແລະ ທ່ານນາງ Clinton ກ່ຽວກັບ ການເຄື່ອນໄຫວສືບລັບ ແລະ ການກ່າວຫາ ຕ່າງໆທີ່ພວກເຂົາເຈົ້າກຳລັງເຮັດຂຶ້ນມາ ເພື່ອຊ່ວຍເຫຼືອເຂົາເຈົ້າໃນການໂຄສະນາຫາສຽງ ຂອງທ່ານ Trump.

ທ່ານນາງ Clinton ໄດ້ກ່າວວ່າ “ພວກເຂົາເຈົ້າໄດ້ລັກເຈາະຂໍ້ມູນເວັບໄຊທ໌ຂອງ ອາເມຣິ ກາ, ອີເມລສ່ວນຕົວຂອງຊາວ ອາເມຣິກັນ, ສະຖາບັນຕ່າງໆ, ພວກເຂົາເຈົ້າໄດ້ເອົາຂໍ້ມູນ ໃຫ້ເວັບໄຊທ໌ WikiLeaks ສຳລັບຈຸດປະສົງເພື່ອເອົາໄປເປີດເຜີຍທາງອິນເຕີເເນັດ.

Third Presidential Debate
please wait

No media source currently available

0:00 1:36:34 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG