ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທຣຳ ມີ​ຄວາມ​ຕັ້ງ​ໃຈ ​​ທີ່​ຈະ​ເຄົາລົບ “ນະ​ໂຍບາຍ​ຈີນ​ດຽວ”


ພວກແມ່ຍິງຍ່າງຜ່ານ ບ່ອນຂາຍໜັງສືພິມ ທີ່ມີຮູບປະທານ ປະເທດຈີນ ທ່ານ Xi Jinping ແລະປະທານາທິບໍດີ Donald Trump ໃນນະຄອນຫຼວງປັກກິ່ງ.
ພວກແມ່ຍິງຍ່າງຜ່ານ ບ່ອນຂາຍໜັງສືພິມ ທີ່ມີຮູບປະທານ ປະເທດຈີນ ທ່ານ Xi Jinping ແລະປະທານາທິບໍດີ Donald Trump ໃນນະຄອນຫຼວງປັກກິ່ງ.

ປະທານາທິບໍດີ​ ສະຫະລັດ ທ່ານ Donald Trump ​ໄດ້​ກ່າວ​ຕໍ່ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ຢູ່​ໃນ​ການ​ໂອ້​ລົມທາງ​ໂທລະສັບວ່າ ສະຫະລັດມີ​ຄວາມ​ຕັ້ງ​ໃຈທີ່​ຈະ​ເຄົາລົບ “ນະ​ໂຍ ບາຍ​ຈີນ​ດຽວ” ​ໂດຍ​ຮັບ​ຮູ້​ທ່າ​ທີ​ຂອງ​ຈີນວ່າ​ມີອະທິ​ປະ​ໄຕເໜືອໄຕ້​ຫວັນທີ່​ປົກຄອງ​ຕົນ​ເອງ.

ທຳນຽບຂາວ​ກ່າວ​ວ່າ ການ​ໂທລະສັບໂອ້​ລົມລະຫວ່າງ​ຜູ້ນຳທັງ​ສອງຂອງ​ໂລກ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ໄດ້​ດຳ​ເນີນ​ໄປ​ດ້ວຍ “​ໄມຕີ​ຈິດມິດຕະພາບ​ເປັນ​ທີ່​ສຸດ” ​ແລະ​ຜູ້ນຳ​ທັງ​ສອງ ຕ່າງ​ກໍ​ໄດ້ “​ເຊື້ອ​ເຊີນ” ​ໃຫ້​ມີ​ການ​ພົບ​ປະກັນ ​ໃນ​ອະນາ​ຄົດ​ທີ່​ປະ​ເທດ​ຂອງ​ພວກ​ທ່ານ.

ປະທານາທິບໍດີ Trump ​ໄດ້​ຖືກ​ຕິຕຽນ​ ທີ່​ໄດ້ໂອ້​ລົມ​ທາງ​ໂທລະສັບ​ ຫລັງ​ຈາກ​ທ່ານ​ທຣຳ ​ໄດ້​ຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ເດືອນ​ພະ​ຈິກ.

ບໍ່​ມີ​ປະທານາທິບໍດີ​ ຫຼືປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຄົນ​ໃດ​ຂອງ​ສະຫະລັດ ​ໄດ້​ຕິດ​ຕໍ່​ກັບ​ຜູ້ນຳ​ໄຕ້​ຫວັນນັບ​ແຕ່ວໍ​ຊິງ​ຕັນ​ໄດ້​ຕັດ​ສາຍ​ພົວພັນ​ຢ່າງ​ເປັນ​ທາງ​ການ​ກັບ​ໄຕ້​ຫວັນ​ໃນ​ປີ 1979 ​ແລະ​ຫັນໄປຮັບຮອງ​ຈີນ ຊຶ່ງ​ເປັນ​ປະ​ເທດທີ່ໃຫຍ່​ກວ່າ ແລະ​ເຕີບ​ໂຕໄວ​ກວ່າ. ​ແຕ່​ວໍຊິ​ງຕັນ​ຍັງ​ສືບ​ຕໍ່​ເປັນ​ສະໜັບສະໜູນຢ່າງ​ແຂງ​ຂັນ​ທີ່ ​ບໍ່​ເປັນ​ທາງ​ການ​ ​ແກ່​ໄຕ້​ຫວັນ​ຕັ້ງ​ແຕ່ນັ້ນ​ມາ.

​ໃນຖະ​ແຫຼງການ​ຮ່ວມ ລະຫວ່າງ​ສະຫະລັດ​ກັບ​ຈີນ ​ໃນ​ປີ 1979 ນັ້ນ ສະຫະ ລັດຮັບ​ຮູ້​ປັກ​ກິ່ງ​ວ່າ​ ​ເປັນ​ລັດຖະບານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ພຽງ​ລັດຖະບານ ດຽວຂອງ​ຈີນ ໂດຍ​ຮັບ​ຮູ້​ທ່າ​ທີ​ຂອງ​ຈີນ​ວ່າ ມີ​ພຽງ​ແຕ່​ຈີນ​ດຽວ​ເທົ່າ​ນັ້ນແລະ​ໄຕ້​ຫວັນກໍ​ເປັນ​ພາກສ່ວນນຶ່ງ​ຂອງ​ຈີນ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ​ກ່າວ​ວ່າ “ຄວາມ​ບໍ່​ມີ​ປະສົບ​ການ” ​ໄດ້​ພາໃຫ້ທ່ານ Trump ຮັບ​ເອົາ​ການ​ໂທລະສັບ​ມາ​ໂອ້​ລົມ​ຂອງ​ປະທານາທິບໍດີໄຕ້​ຫວັນ ​ແຕ່ກໍໄດ້​ເຕືອນວ່າ ການ ລະ​ເມີດ​ນະ ໂຍບາຍ​ຈີນ​ດຽວ​ຈະ “ທຳລາຍ​ຄວາມສຳພັນ ​ລະຫວ່າງ ວໍຊິງ​ຕັນ ແລະ​ປັກ​ກິ່ງ.”

ປະທານາທິບໍດີ Trump ​ເບິ່ງ​ຄືວ່າ ​ຍັງສັບສົນ​ກ່ຽວ​ກັບ​ປະຕິກິລິຍາໃນການ​ໂອ້ລົມ​ທາງ ​ໂທລະ​ສັບໂດຍກ່າວ​ຢູ່​ໃນ Twitter ວ່າ “​ເປັນ​ທີ່ໜ້າ​ສົນ​ໃຈ ກ່ຽວ​ກັບ​ວ່າສະຫະລັດ​ຂາຍ​ອຸບປະກອນ​ ທາງ​ທະຫານຫລາຍ​ພັນ​ລ້ານ​ໂດ​ລາ ໃຫ້​ແກ່​ໄຕ້​ຫວັນແບບ​ໃດ ​ແຕ່​ຂ້າພະ​ເຈົ້າບໍ່​ຄວນ​ຮັບ​ການ​ໂທລະ​ສັບ​ມາສະ​ແດງ​ຄວາມ​ດີ​ໃຈ​ນຳ.”

ເຖິງ​ແມ່ນ​ໄດ້​ມີການ​ຄັດຄ້ານ​ຂອງ​ຈີນ ປະທານາທິບໍດີ Barack Obama ຊຶ່ງ​ຍັງ​ກຳ​ຕຳ​ແໜ່​ງ ​ເມື່ອນຶ່ງປີ​ກ່ອນ ​ໄດ້​ອະນຸຍາດ​ໃຫ້ຂາຍ​ອາວຸດ​ເພື່ອປ້ອງ​ກັນ​ໂຕໃນ​ມູນ​ຄ່າ 1 ພັນ
830 ລ້ານ​ໂດ​ລາ ​ໃຫ້​ແກ່​ໄຕ້​ຫວັນ ຮວມທັງ​ກຳ​ປັ່ນ​ລົບ​ສອງ​ລຳ ຍານ​ໂຈມຕີສະ​ເທີນ​ນ້ຳ​
ສະເທີນ​ບົກ ​ແລະລະບົບ​ອາວຸດຕໍ່​ຕ້ານ​ທາງ​ອາກາດ ​ແລະ​ລະບົບ​ຕ້ານ​ກຳ​ປັ່ນ​ລົບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG