ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ຄາດວ່າ ສະພາ ຈະລົງຄະແນນສຽງ ຍົກເລີກ ກົດໝາຍ Obamacare

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ລັດຖະມົນຕີກະຊວງສາທາລະນະສຸກແລະສັບພະຍາກອນມະນຸດ ທ່ານ Tom Price ໄປຮອດຕຶກ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ມີນາ 2017, ເພື່ອປຸກລະດົມ ການສະໜັບສະໜູນ ໃຫ້ແກ່ພັກຣີພັບບລີກັນ ສຳລັບການຍົກເລີກ ປະກັນໄພສຸຂະພາບ ດ້ວຍການນຳເອົາເລື່ອງການແກ້ໄຂຂອງທ່ານ ຂຶ້ນຫາຕໍ່ບັນດາສະມາຊິກ ພັກຣີພັບບລີກັນ ໂດຍກົງ .

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານ ຄິດວ່າ ບັນດາສະມາຊິກ
ພັກຣີພັບບລີກັນ ມີຄະແນນສຽງພຽງພໍຢູ່ໃນສະພາຕ່ຳ ເພື່ອທີ່ຈະເອົາຊະນະ ການລົງ
ຄະແນນສຽງທີ່ສຳຄັນ ໃນວັນພະຫັດມື້ອື່ນນີ້ ເພື່ອຍົກເລີກ ກົດໝາຍປະກັນໄພສຸຂະພາບ
ແຫ່ງຊາດ ທີ່ອະດີດປະທານາທິບໍດີບາຣັກ ໂອບາມາ ໄດ້ພິຈາລະນາວ່າ ເປັນກົດໝາຍ
ທີ່ເປັນສັນຍາ​ລັກ ​ໃນ​ການ​ປະສົບ​ຄວາມ​ສຳ​ເລັດ ຂອງທ່ານນັ້ນ.

ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດ Wisconsin, ຄຽງຂ້າງໂດຍ ສະມາຊິກສະພາ ຈາກລັດ Washington ສັງກັດພັກຣີພັບບລີກັນ ທ່ານນາງ Cathy McMorris Rodgers, ຂວາ, ກ່າວຄຳປາໄສ ໃນກອງປະຊຸມຖະແຫລງຂ່າວ ຫຼັງຈາກທີ່ໄດ້ເຂົ້າຮ່ວມກອງປະຊຸມ ຂອງພັກ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມີນາ 2017.

ທ່ານທຣຳ ໄດ້ໃຫ້ການຄາດຄະເນ ໃນວັນອັງຄານວານນີ້ ຫຼັງຈາກທີ່ໄດ້ພົບປະ ກັບບັນດາ
ສະມາຊິກພັກຣີພັບບລີກັນ​ໃນສະພາຕ່ຳ ຢູ່ທີ່ຕຶກລັດຖະສະພາ.

ທ່ານປະທານາທິບໍດີ ໄດ້ຊັກ​ຊວນບັນດາສະມາຊິກສະພາ ຜູ້ທີ່ຍັງ​ມີ​ຄວາມ​ລັງ​ເລ​ໃຈ ​ໃຫ້
ການ ສະໜັບສະໜູນ ຕໍ່ແຜນການຂອງທ່ານ ຊຶ່ງອາດຈະເປັນຍ້ອນວ່າ ພວກເພິ່ນເຊື່ອວ່າ
ມັນຈະບໍ່ໄປໄກພຽງພໍ ໃນການຕ່າວ​ປີ້ນຂໍ້ກຳນົດ ຂອງກົດໝາຍປະ ກັນສຸຂະພາບລາຄາ
ຖືກ ຫຼື Affordable Care Act ທີ່ຮູ້ຈັກກັນທົ່ວໄປ ​ໃນ​ຊື່ Obamacare ນັ້ນ ຫຼືວ່າ ໃນ
ທາງກົງກັນຂ້າມ ເປັນຍ້ອນມັນຈະເຮັດໃຫ້ປະຊາ ຊົນຜູ້ທຸກຍາກ ຫຼາຍໆຄົນບໍ່ມີປະກັນໄພ
ສຸຂະພາບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG