ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ກ່າວວ່າ ທ່ານ Putin ດີກວ່າ ປ. ໂອບາມາ


ຜູ້ສະໝັກເປັນປະທານາທິບໍດີສະຫະລັດສັງກັດພັກ Republican ທ່ານ Donald Trump ກ່າວຕໍ່ Matt Lauer ໃນຂະນະກອງປະຊຸມຜູ້ນຳແຫ່ງຊາດ ທີ່ນະຄອນ Manhattan, New York, 7 ກັນຍາ, 2016.
ຜູ້ສະໝັກເປັນປະທານາທິບໍດີສະຫະລັດສັງກັດພັກ Republican ທ່ານ Donald Trump ກ່າວຕໍ່ Matt Lauer ໃນຂະນະກອງປະຊຸມຜູ້ນຳແຫ່ງຊາດ ທີ່ນະຄອນ Manhattan, New York, 7 ກັນຍາ, 2016.

ຜູ້​ສະໝັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Republican ທ່ານ Donald Trump ​ໄດ້​ກ່າວຍົກຍ້ອງ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໃນ​ວັນ​ພຸດ​ວານ​ນີ້ ໂດຍ ກ່າວ​ວ່າ ທ່ານ​ແມ່ນ​ໄດ້​ເປັນ​ຜູ້ນຳ​ດີ​ກວ່າ ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ໂທລະພາບ NBC ໂດຍ​ການ​ໃຫ້​ສຳພາດ​ຕ່າງຫາກ ຈາກ​ຜູ້ສະໝັກ​ເປັນປະທານາທິບໍດີ​ສະຫະລັດສັງກັດ​ພັກ Democrat ທ່ານ​ນາງ Hillary Clinton ທ່ານ Trump ​ໄດ້​ກ່າວ​ວ່າ ທ່ານ​ຄິດ​ວ່າ​ໃນ​ຖານະ​ທີ່​ເປັນ​ປະທານາທິບໍດີ ທ່ານ​ຈະ​ມີ “ສາຍ​ພົວພັນ​ທີ່​ດີ​ກັບ ທ່ານ Putin.” ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ຣັດ​ເຊຍ ​ແລະ​ສະຫະລັດ ​ໄດ້​ຮ່ວມກັນ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ.

“ຣັດ​ເຊຍ ຕ້ອງການ​ທີ່​ຈະ​ຊະນະ​ກຸ່ມ​ລັດ​ອິສລາມ ພໍໆ​ກັບ​ພວກ​ເຮົາ,” ຊຶ່ງ​ທ່ານ Trump ​ໄດ້​ກ່າວອີກວ່າ “ຖ້າ​ພວກ​ເຮົາ​ມີ​ສາຍ​ພົວພັນ​ກັບຣັດ​ເຊຍ ມັນ​ຈະ​ເປັນ​ການ​ດີ ບໍ່​ແມ່ນ​ຫວະ ຖ້າ​ຫາກ​ວ່າ​ ພວກ​ເຮົາ​ສາມາດ​ປະສານ​ງານ​ຮ່ວມ​ກັນ ​ແລະທຳລາຍ​ກຸ່ມ​ລັດ​ອິສລາມ ນີ້.”

ທ່ານ​ຍັງ​ໄດ້​ກ່າວ​ຕຳ​ນິຕິ​ຕຽນ​ເພີ້ມ​ຕື່ມ ກ່ຽວ​ກັບ​ການເອົາ​ບາດກ້າວ​ທາງທະຫານ​ຂອງ​ສະຫະ ລັດ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ໂອ​ບາ​ມາ ​ໂດຍ​ກ່າວວ່າ ພວກ​ນາຍ​ພົນ “​ບໍ່​ໄດ້​ຮັບ​ຜົນສຳ​ເລັດ​ແຕ່​ຢ່າງ​ໃດ.” ທ່ານ Trump ​ໄດ້​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ວ່າ ສະຫະລັດ ຄວນ​ຈະ​ຍຶດ​ເອົາ​ນ້ຳມັນ​ຈາກ​ອີຣັກ.

“ຖ້າ​ພວກ​ເຮົາ ​ໄດ້​ຍຶດ​ເອົາ​ນ້ຳມັນ ພວກ​ເຮົາ ກໍ​ຈະ​ບໍ່​ມີ ກຸ່ມ​ລັດ​ອິສລາມ ​ເພາະວ່າ ກຸ່ມ​ລັດ​ອິສລາມ ​ແມ່ນ​ເກີດ​ຂຶ້ນ​ດ້ວຍ​ການ​ມີ​ອຳນາດ ​ແລະຄວາມ​ຮັ່ງມີ​ຈາກ​ນ້ຳມັນ.”

ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ Democrat ທ່ານນາງ Hillary Clinton ຂຶ້ນກ່າວໃນ "ກອງປະຊຸມຜູ້ນຳຂອງຊາດ" ທີ່ຈັດໂດຍຕາໜ່າງໂທລະພາບ NBC ທີ່ນິວຢ໊ອກ, 7 ກັນຍາ, 2016.
ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ Democrat ທ່ານນາງ Hillary Clinton ຂຶ້ນກ່າວໃນ "ກອງປະຊຸມຜູ້ນຳຂອງຊາດ" ທີ່ຈັດໂດຍຕາໜ່າງໂທລະພາບ NBC ທີ່ນິວຢ໊ອກ, 7 ກັນຍາ, 2016.

​ໃນ​ຖານະ​ທີ່​ເປັນຜູ້​ສະ​ໝັກ​ເປັນປະທານາທິບໍດີ​ສະຫະລັດ ຄົນ​ສຳຄັນ​ຂອງ​ພັກ ທ່ານ Trump ​ໄດ້​ຮັບ​ຊາບ​ເຖິງລາຍ​ງານ​ການ​ສືບ​ລັບ ທີ່​ຄ້ຳປະກັນ​ວ່າ ຜູ້​ທີ່​ຈະ​ຂຶ້ນ​ກຳ​ຕຳ​ແໜ່​ງຄົນ​ຕໍ່​ໄປ ຈະ​ສາມາດ​ຮີບ​ເຮັ່ງ​ແກ້​ໄຂ​ບັນຫາ ຕອນ​ທີ່ທ່ານ​ໂອ​ບາ​ມາ ອອກ​ຈາກ​ຕຳ​ແໜ່​ງໃນ​ເດືອນ​ມັງກອນ. ​ເວລາ​ທ່ານຖືກ​ຖາມວ່າ ທ່ານ​ໄດ້​ຕົກ​ໃຈ​ບໍ່ ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຍິນ​ມາ​ນັ້ນ. ທ່ານ Trump ​ໄດ້​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ທ່ານ​ນາງ Clinton ​ແລະ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ​ສະຫະລັດ John Kerry ກະທຳ​ກົງກັນຂ້າມ ຕໍ່​ການ​ໃຫ້​ຄຳ​ປຶກສາຂອງ​ຄະ​ນະສືບ​ລັບ ​ໄດ້​ບອກ​ພວກ​ທ່ານ.

ທ່ານ Trump ​ໄດ້​ກ່າວ​ວ່າ ຂ້າພະ​ເຈົ້າ​ແມ່ນ​ເປັນ​ຜູ້ທີ່ມີ​ຄວາມ​ສາມາດ ເລື້ອງ​ພາສາທີ່​ສະ​ແດງອອກ​ທາງ​ກາຍ​ເປັນ​ຢ່າງ​ດີ. ຂ້າພະ​ເຈົ້າ​ສາມາດ​ບອກ​ໄດ້​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ດີ​ໃຈ ກັບ​ການ​ທີ່​ພວກ​ຜູ້ນຳ​ຂອງ​ພວກ​ເຮົາ ບໍ່​ປະຕິບັດ​ຕາມ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ໃຫ້​ຄຳ​ແນະນຳ.

ທ່ານ Trump ​ຍັງໄດ້ຄຸຍ​ອວດ ​ເຖິງການວິ​ເຄາະຂອງ​ທ່ານວ່າ “ດີ​ຫຼາຍ” ​ແລະ​ໄດ້ກ່າວ​ເພີ້​ມ
ຕື່ມ​ວ່າ “ທ່ານແມ່ນແນ່ນອນຕໍ່​ຕ້ານສົງຄາມ​ໃນ​ອີຣັກ.”

ທ່ານ​ນາງ Clinton ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ສະໜັບສະໜຸນ​ສົງ​ຄາມ ​ໄດ້​ກ່າວ​ວ່າ ການ​ຕັດສິນ​ໃຈ ດັ່ງກ່າວ​ນັ້ນ ເປັນຄວາມ​ຜິດພາດ ​ແຕ່​ວ່າ ​ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ພວກ​ເຮົາ ​ໄດ້​ຮຽນຮູ້​ຈາກ​ການ​ກະທຳ​ຜິດພາດ. ທ່ານ​ນາງ​ຍັງ​ໄດ້​ຕອບ​ໂຕ້​ກັບ ຕໍ່​ທ່ານ Trump ທີ່​ໃຫ້​ຄວາມ​ເຫັນ​ ​ໃນ​ການ​ຫາ​ສຽງວ່າ ທ່ານ​ໄດ້​ຕ້ານ​ຕໍ່​ການບຸກລຸກ​ໃນ​ປີ 2003.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

US Presidential Politics
please wait

No media source currently available

0:00 0:01:31 0:00

XS
SM
MD
LG