ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ທີ່ປ. ທຣໍາ ສະເໜີໃຫ້ເປັນ ​​ເລຂາທິການ​ດ້ານກອງທັບ​ບົກ ຂໍຖອນໂຕ


ສະມາຊິກສະພາສູງຈາກພັກຣີພັບບລິກກັນ ​​ໃນ​ລັດ Tennessee, ທ່ານ Mark Green ນັ່ງທີ່ຫ້ອງປະຊຸມ ໃນເມືອງ Nashville ລັດ Tennessee ໃນວັນທີ 17 ເມສາ 2013.
ສະມາຊິກສະພາສູງຈາກພັກຣີພັບບລິກກັນ ​​ໃນ​ລັດ Tennessee, ທ່ານ Mark Green ນັ່ງທີ່ຫ້ອງປະຊຸມ ໃນເມືອງ Nashville ລັດ Tennessee ໃນວັນທີ 17 ເມສາ 2013.

ຜູ້​ທີ່​ປະທາ​ນາ​ທິບໍດີ ດໍໂນ​ລ ທຣໍາ ສະ​ເໜີ​ໃຫ້​ເປັນເລຂາທິການ​ດ້ານກອງທັບ​ບົກ ​ໄດ້
​ຖອນ​ຊື່ຂອງ​ຕົນ​ອອກຈາກ​ການ​ພິຈາລະນາ​ໃຫ້ຮັບ​ຕໍາ​ແໜ່ງ ຍ້ອນ​ມີການ​ຕິຕຽນ​ຕໍ່​ຄຳ
ເຫັນ​ຂອງ​ທ່ານ​ທີ່​ເປັນ​ການດູ​ໝິ່ນ​ບັນດາ​ກຸ່ມຊົນ​ສ່ວນ​ນ້ອຍ​ ຊຶ່ງຮວ​ມທັງ​ພວກ​ກະ​ເທີຍ
​ແລະ​ຄົນ​ທີ່​ປ່ຽນເພດ.

ທຳນຽບຂາວ​ໄດ້​ຢືນຢັນ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ທ່ານ Mark Green ບໍ່​ໄດ້​ຖືກ​ພິຈາລະ
ນາໃຫ້​ຮັບ​ຕໍາ​ແໜ່ງຜູ້ນຳ​ຂັ້ນສູງທີ່​ເປັນພົນລະ​ເຮືອນ​ຢູ່ໃນ​ກອງທັບ​ບົກ​ສະຫະລັດ ​ອີກ
ຕໍ່​ໄປ​ແລ້ວ.

ທ່ານ Green ສະມາຊິກ​ສະພາສູງ​ໃນ​ລັດ Tennessee ກ່າວ​ຢູ່​ໃນ​ຖະ​ແຫ​ລງການ
ສະບັບ​ນຶ່ງ​ວ່າ ການ​ຄັດຄ້ານ​ຕໍ່​ການ​ແຕ່ງ​ຕັ້ງ​ທ່ານ​ແມ່ນ​ອີງ​ໃສ່ “​ການ​ໂຈມ​ຕີ​ທີ່​ບໍ່​ມີ​ຄວາມ
​ຈິງ ​ແລະ​ການ​ເຊື່ອ​ຄົນ​ຜິດ.”

ອະ​ດີດ​ນາຍ​ແພດ​ທະຫານຖືກ​ຕິຕຽນ​ວ່າ ບໍ່​ເໝາະ​ສົມທີ່​ຈະ​ເປັນ​ຜູ້ນຳ​ທະຫານຮັບ​ໃຊ້
​ຊາດທີ່​ໃຫຍ່​ທີ່​ສຸດ ​ໂດຍອີງ​ຕາມ​ວີ​ດີ​ໂອ ທີ່​ສາຍໃຫ້​ຄົນ​ເຫັນ​ກັນ​ຢ່ງຫລວງຫລາຍ​ວ່າ
ທ່ານລົມ​ກັບ​ກຸ່ມ​ທີ່ມີ​ການ​ພົວພັນ​ກັບພັກ Tea Party ຊຶ່ງ​ເປັນ​ກຸ່ມຂອງພວກ​ຣີພັບ​ບລິ​
ກັນ​ຫົວ​ອະນຸລັກ​ນິຍົມ​ທັງ​ທາງ​ດ້ານ​ງົບປະມານ ​ແລະ​ສັງຄົມ​ ​ໃນ​ເດືອນ​ກັນຍາປີ​ກາຍນີ້
​ຢູ່​ລັດ Tennessee. ຢູ່​ໃນ​ຄຳເຫັນຂອງ​ທ່ານນັ້ນ ທ່ານ Green ກ່າວ​ວ່າ ຄົນ​ຜູ້​ທີ່​ປ່ຽນ​
ເພດ ຫລື ພວກທີ່​ເກີດ​ມາ​ເປັນ​ສະມາຊິກ​ທີ່​ມີມີ​ເພດ​ນຶ່ງ​ມາ​ແຕ່​ກໍາ​ເນີ​ດ ກັບ​ມາ​ອ້າງຢູ່​ໃນ
​ສັງຄົມວ່າ​ເປັນ​ອີກ​ເພດນຶ່ງ ​ແມ່ນ​ເປັນ “ພະ​ຍາດ” ຢ່າງ​ນຶ່ງ.

ທ່ານ Green ຍັງ​ໄດ້​ໂຈມ​ຕີ​ຄືນ​ຕໍ່​ສິ່ງ​ທີ່​ທ່ານບໍ່​ເຫັນ​ດີ​ນໍາ​ຊຶ່ງ​ກໍ​ຄື “ຄໍາສອນຂອງ​ອິສລາມ”
ຢູ່​ໃນ​ໂຮງຮຽນ​ຫລວງບາງ​ແຫ່ງ​ຂອງອາ​ເມຣິກາ ​ແລະ​ເວົ້າ​ວ່າ “ຊີວິດໃນ​ການຮັບ​ໃຊ້​ຊາດ
​ແລະ​ຄວາມ​ເຊື່ອ​ຖື​ແບບ​ຄຣິ​ສຕຽນຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ເບິ່ງໄປ​ໃນແງ່​ທີ່​ຜິດ” ຈາກ​ຜູ້​ທີ່​
ຄັດ​ຄ້ານທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG