ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ຈະມີການເພັ່ງເລັງ ພິເສດ ໃສ່ເກົາຫຼີເໜືອ ຢູ່ກອງປະຊຸມສຸດຍອດ ກຸ່ມຈີ 7


ປະທານາທິບໍດີດໍໂນລ ທຣຳ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊິນໂຊະ ອາເບະ ໃນລະຫວ່າງກອງປະຊຸມ ສຸດຍອດຂອງກຸ່ມຈີ 7 ທີ່ເມືອງຕາໂອມີນາ ປະເທດອີຕາລີ. (26 ພຶດສະພາ 2017)
ປະທານາທິບໍດີດໍໂນລ ທຣຳ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊິນໂຊະ ອາເບະ ໃນລະຫວ່າງກອງປະຊຸມ ສຸດຍອດຂອງກຸ່ມຈີ 7 ທີ່ເມືອງຕາໂອມີນາ ປະເທດອີຕາລີ. (26 ພຶດສະພາ 2017)

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ກ່າວ​ວ່າ ການ​ກໍ່​ການ​ຮ້າຍ ແລະ​ເກົາຫລີ​
ເໜືອ ​ເປັນ​ຫົວ​ຂໍ້​ສຳຄັນສຸດ ໃນລາຍການ ​ປະຊຸມ​ສຸດ​ຍອດ ຂອງ​ບັນດາ​ຜູ້ນຳ​ກຸ່ມ G-7
ຫຼື 7 ປະ​ເທດທີ່​ຈະ​ເລີ​ນ​ທາງ​ອຸດສາຫະກຳ​ ທີ່​ໄດ້​ເລີ້ມ​ຂຶ້ນ​ ໃນ​ວັນສຸກ​ມື້​ນີ້​ທີ່​ເກາະ Sicily
ຊຶ່ງ​ເປັນ​ເກາະ​ໃຫຍ່ສຸດໃນ​ທະ​ເລ Mediterranean.

​ໂດຍນັ່ງ​ຄຽງຂ້າງ​ກັບ​ນ​າຍົກ​ລັດຖະມັນ​ຕີ​ຍີ່ປຸ່ນ ທ່ານ Shinzo Abe ​ປະທານາທິບໍດີ​ສະ
ຫະລັດກ່າວ​ວ່າ ​ກອງ​ປະຊຸມນີ້​ຈະ​ມີ​ການ “ເພັ່ງ​ເລັງ​ເປັນ​ພິ​ເສດໃສ່ບັນຫາເກົາຫລີ​ເໜືອ.”

​ໃນ​ຂະນະ​ທີ່​ການ​ກໍ່​ກາ​ນຮ້າຍ ​ຈະ​ແມ່ນຄວາມ​ເປັນ​ຫ່ວງ​ຕົ້ນຕໍ ສຳລັບ​ບັນ​ດາ​ຜູ້ນຳໃນລະ
ຫວ່າງ​ການ​ສົນທະນາ​ເປັນ​ເວລາ​ສອງ​ວັນຢູ່ເກາະດັ່ງກ່າວຂອງປະ​ເທດ​ອິຕາ​ລີ ​ແຕ່ການ​
ທົດ​ລອງ​ອາວຸດ​ນິວ​ເຄລຍ​ແລະ​ການ​ພັດທະນາ​ລູກ​ສອນ​ໄຟຂີ​ປະນາ​ວຸດຂອງ​ເກົາຫຼີເໜືອ ​ປະທານາທິບໍດີ​ທຣໍາກ່າວ​ວ່າ “​ເປັນ​ບັນຫາ​ໃຫຍ່ ມັນ​ເປັນ​ບັນຫ າ​ຂອງ​ໂລກ. ມັນ​ຈະໄດ້
​ຮັບ​ການແກ້​ໄຂ​ໃນ​ເວລາ​ໃດ​ເວລາ​ນຶ່ງ. ມັນ​ຈະໄດ້​ຮັບ​ການ​ແກ້​ໄຂ ທ່ານ​ສາມາດ​ເດີມ​ພັນ
​ໄດ້​ໂລດ.”

ການ​ຄ້າ​ກໍເປັນ​ຫົວ​ຂໍ້ສໍາຄັນ​ອີກ​ອັນ​ນຶ່ງ ​ຢູ່​ໃນ​ໃຈ ຂອງ​ຄູ່​ຕຳ​ແໜ່​ງ ທ່ານ​ທຣໍາ ຜູ້​ທີ່​ໄດ້​ໄປ
​ເຕົ້າ​ໂຮມ​ກັນ ​ຢູ່​ເມືອງ​ຕາກ​ອາກາດ Taomina.

​ເຂົາ​ເຈົ້າ​ຫວັງ​ວ່າຈະເຮັດ​ໃຫ້​ທ່າ​ທີໃນ​ດ້ານ​ການ​ຄ້າແລະ​ການ​ປ່ຽນ​ແປງ​ດິນ​ຟ້າອາກາດ
ຂອງ​ທ່ານ​ທຣໍາ ອ່ອນ​ລົງ.

Trump G7
please wait
Embed

No media source currently available

0:00 0:01:43 0:00

ຜູ້ອຳນວຍການ​ສະພາ​ເສດຖະກິດ​ແຫ່ງ​ຊາດ ທ່ານ Gary Cohn ກ່າວ​ຕໍ່​ບັນດາ​ນັກ​
ຂ່າວ​ຢູຸ່​ເທິງ​ເຮືອບິນປະຈຳຕຳແໜ່ງ Air Force One ທີ່​ກຳລັງ​ບິນ ​ຈາກ Belgium
​ໄປ​ສູ່ເກາະ Sicily ວ່າ “ພວກ​ເຮົາ​ຈະ​ມີການ​ສົນທະນາ​ທີ່​ເຄັ່ງຂຶມກ່ຽວ​ກັບ​ເລື່ອງການ
​ຄ້າ ​ແລະ​ຈະ​ຫາລື​ກັນກ່ຽວ​ກັບ​ວ່າຄຳວ່າເສລີ​ແລະເປີດ​ກວ້າງ​ນັ້ ມີ​ຄວາມ​ໝາຍ​ຢ່າງ
​ໃດ.”

​ຢູ່​ທີ່​ນະຄອນ Brussels ​ໃນ​ພິທີ​ເປີດ​ກອງ​ບັນຊາ​ການ​ໃໝ່ ຂອງອົງການ​ເນ​ໂຕ້ ນັ້ນ ປະທານາທິບໍດີ​ສະຫະລັດ ​ໄດ້​ປະ​ເຊີນ​ໜ້າ​ຢ່າງເປີດແປນ ​ກັບ​ບັນດາ​ຜູ້ນຳ​ຂອງ​ພັນ
ທະ​ມິດໂດຍ​ປະກາດ​ວ່າ​ ເຂົາ​ເຈົ້າ​ບໍ່​ໄດ້ສົມທົບ​ເງິນໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນປະ​ເທດ
ທີ່​ບໍ່​ທ່ຽງ​ທຳ “​ສຳລັບ​ປະຊາຊົນ​ແລະຜູ້​ເສຍ​ພາສີຂອງ​ສະຫະລັດ.”

ປະທານາທິບໍດີ​ທຣໍາ ຍັງ​ຢູ່ໃນ​ທ່າທີທີ່​ບໍ່​ເຫັນ​ພ້ອມ​ກັບ​ບັນດາ​ຜູ້ນຳອື່ນໆ​ກ່ຽວ​ກັບ​ການ​
ປ່ຽນ​ແປງ​ດິນ​ຟ້າ​ອາກາດ.

ລະຫວ່າງ​ກອງ​ປະຊຸມຂອງກຸ່ມ G-7 ຈະ​ມີ​ການສົນທະນາຫາລື “ຂ້ອນ​ຂ້າງ​ແຂງ​ຂັນ”
ກ່ຽວກັບ​ວ່າ ທ່ານທຣໍາຄວນ​ຈະ​ປະຕິບັດ​ຕາມ ຄວາມ​ໝັ້ນ​ໝາຍ​ຂອງວໍ​ຊິງ​ຕັນ ​ທີ່​ຈະ​
ຕັດ​ແກັສ​ເຮືອນ​ແກ້ວ ພາຍ​ໃຕ້​ຂໍ້​ຕົກ​ລົງ​ປາຣີທີ່​ໄດ້​ເ​ຊັນກັນ​ເມືີ່ອສອງ​ປີ​ກ່ອນ ນັ້ນຄື​ຄຳ​
ເວົ້າຂອງ​ທ່ານ Cohn ​ ຜູ້​ເປັນ​ຫົວໜ້າທີ່​ປຶກສາເສດຖະກິດ​ຂອງ​ປະທານາທິບໍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG