ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ສະແດງຄວາມຄິດເຫັນຕໍ່ ຈີນ ກ່ຽວກັບ ບັນຫາ ເກົາຫຼີເໜືອ


ຮູບໜ້າປົກວາລະສານ ຈີນ ສະບັບໜຶ່ງສະແດງໃຫ້ເຫັນ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຕິດຢູ່ກະດານຂ່າວໃນນະຄອນ ຊຽງໄຮ, ປະເທດ ຈີນ. 21 ມີນາ, 2017.
ຮູບໜ້າປົກວາລະສານ ຈີນ ສະບັບໜຶ່ງສະແດງໃຫ້ເຫັນ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຕິດຢູ່ກະດານຂ່າວໃນນະຄອນ ຊຽງໄຮ, ປະເທດ ຈີນ. 21 ມີນາ, 2017.

ການເວົ້າຈາທີ່ເຂັ້ມແຂງແຕ່ບໍ່ກະຈ່າງແຈ້ງ ກ່ຽວກັບ ເກົາຫຼີເໜືອ ຂອງປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນກຳລັງກໍ່ໃຫ້ມີການຄາດຄະເນກັນຢ່າງກວ້າງຂວາງ
ວ່າ ທ່ານອາດຈະທຳການປ່ຽນ ແປງນະໂຍບາຍທີ່ສຳຄັນ ທີ່ອາດຈະນຳໄປສູ່ການຕໍ່ລອງ
ກັນຄັ້ງໃຫຍ່ ກັບ ປັກກິ່ງ ຫຼື ເລີ່ມສົງຄາມທີ່ໃກ້ຈະເກີດຂຶ້ນ, ໃນໜຶ່ງອາທິດກ່ອນໜ້າການ
ຢ້ຽມຢາມໂດຍປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ.

ໃນການສຳພາດກັບອົງການຂ່າວ Financial Times ຂອງນະຄອນຫຼວງ ລອນດອນ ໃນວັນອາທິດວານນີ້ນັ້ນ, ທ່ານ ທຣຳ ໄດ້ກ່າວວ່າຖ້າ ຈີນ ບໍ່ແກ້ໄຂບັນຫາ ກ່ຽວກັບ ເກົາ
ຫຼີເໜືອ, “ພວກເຮົາຈະເຮັດເອງ.” ນອກນັ້ນ ທ່ານຍັງໄດ້ກ່າວເຖິງ “ອິດທິພົນທີ່ຍິ່ງໃຫຍ່
ຂອງ ຈີນ ໃນ ເກົາຫຼີເໜືອ”
ແລະ ໄດ້ເຕືອນວ່າຖ້າ ປັກກິ່ງ ບໍ່ໄດ້ຊ່ວຍເຫຼືອໃນການແກ້
ໄຂບັນຫາຂອງການພັດທະນາອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດຢ່າງວ່ອງ
ໄວຂອງ ເກົາຫຼີເໜືອ ນັ້ນ, “ມັນຈະເປັນເລື່ອງທີ່ບໍ່ດີສຳລັບຜູ້ໃດ.”

ການຍຸຕິໂຄງການນິວເຄລຍຂອງ ເກົາຫຼີເໜືອ ແລະ ຫ້າມລັດຖະບານຂອງທ່ານ Kim
Jong Un ຈາກການພັດທະນາລູກສອນໄຟຫົວລະເບີດນິວເຄລຍຂ້າມທະວີບທີ່ສາມາດ
ໂຈມຕີແຜ່ນດິນໃຫຍ່ຂອງ ສະຫະລັດ ນັ້ນ, ແມ່ນຄາດວ່າຈະເປັນບັນຫາຫຼັກສຳລັບທ່ານ
ທຣຳ ກັບ ທ່ານ ສີ ທີ່ຈະປຶກສາຫາລືກັນ ເມື່ອຜູ້ນຳທັງສອງທ່ານພົບປະກັນຢູ່ ຣີສອດ Mar-a-Lago ຂອງປະທານາທິບໍດີ ອາເມຣິກັນ ໃນລັດຟລໍຣິດາ ວັນພະຫັດຈະມາເຖິງ
ນີ້.

ການຢ້ຽມຢາມໃນພາກພື້ນດັ່ງກ່າວໂດຍລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ
Rex Tillerson ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ James Mattis ເມື່ອບໍ່ດົນ
ມານີ້ ໄດ້ຊ່ວຍບັນດາຜູ້ນຳໃນ ປັກກິ່ງ, ໂຕກຽວ ແລະ ໂຊລ ມີຄວາມໝັ້ນໃຈຄືນວ່າ ວໍຊິງ
ຕັນ ຈະສືບຕໍ່ໃຫ້ບູລິມະສິດໃນການຂະຫຍາຍມາດຕະການລົງໂທດທາງເສດຖະກິດ
ເພື່ອກົດດັນ ເກົາຫຼີເໜືອ ໃຫ້ປ່ຽນຄວາມປະພຶດຂອງພວກເຂົາເຈົ້າ ແລະ ຍອມຈຳນົນ
ໂຄງການນິວເຄລຍຂອງພວກເຂົາເຈົ້າສຳລັບການຊ່ວຍເຫຼືອດ້ານເສດຖະກິດ ແລະ ຮັບ
ປະກັນຄວາມປອດໄພ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump North Korea
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG