ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ພິພາກສາ ຂັດຂວາງ ການປະຕິບັດ ດຳລັດ ຫ້າມເດີນທາງ ສະບັບໃໝ່ ຂອງ ປ. ທຣຳ


ສະມາຊິກຄົນນຶ່ງ ຂອງກຳລັງ ທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ
Bashar al-Assad ຢືນຢູ່ກັບພົນລະເຮືອນ ທີ່ຊາກພັກພັງ ຂອງໂຮງແຮມ Carlton Hotel ໃນເຂດຄວບຄຸມ ຂອງລັດຖະບານ ທີ່ເມືອງອາແລັບໂປ ປະເທດຊີເຣຍ. (17 ທັນວາ 2016)
ສະມາຊິກຄົນນຶ່ງ ຂອງກຳລັງ ທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ຢືນຢູ່ກັບພົນລະເຮືອນ ທີ່ຊາກພັກພັງ ຂອງໂຮງແຮມ Carlton Hotel ໃນເຂດຄວບຄຸມ ຂອງລັດຖະບານ ທີ່ເມືອງອາແລັບໂປ ປະເທດຊີເຣຍ. (17 ທັນວາ 2016)

ຜູ້​ພິພາກສາ​ຂອງ​ລັດຖະບານ​ກາງ​ທ່ານ​ນຶ່ງ ທີ່​ລັດ​ວິສຄັນ​ຊິນ ​ໃນ​ພາກ​ເໜືອຂອງສະຫະ
ລັດໄດ້​ຂັດຂວາງ​ການຈັດຕັ້ງປະຕິບັດ​ດຳລັດໂຈະ​ການ​ເດີນທາງ​ທີ່​ໄດ້​ຮັບການ​ດັດ​ແປງ​
ແກ້​ໄຂ​ໃໝ່ຂອງ​ປະທານາທິບໍດີດໍ​ໂນ​ລ ທຣຳ ທີ່​ອາດ​ຈະ​ຂັດຂວາງບໍ່​ໃຫ້​ຜູ້​ເປັນ​ແມ່​ຄົນ​ຊີ
​ເຣຍ​ແລະ​ລູກ​ທີ່​ລອດ​ຕາຍ​ມາ​ໄດ້​ຂອງ​ນາງ ​ເດີນທາງ​ເຂົ້າມາ​ໃນ​ສະຫະລັດ.

​ແມ່ຍິງ​ຄົນ​ນີ້​ແລະ​ລູກ​ສາວ​ຂອງ​ນາງອາ​ໄສ​ຢູ່ທີ່​ເມືອງ​ອາ​ແລັບ​ໂປ. ສາມີ​ຂອງ​ນາງໄດ້​ຮັບ
​ອະນຸມັດ​ໃຫ້​ເຂົ້າມາລີ້​ໄພ​ທີ່​ລັດ​ວິສຄັນ​ຊິນ​ແລ້ວ.

ຜູ້​ພິພາກສາ​ປະຈຳ​ເຂດ​ຂອງ​ລັດຖະບານ​ກາງທ່ານ William Conley ​ໄດ້​ອອກຄຳ​ສັ່ງ
ທີ່​ສາມາດ​ນຳ​ໃຊ້​ໄດ້ ​ແຕ່​ກັບ​ແມ່ຍິງ ​ແລະ​ເດັກນ້ອຍ.

ດຳລັດ​ ຂອງ​ປະທານາທິບໍດີ​ທຣຳ ຈະ​ເລີ້ມມີ​ຜົນ​ບັງຄັບ​ໃຊ້ ​ໃນ​ວັນ​ທີ 16 ມີນາ​ຈະ​ມານີ້.
​ແຕ່​ແນວ​ໃດ​ກໍ​ຕາມ ຜູ້​ເປັນ​ແມ່ ​ມີ​ກຳນົດ​ທີ່​ຈະ​ເດີນທາງ​ໄປ ​ປະ​ເທດ​ຈໍ​ແດັນ​ ເພື່ອ​ໃຫ້​ສຳ
ພາດ​ໃນ​ການ​ຂໍ​ວີ​ຊ່າ​ຢູ່​ສະຖານທູດ​ສະຫະລັດ​ແລະ​ຂັ້ນຕອນ​ນີ້ ອາດ​ຈະໃຊ້​ເວລາ​ກາຍ​
ເດືອນ​ມີນາອອກ​ໄປ.

ຜູ້​ພິພາກສາ Conley ກ່າວ​ວ່າ ຜູ້​ເປັນ​ສາມີ ​ໄດ້​ນຳ​ສະ​ເໜີ​ຄວາມ​ເປັນ​ໄປ​ໄດ້​ ກ່ຽວ​ກັບ
​ຄວາມ​ສຳ​ເລັດ​ທີ່​ຄວນ​ໄດ້​ຮັບ​ໃນ​ຄະດີ​ນີ້ ​ແລະ​ຄອບຄົວ​ຂອງ​ລາວ​ ປະ​ເຊີນ​ກັບຄວາມ
​ສ່ຽງ​ທີ່​ສຳຄັນ ຈາກ​ຄວາມ​ເສຍ​ຫາຍ​ ທີ່​ບໍ່​ສາມາດ​ປົວແປງ​ໄດ້ ຖ້າ​ພວກ​ເຂົາເຈົ້າ ຫາກ​
ຖືກ​ບັງຄັບ​ໃຫ້​ຢູ່​ໃນ​ຊີ​ເຣຍຕໍ່​ໄປ.

​ໃນຕົ້ນປີນີ້ ທ່ານ​ທຣຳ​ໄດ້​ອອກດຳ​ລັດ ​ຫ້າມ​ການ​ເດີນທາງ​ເຂົ້າມາ​ໃນ​ສະຫະລັດ​ເປັນ
​ການ​ຊົ່ວຄາວຕໍ່​ປະຊາຊົນ​ທີ່​ມາ​ຈາກ 7 ປະ​ເທດທີ່​ນັບຖື​ສາສະໜາ​ອິສລາມ​ເປັນ​ສ່ວນ
​ໃຫຍ່ ປະກອບ​ດ້ວຍ​ອີຣ່ານ ອີຣັກ ລີ​ເບຍ ​ໂຊ​ມາ​ເລຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​ເມນ.

ຄຳ​ສັ່ງ​ຫ້າມ​ດັ່ງກ່າວ​ໄດ້​ຖືກຍົກ​ເລີກ​ຫລັງ​ຈາກ​ລັດ​ວໍ​ຊິງ​ຕັນ​ໄດ້​ຊະນະ​ການ​ອອກ​ຄຳສັ່ງ​
ຂອງ​ສານລັດຖະບານ​ກາງ​ໃນ​ທົ່ວ​ປະ​ເທດຂັດຂວາງ ​ການຈັດຕັ້ງປະຕິບັດ​ດຳລັດ​ສະ
ບັບ​ນີ້.

ດຳລັດ​ສະບັບ​ແກ້​ໄຂ​ໃໝ່ ​ໄດ້​ລຶບຊື່​ອີຣັກ ອອກ​ຈາກ​ບັນຊີ​ປະ​ເທດ​ຕ່າງໆ​ ແລະ​ດັດແກ້​
ການ​ປ່ຽນ​ແປງ​ອື່ນໆ​ອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG