ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Trump ​ແຕ່ງ​ຕັ້ງ ​ລູກ​ເຂີຍ​ຂອງ​ທ່ານ ​ໃຫ້​ເປັນ​ທີ່​ປຶກສາ​ອະ​ວຸ​ໂສ


ທ່ານ Jared Kushner.
ທ່ານ Jared Kushner.

ປະທານາທິບໍດີ​ສະຫະ​ລັດ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ໄດ້​ແຕ່ງ​ຕັ້ງທ່າ​ນ Jared Kushner ​ລູກ​ເຂີຍ​ຂອງ​ທ່ານ ​ໃຫ້​ເປັນ​ທີ່​ປຶກສາ​ອະ​ວຸ​ໂສ ຊຶ່ງ​ໄດ້​ພາ​ໃຫ້​ພວກ​ສະມາຊິກ​
ສະພາ​ ສັງກັດ​ພັກ Democratic ກຸ່ມ​ນຶ່ງ ຮ້ອງ​ຂໍ​ໃຫ້​ກະຊວງ​ຍຸຕິ​ທຳ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຈັນ​ຍາ​ບັນ ກວດ​ສອບ​ເບິ່ງການອາດ​ຈະລະ​ເມີ​ດກົດໝາຍ ການ​ຫລິ້ນ ພັກ​ຫລິ້ນພວກ
ແລະ ບັນຫາ​ການ​ຂັດ​ແຍງດ້ານ​ຜົນ​ປະ​ໂຫຍ​ດອື່ນໆ.

ທະນາຍຄວາມ​ຂອງ​ທ່ານ Kushner ​ໄດ້​ກ່າວ​ວ່າ ທ່ານ​ວາງ​ແຜນ​ທີ່​ຈະຖອນ​ຕົວ​ອອກຈາກ​ການພົວພັນທັງ​ໝົດ ກ່ຽວ​ກັບ​ຊັບ​ສິນ​ຢູ່ຕ່າງປະ​ເທດ ພ້ອມ​ດ້ວຍ​ຜົນ​ປະ​ໂຫຍ​ດຂອງທ່ານ​
ໃນ​ບໍລິສັດ​ເງິນທຶນ ​ແລະຕຶກ​ອາຄານ​ສຳນັກງານ​ໃນ​ນະຄອນ​ນິວຢອກ ນຳ. ທ່ານ​ຍັງ​ຈະ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງຫົວໜ້າບໍລິຫານ​ຂອງ​ບໍລິສັດ Kushner ທັງຫຼາຍ ພ້ອມ​ທັງ​ບໍລິສັດ
ຜູ້​ຈັດພິມຜູ້​ໂຄສະນາ ໜັງສືພິມ New York Observer ກ່ອນ​ທີ່​ທ່ານຈະ​ເລີ່​ມ​ເຂົ້າກຳ​ຕຳ​ແໜ່​ງ​ທີ່​ທຳນຽບຂາວ.

ສະມາຊິກ​ສະພາ​ 6 ທ່ານ ​ໄດ້​ຂຽນຈົດໝາຍ​ໄປ​ຫາ​ລັດຖະມົນ​ຕີ​ກະຊວງ​ຍຸຕິ​ທຳ ທ່ານ​ນາງ Loretta Lynch ​ແລະຫ້ອງການ​ຄຸ້ມ​ຄອງ​ຈັນ​ຍາ​ບັນ​ຂອງ​ລັດຖະບານ ໂດຍ​ອ້າງ ​ເຖິງ​ກົດໝາຍສະບັບ ປີ 1967 ທີ່​ລະບຸວ່າ ​ເຈົ້າ​ໜ້າ​ທີ່ລັດຖະບານຄົນ​ໃດ​ກໍ​ຕາມ ຈະບໍ່​ສາມາດ
ແຕ່​ງຕັ້ງສະມາຊິກ​ໃນ​ຄອບຄົວ​ຂອງ​ຕົນ ເຂົ້າ​ຮັບ​ໜ້າ​ທີ່​ໃນຫ້ອງ​ກັນ​ດຽວ​ກັນ ທີ່​ພວກເຈົ້າ
ໜ້າ​ທີ່ເຮັດ​ວຽກ​ຢູ່ນັ້ນ.

ທ່ານ Jared Kushner, (ຊ້າຍ) ລູກເຂີຍຂອງປະທານາທິບໍດີສະຫະລັດທີ່ຖືກເລືອກໃໝ່ ທ່ານ Donald Trump, ຍ່າງຄຽງຂ້າງທ່ານ Stephen Bannon ທີ່ Indianapolis ສະໜາມບິນນາໆຊາດ, 1 ທັນວາ, 2016.
ທ່ານ Jared Kushner, (ຊ້າຍ) ລູກເຂີຍຂອງປະທານາທິບໍດີສະຫະລັດທີ່ຖືກເລືອກໃໝ່ ທ່ານ Donald Trump, ຍ່າງຄຽງຂ້າງທ່ານ Stephen Bannon ທີ່ Indianapolis ສະໜາມບິນນາໆຊາດ, 1 ທັນວາ, 2016.

ທ່ານນາງ Jamie Gorelick ທະນາຍຄວາມ​ຂອງ​ທ່ານ Kushner ​ໄດ້​ກ່າວ​ວ່າ ກົດ​ໝາຍ​ດັ່ງກ່າວ​ນີ້ ບໍ່​ໄດ້​ຮວມ​ເຖິງ​ຕຳ​ແໜ່​ງປະທານາທິບໍດີ ​ເພາະວ່າ ທຳ​ນຽບຂາວ ບໍ່​ໄດ້ຕົກ​ຢູ່​ພາຍ​
ໃຕ້ ​ໃນການ​ຕີ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ອົງການ ຫຼື agency ນັ້ນ.


ນອກ​ນັ້ນ ບັນດາສະມາຊິກ​ສະພາ​ ຍັງກ່າວ​ຢູ່ໃນຈົດໝາຍ​ຂອງ​ພວກ​ທ່ານຕື່ມວ່າ ຄຳ​ເວົ້າ ​ຂອງທ່ານ​ນາງ Gorelick ທີ່​ວ່າ​ທ່ານ Kushner ຈະ​ຖອນ​ຕົວ​ເອງ​ອອກ​ຈາກ​ບໍລິສັດ​ການ​
ເງິນ​ຕ່າງໆ ທີ່​ຕົນ​ເອງ​ຍັງ​ມີ​ຜົນ​ປະ​ໂຫຍ​ດນັ້ນ ຫຼັງ​ຈາກລາ​ອອກ​ຈາກ​ບໍລິ​ສັດ​ພວກ​ນີ້ຊຶ່ງໝາຍ
​ຄວາມ​ວ່າ ທ່ານ​ຍັງ​ຈະ​ມີ​ຊັບ​ສິນ​ທີ່​ອາດຈະ​ໄດ້​ຮັບ​ກະທົບຈາກ​ນະ​ໂຍບາຍຂອງລັດຖະບານ​
ທີ່​ທ່ານ​ຊ່ວຍ​ຫລໍ່​ຫລອມ​ນັ້ນ.

ຄະນະ​ໂອນ​ອຳນາດ​ຂອງທ່ານ Trump ​ໄດ້​ກ່າວ​ວ່າ ​ບົດບາດ​ຂອງທ່ານ Kushner ຈະ​ແມ່ນ​ການ​ພົວພັນດ້ານ​ການ​ຄ້າ ​ແລະ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ ທ່ານ​ຍັງ​ຈະ​ປະຕິບັດ​ໜ້າ​ທີ່
ຢ່າງ​ໃກ້ຊິດ​ກັບ​ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວ ທ່ານ Reince Priebus ​ແລະ​ຫົວໜ້າຍຸດ​ທະ​ສາດ ທ່ານ Stephen Bannon ນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

US Trump Transition
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG