ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຊັກຊວນຊາວຜິວດຳ ແລະ ພວກທີ່ປາກເວົ້າພາສາສເປນ ໃຫ້ສະໜັບສະໜູນ ຕົນ


ຜູ້ຖືກສະເໜີຊື່ໃຫ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ
ຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງຢູ່ເທິງ
ເວທີ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງ ໃນເມືອງ Fredericksburg ລັດ Virginia, ວັນທີ 20 ສິງຫາ 2016.
ຜູ້ຖືກສະເໜີຊື່ໃຫ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງຢູ່ເທິງ ເວທີ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງ ໃນເມືອງ Fredericksburg ລັດ Virginia, ວັນທີ 20 ສິງຫາ 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ທີ່ມີຄະແນນນຳຫຼັງຂູ່ແຂ່ງຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຈາກຈຳ ນວນຜູ້ລົງຄະແນນສຽງ ສ່ວນຫຼາຍ, ແມ່ນກຳລັງທຳການຊັກຊວນຄັ້ງໃໝ່ ເພື່ອດຶງດູດເອົາ ການສະໜັບສະໜູນ ຈາກປະຊາຊົນຊາວ ອາເມຣິກັນ ຜິວດຳ ແລະ ຄົນ ອາເມຣິກັນ ທີ່ເວົ້າພາສາ ສເປນ.

ທ່ານ Trump ເສດຖີອະສັງຫາລິມະຊັບ ທີ່ກຳລັງທຳການແຂ່ງຂັນເອົາ ຕຳແໜ່ງທາງ ລັດຖະການ, ໄດ້ກ່າວຕໍ່ຜູ້ສະໜັບສະໜູນທີ່ສ່ວນໃຫຍ່ ເປັນຄົນຜິວຂາວໃນລັດ ເວີຈິເນຍ ເມື່ອວັນເສົາຜ່ານມາວ່າ ທ່ານຈື່ ໄດ້ວ່າ “ການຂະຫຍາຍເຂົ້າເຖິງຊຸມຊົນຊາວ ອາເມຣິກັນ ຜິວດຳແມ່ນ ຂົງເຂດທີ່ ພັກຣີພັບບລີກັນ ຕ້ອງເຮັດໃຫ້ໄດ້ດີກວ່າ, ແລະ ຈະເຮັດໄດ້ດີ ກວ່າ.”

ທ່ານໄດ້ກ່າວເນັ້ນປະຫວັດຂອງພັກ ພ້ອມກັບປະທານາທິບໍດີຄົນທຳອິດ ຂອງພັກຣີພັບ- ບລີກັນ, ທ່ານ Abraham Lincoln ໃນການປົດປ່ອຍຂ້າ ທາດໃຫ້ເປັນອິດສະຫຼະພາບ ໃນກາງຊຸມປີ 1800. ທ່ານ Trump ກ່າວ ວ່າ “ຂ້າພະເຈົ້າຢາກໃຫ້ພັກຂອງພວກເຮົາ ເປັນບ້ານຂອງ ຜູ້ລົງຄະແນນສຽງ ຊາວອາເມຣິກັນ ຜິວດຳອີກຄັ້ງໜຶ່ງ.”

ກ່ອນໜ້ານີ້, ທ່ານໄດ້ພົບປະກັບກຸ່ມຄົນ ຊາວອາເມຣິກັນ ທີ່ເວົ້າພາສາ ສເປນ ໃນນະຄອນ ນິວຢອກ ເພື່ອແນະນຳ ກ່ຽວກັບ ການໂຄສະນາ ຫາສຽງຂອງທ່ານ. ອີງຕາມການກ່າວ ຂອງຫຼາຍຄົນ ຜູ້ທີ່ໄດ້ໄປເຂົ້າ ຮ່ວມໃນການເຕົ້າໂຮມກັນນັ້ນ, ທ່ານໄດ້ບອກພວກເຂົາເຈົ້າ ວ່າ ທ່ານ ຢາກຈະພັດທະນາວິທີທີ່ “ມີຄວາມເປັນມະນຸດ ແລະ ມີປະສິດທິພາບ” ເພື່ອ ຮັບມືກັບຄົນຕ່າງດ້າວ ທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ 11 ລ້ານຄົນທີ່ອາໄສຢູ່ໃນ ສະຫະລັດ, ເຊິ່ງສ່ວນໃຫຍ່ນັ້ນແມ່ນຄົນທີ່ເວົ້າ ພາສາ ສເປນ ຈາກປະເທດ ເມັກຊິໂກ ແລະ ອາເມຣິກາ ກາງ.

ທ່ານ Trump ໄດ້ກ່າວຫາ ເມັກຊິໂກ ວ່າສົ່ງນັກໂທດຂົ່ມ ຂືນ ແລະ ອາຊະຍາກອນ ຂ້າມ ຜ່ານເຂດຊາຍແດນ ສະຫະລັດ, ແລະ ທ່ານໄດ້ກ້າວຂຶ້ນມາເປັນຜູ້ຖືກສະເໜີຊື່ຂອງພັກ ຣີພັບບລີກັນ ພ້ອມດ້ວຍ ຄຳຮຽກຮ້ອງໃຫ້ສ້າງກຳແພງກັ້ນ ລະຫວ່າງ ສອງປະເທດ ແລະ ເນລະ ເທດຜູ້ທີ່ອາໄສຢູ່ໃນ ສະຫະລັດ ຢ່າງຜິດກົດໝາຍ.

ໃນວັນອາທິດວານນີ້, ຜູ້ບໍລິຫານການໂຄສະນາຫາສຽງຄົນໃໝ່ຂອງ ທ່ານ, ທ່ານນາງ Kellyanne Conway ໄດ້ກ່າວຕໍ່ໂທລະພາບ CNN ວ່າ ແຜນການຂອງທ່ານ Trump ທີ່ຈະເນລະເທດຊາວຕ່າງ ດ້າວທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍແມ່ນ “ຍັງຈະຖືກພິຈາລະນາຢູ່.”

ຄວາມພະຍາຍາມຂອງທ່ານ Trump ໃນສອງສາມມື້ທີ່ຜ່ານມາເພື່ອ ດຶງດູດເອົາຜູ້ລົງ ຄະແນນສຽງຄົນຜິວດຳ ກ່ອນທີ່ການຊຸມນຸມຂອງພັກການ ເມືອງຄົນຜິວຂາວ ໄດ້ເກີດຂຶ້ນ ຫຼັງຈາກທ່ານໄດ້ປະຕິເສດການເຊື້ອເຊີນ ໃຫ້ໄປກ່າວຕໍ່ ສະມາຄົມເພື່ອຄວາມກ້າວໜ້າ ຂອງຄົນຜິວດຳແຫ່ງຊາດ ຫຼື NAACP ເມື່ອສັບປະດາທີ່ຜ່ານມາບໍ່ດົນນີ້, ເຊິ່ງເປັນກຸ່ມ ສິດທິພົນລະເມືອງ ທີ່ມີຄວາມສຳຄັນທີ່ສຸດ, ແລະ ກຸ່ມຂອງບັນດານັກຂ່າວຄົນຜິວດຳ ແລະ ຜູ້ທີ່ເວົ້າພາສາ ສເປນ, ເຊິ່ງທັງສອງກຸ່ມນັ້ນເປັນກຸ່ມທີ່ສະ ໜັບສະໜູນທ່ານນາງ Clinton.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Do Trump's Campaign Changes Signal a New Campaign Outlook?
please wait

No media source currently available

0:00 0:01:41 0:00

XS
SM
MD
LG