ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ຂໍຮ້ອງໃຫ້ ເພີ່ມການໃຊ້ຈ່າຍ ສຳລັບ ທຳນຽບຫ້າແຈ ແຕ່ຈະຕັດງົບປະມານຂອງ ກຊ ຕ່າງປະເທດ


ພວກທະຫານກອງທັບບົກ ສະຫະລັດ ຢືນຢູ່ນອກລົດຫຸ້ມເກາະ ຂອງພວກເຂົາເຈົ້າ ໃນຄ້າຍທະຫານຮ່ວມກັບກອງທັບບົດ ຂອງອີຣັກ ຢູ່ທາງພາກໃຕ້ຂອງເມືອງ Mosul ຂອງອີຣັກ, ວັນທີ 23 ກຸມພາ 2017.
ພວກທະຫານກອງທັບບົກ ສະຫະລັດ ຢືນຢູ່ນອກລົດຫຸ້ມເກາະ ຂອງພວກເຂົາເຈົ້າ ໃນຄ້າຍທະຫານຮ່ວມກັບກອງທັບບົດ ຂອງອີຣັກ ຢູ່ທາງພາກໃຕ້ຂອງເມືອງ Mosul ຂອງອີຣັກ, ວັນທີ 23 ກຸມພາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງເລີ້ມຕົ້ນຂັ້ນຕອນການນຳສະເໜີ
ງົບປະມານແຫ່ງຊາດ ທີ່ຍືດເຍື້ອຍາວນານ ດ້ວຍການນຳສະເໜີ ເພື່ອໃຫ້ເພີ່ມການໃຊ້
ຈ່າຍ ໃນດ້ານການປ້ອງກັນປະເທດ ໃນຂະນະດຽວກັນ ກໍສະເໜີໃຫ້ຕັດງົບປະມານ ຂອງ
ກະຊວງການຕ່າງປະເທດ ແລະ ອົງການອື່ນໆ ເຊັ່ນວ່າ ອົງການປົກປ້ອງ ສິ່ງແວດລ້ອມ
ເປັນຕົ້ນ.

ບັນດາເຈົ້າໜ້າທີ່ລັດຖະບານ ກ່າວວ່າ ທຳນຽບຂາວ ກຳລັງລຳດັບລາຍລະອຽດ ວິໄສທັດ
ຂອງຕົນ ສຳລັບການໃຊ້ຈ່າຍ ຂອງລັດຖະບານ ໃນບັນທຶກທີ່ສົ່ງໄປໃຫ້ອົງການທັງຫຼາຍ
ໃນວັນຈັນມື້ນີ້. ສຳນັກງານການຄຸ້ມຄອງ ແລະ ງົບປະມານ ກ່າວວ່າ ຄາດກັນວ່າ ໂຄງ
ຮ່າງງົບປະມານທີ່ຄົບຖ້ວນກວ່ານີ້ ຈະຖືກເປີດເຜີຍໃຫ້ຊາບ ໃນກາງເດືອນມີນາ ຄືກາງ
ເດືອນໜ້ານີ້.

ໃນເວລາເປັນຜູ້ສະໝັກ ຢູ່ນັ້ນ ທ່ານທຣຳ ໄດ້ໃຫ້ຄຳໝັ້ນສັນຍາ ຊ້ຳແລ້ວຊ້ຳອີກວ່າ ຈະ
ເສີມຂະຫຍາຍດ້ານການທະຫານ ແລະ ໃນການກ່າວຄຳປາໄສ ເມື່ອວັນສຸກຜ່ານມານີ້
ທ່ານໄດ້ປະຕິຍານວ່າ ເປັນ “ການເສີມສ້າງດ້ານການທະຫານອັນນຶ່ງ ທີ່ຍິ່ງໃຫຍ່ທີ່ສຸດ
ໃນປະຫວັດສາດ ຂອງອາເມຣິກກາ.”

ນອກນັ້ນ ທ່ານຍັງໄດ້ກ່າວອີກວ່າ ທ່ານຈະບໍ່ສະແຫວງຫາການຕັດງົບປະມານ ໃນ
ໂຄງການຕ່າງໆ ເຊັ່ນວ່າ ສະຫວັດດີການສັງຄົມ ແລະ ປະກັນສຸຂະພາບຂອງລັດຖະບານ
ຫຼື Medicare ສຳລັບ ຊາວອາເຣິກັນ ທີ່ມີລາຍໄດ້ຕ່ຳ.

ອັນໃດກໍຕາມທີ່ປະທານາທິບໍດີ ນຳສະເໜີ ຕໍ່ອົງການທັງຫຼາຍ ໃນວັນຈັນມື້ນີ້ ຈະເປັນທີ່
ແນ່ນອນວ່າ ຈະບໍ່ເປັນງົບປະມານບັ້ນ ສຸດທ້າຍ ສຳລັບ ງົບປະມານປະຈຳ ສົກປີ 2018
ຊຶ່ງຈະເລີ້ມຕົ້ນໃຊ້ການໄດ້ ໃນເດືອນຕຸລາ ປີ 2017 ນີ້.

ແຕ່ລະອົງການ ຈະຕອບສະໜອງຄືນ ດ້ວຍຂໍ້ໂຕ້ແຍ້ງຕ່າງໆ ສຳລັບອັນທີ່ຕົນ ຄິດວ່າ
ຄວນເປັນງົບປະມານສຳລັບຕົນ ແລະ ໃນທີ່ສຸດມັນກໍຈະຂຶ້ນກັບ ລັດຖະສະພາ ທີ່ຈະ
ລົງຄະແນນສຽງຮັບຮອງເອົາ ການໃຊ້ຈ່າຍ ສຳລັບລັດຖະບານ.

ທ່ານທຣຳ ຈະເຂົ້າຮ່ວມກອງປະຊຸມໃນວັນຈັນມື້ນີ້ ຢູ່ທີ່ທຳນຽບຂາວ ກັບ ປະທານສະພາຕ່ຳ
ທ່ານ Paul Ryan ແລະ ຜູ້ນຳສະພາສູງ ທ່ານ Mitch McConnell. ມື້ຕໍ່ໄປ ທ່ານທຣຳ ຈະ
ກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ຂອງລັດຖະສະພາ ຊຶ່ງຈະເປັນການກ່າວຄຳປາໄສ ທີ່
ສຳຄັນ ໃນການປະຕິບັດໜ້າທີ່ເປັນປະທານາທິບໍດີ ມາໄດ້ 6 ສັບປະດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG